WHO ເຜີຍຈຳນວນຜູ້ຕິດເຊື້ອ “ໝາກສຸກລີງ” ເພີ່ມຂຶ້ນສູງກວ່າ 18.000 ຄົນແລ້ວ ແຕ່ຍັງບໍ່ຕ້ອງສັກວັກຊີນໃນວົງກວ້າງ

ຕົວເລກຜູ້ຕິດເຊື້ອພະຍາດໝາກສຸກລີງຍັງເພີ່ມສູງຂຶ້ນຕໍ່ເນື່ອງ, ກວ່າ 70% ເກີດຂຶ້ນຢູ່ເອີຣົບ ປັດຈຸບັນຍັງບໍ່ມີຂໍ້ມູນເລື່ອງປະສິດທິພາບຂອງວັກຊີນ.
Dr. Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ເປີດເຜີຍລະຫວ່າງການຖະແຫລງຕໍ່ສື່ມວນຊົນປະຈຳວັນທີ 27 ກໍລະກົດ 2022 ວ່າ: ທາງ WHO ໄດ້ຮັບລາຍງານຢືນຢັນຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງ (Monkeypox) ເຂົ້າມາແລ້ວ 18.000 ກວ່າຄົນ ຈາກ 78 ປະເທດ ໂດຍກວ່າ 70% ຂອງຜູ້ຕິດເຊື້ອມາຈາກພາກພື້ນເອີຣົບ ແລະ 25% ມາຈາກພາກພື້ນອາເມລິກາເໜືອ ແລະ ອາເມລິກາໃຕ້.
ຕົວເລກຫລ້າສຸດທີ່ອອກມາ ຄາດວ່າເພີ່ມສູງຂຶ້ນຈາກເມື່ອ 4 ວັນກ່ອນ (23 ກໍລະກົດ) ຕອນທີ່ WHO ປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ປະມານ 2.000 ຄົນ.
ຈົນຮອດຕອນນີ້ ມີລາຍງານຜູ້ເສຍຊີວິດເຂົ້າມາແລ້ວ 5 ຄົນ ແລະ ມີອັດຕາເຂົ້າຮັບການປິ່ນປົວໃນໂຮງໝໍປະມານ 10%.
ເຖິງວ່າຜູ້ຕິດເຊື້ອ 98% ຈະຢູ່ໃນກຸ່ມຜູ້ຊາຍທີ່ມີເພດສຳພັນກັບຜູ້ຊາຍນຳກັນ, ແຕ່ Dr. Tedros ເນັ້ນວ່າ: ໃຜກໍຕາມທີ່ສຳຜັດຢ່າງໃກ້ຊິດກັບຜູ້ຕິດເຊື້ອກໍສາມາດຮັບເຊື້ອໄດ້ ນັ້ນຈຶ່ງເປັນສາເຫດທີ່ WHO ປະກາດສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ເພື່ອເປັນການຫລຸດຄວາມສ່ຽງໃນການທີ່ເຊື້ອຈະແພ່ໄປສູ່ກຸ່ມເບາະບາງ ລວມທັງເດັກ, ແມ່ຍິງຖືພາ ແລະ ຜູ້ທີ່ມີພູມຕ້ານທານບົກພ່ອງ.
ນອກຈາກການຕິດຕໍ່ຜ່ານການມີເພດສຳພັນແລ້ວ, ພະຍາດໝາກສຸກລີງຍັງສາມາດຕິດໄດ້ຜ່ານການສຳຜັດໃກ້ຊິດອື່ນໆ ເຊັ່ນການກອດ ແລະ ການຈູບ ລວມທັງການໃຊ້ຜ້າເຊັດໂຕ ຫລື ຕຽງຮ່ວມກັນກັບຜູ້ຕິດເຊື້ອນຳອີກ.
ສຳລັບຕອນນີ້ WHO ຍັງບໍ່ແນະນຳໃຫ້ໃຊ້ວິທີກະຈາຍສັກວັກຊີນໃນວົງກວ້າງ ໂດຍຍັງບໍ່ມີຂໍ້ມູນທີ່ພຽງພໍກ່ຽວກັບປະສິດທິພາບ ແລະ ຈຳນວນໂດສທີ່ຕ້ອງສັກ, ແຕ່ແນະນຳໃຫ້ສັກວັກຊີນແບບສະເພາະເຈາະຈົງໄປໃນກຸ່ມສ່ຽງເຊັ່ນ: ບຸກຄະລາກອນສາທາລະນະສຸກ, ຜູ້ທີ່ປະຕິບັດງານໃນຫ້ອງເລັບ ແລະ ຜູ້ທີ່ມີຄູ່ນອນຫລາຍຄົນ.
ໂດຍວັກຊີນພະຍາດໝາກສຸກລີງ (Smallpox) ຊະນິດ MVA-BN ທີ່ໄດ້ຮັບການອະນຸມັດໃຫ້ໃຊ້ປ້ອງກັນພະຍາດໝາກສຸກລີງໃນອາເມລິກາ, ການາດາ ແລະ ສະຫະພາບເອີຣົບນັ້ນ ປັດຈຸບັນທົ່ວໂລກມີຢູ່ປະມານ 16 ລ້ານໂດສ ແຕ່ສ່ວນຫລາຍຍັງບໍ່ໄດ້ຮັບການຈັດແບ່ງເຂົ້າໄປໃນຂວດ ເຊິ່ງອາດຕ້ອງໃຊ້ເວລາຫລາຍເດືອນໃນການເຮັດໃຫ້ຢູ່ໃນສະພາບພ້ອມນຳໃຊ້.
ອ້າງອີງ: