ສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະ ຜູ້ແທນແນວໂຮມປະເທດຊາດຫວຽດນາມ
July 27, 2022 - 4:37 PM

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂດວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 27 ກໍລະກົດ 2022 ທີ່ຫ້ອງວ່າການສູນກາງພັກ ໃນໂອກາດທີ່ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 26-28 ກໍລະກົດ ນີ້.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ໂດ ວັນ ຈຽນ ພ້ອມຄະນະ ໃນຄັ້ງນີ້ ເຊິ່ງເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຫວຽດນາມໃນຄັ້ງນີ້ ແມ່ນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພວມຈັດຕັ້ງກິດຈະກຳສຳຄັນຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ.
ໂອກາດດຽວກັນ, ສະຫາຍ ໂດ ວັນ ຈຽນ ກໍໄດ້ຕາງໜ້າໃຫ້ຄະນະຜູ້ແທນສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນແບບມິດສະຫາຍຂອງ ສະຫາຍ ທອງລຸນ ສີສຸລິດ ກໍຄື ບັນດາການນໍາຂອງລາວ ແລະ ໄດ້ລາຍງານຜົນການພົບປະກັບປະທານສູນກາງແນວລາວສ້າງຊາດ, ພ້ອມທັງໄດ້ແຈ້ງສະພາບລວມຜົນ ງານທີ່ພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນສະພາບການ ໃໝ່ໃຫ້ຝ່າຍລາວໄດ້ຮັບຊາບ ແລະ ຜົນການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນລະຫວ່າງ ແນວໂຮມປະເທດຊາດຫວຽດນາມ ກັບສູນກາງແນວລາວສ້າງຊາດ ແມ່ນດຳ ເນີນໄປຕາມແຜນດ້ວຍຜົນສຳເລັດອັນຈົບງາມ.
ໃນໄລຍະຢ້ຽມຢາມ ສປປ ລາວ, ສະຫາຍ ໂດ ວັນ ຈຽນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນ.

ເຂົ້າຢ້ຽມຂໍ່ານັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ. ນອກ ຈາກນີ້ ຄະນະຜູ້ແທນດັ່ງກ່າວຍັງໄດ້ໄປຢ້ຽມຢາມ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ແລະ ຢ້ຽມຢາມໂຮງຮຽນຫງວຽນຢູ ແລະ ບ່ອນອື່ນໆຈຳນວນໜຶ່ງ.
