ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ

ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - IMG 20220728 105557 - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ
ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - kitchen vibe - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ

ເຈົ້າໜ້າທີ່ຕຳຫລວດແຂວງຈຳປາສັກ ໃຫ້ຮູ້ວ່າ: ເວລາ 22:00ໂມງ ວັນທີ 16 ກໍລະກົດ 2022 ໄດ້ເກີດເຫດອາລະວາດຕີກັນມີຄົນເສຍຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ ຊຶ່ງຜູ້ກໍ່ເຫດຊື່ທ້າວ ມົນຕີ ອາຍຸ 38 ປີ ຢູ່ບ້ານດອນເພັກເມືອງໂພນທອງ ແຂວງຈຳປາສັກ.

ຂະນະທີ່ກ່ອນເກີດເຫດ, ໝູ່ໄດ້ມາຮັບຜູ້ກ່ຽວໄປດື່ມເບຍຢູ່ຮ້ານເບຍແຫ່ງໜຶ່ງເຂດບ້ານຫ້ວຍເພັກ ແລະ ພໍດື່ມເບຍໄດ້ໄລຍະໜຶ່ງ, ທ້າວ ມົນຕີ ເລີ່ມເມົາແລ້ວໂວຍວາຍຢາກຮ້າຍແຕ່ບໍ່ມີທີ່ລະບາຍອາລົມ ບັງເອີນແນມໄປເຫັນທ້າວ ແສງຈັນ ອາຍຸ 50 ປີ ແລະ ນາງ ຫວັນ ອາຍຸ 43 ປີ ນັ່ງດື່ມເບຍຢູ່ຂ້າງທາງ ຈຶ່ງຍ່າງເຂົ້າໄປຫາແລ້ວໃຊ້ແກ້ວເບຍຕີຫົວນາງ ຫວັນ 1 ບາດເຮັດໃຫ້ແກ້ວເບຍແຕກຈາກນັ້ນກໍໃຊ້ແກ້ວເບຍແຕກແທງຄໍ ທ້າວ ແສງຈັນ 1 ບາດ ເສຍຊີວິດຄາທີ່. ສ່ວນ ນາງ ຫວັນ ໄດ້ຮັບບາດເຈັບສົມຄວນ. ຫລັງກໍ່ເຫດ, ທ້າວ ມົນຕີ ໄດ້ຫລົບໜີມານອນຢູ່ເຮືອນຂອງຕົນເອງ ກ່ອນຖືກເຈົ້າໜ້າທີ່ເຂົ້າຈັບໃນວັນທີ 17 ກໍລະກົດ 2022.

ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - Visit Laos Visit SALANA BOUTIQUE HOTEL - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ
ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - Visit Laos Visit SALANA BOUTIQUE HOTEL - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຜ່ານມາເຄີຍຖືກສານປະຊາຊົນແຂວງຈຳປາສັກ ຕັດສິນຈຳຄຸກມາແລ້ວ 3 ເທື່ອໃນຂໍ້ຫາທຳຮ້າຍຮ່າງການຄົນອື່ນ, ຂໍ້ຫາຢາເສບຕິດໂດຍໄດ້ເສບຢາບ້າແຕ່ປີ 2003 ຈົນມາຮອດປັດຈຸບັນ.

ເມື່ອຕົ້ນປີ 2022 ຜ່ານມາ, ຄອບຄົວໄດ້ນຳໄປຝາກດັດສ້າງຢູ່ຄ້າຍຄຸມຂັງດັດສ້າງເມືອງໂພນທອງ ແຂວງຈຳປາສັກ. ຮອດວັນທີ 12 ກໍລະກົດ 2022 ໄດ້ຮັບການປ່ອຍຕົວອອກມາແລ້ວ ໄປອາໄສຢູ່ນຳພໍ່ແມ່ ທີ່ບ້ານດອນເພັກ. ເວລາ 17:30 ໂມງວັນທີ 16 ກໍລະກົດ 2022 ໝູ່ຄົນບ້ານດຽວກັນ ໄດ້ຂັບລົດຈັກມາຮັບໄປດື່ມເບຍຢູ່ເຮືອນໝູ່ ໝົດ 4 ແກ້ວ. ຈາກນັ້ນໝູ່ໄດ້ເອົາຢາບ້າ 2 ເມັດອອກມາເສບຮ່ວມກັນກ່ອນສົ່ງເມືອເຮືອນ. ຮອດເວລາ 21:00ໂມງ ມີໝູ່ 2 ຄົນ ຂີ່ລົດຈັກມາຮັບເອົາໄປດື່ມເບຍຕໍ່ຢູ່ຮ້ານເບຍແຫ່ງໜຶ່ງເຂດບ້ານດອນເພັກຈົນຮອດເວລາ 22:00 ໂມງ, ເມົາແຮງເກີດຢາກຮ້າຍ ຈຶ່ງພາໃຫ້ກໍ່ເຫດການນີ້ຂຶ້ນ.

ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - 3 - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ
ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - 4 - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ
ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ - 5 - ຄາຕະກອນ ມີປະຫວັດຕິດຄຸກມາແລ້ວ 3 ຄັ້ງຍ້ອນຢາເສບຕິດ ແລະ ອາລະວາດ