ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້

ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ -                 - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - kitchen vibe - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ວັນທີ 25 ກໍລະກົດ 2022 ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈີ່ງໄດ້ສົມທົບກັບກອງກວດກາປ່າໄມ້ ແລະ ກອງບັນຊາການ ທະຫານ ເມືອງສັງທອງ ເຂົ້າກວດກາໂຮງເລື່ອຍໄມ້ຫຼັງດັ່ງກ່າວພົບວ່າ ບໍ່ມີໃບອະນຸຍາດປະກອບທຸລະກິດຕັ້ງໂຮງງານເຟີນິ ເຈີເລື້ອຍໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ກັກຕົວເຈົ້າຂອງກິດຈະການ ພ້ອມຍຶດຂອງກາງຄື: ລົດ 6 ລໍ້ ຍີ່ຫໍ້ ອີຊຸຊູ ສີຟ້າຂາວ ປ້າຍທະບຽນ ບກ 4974 ຈຳນວນ 01 ຄັນ, ໄມ້ຈຳນວນ 13 ຕັບ (ປະເພດໄມ້ຕ້ອງ), ຈັກປັ່ນໄຟຟ້າ ຈຳນວນ 01 ເຄື່ອງ, ຈັກຄູໂບຕ້າ ພ້ອມໂຕະເລື່ອຍໄມ້ ຈຳນວນ 1 ຊຸດ, ຊຸດລາງເລື່ອນເລື່ອຍວົງເດືອນຊອຍໄມ້ ຈຳນວນ 01 ຊຸດ ແລະ ປໍ້າລົມ ຈຳນວນ 01 ເຄື່ອງ

ຜ່ານການສຶບສວນສອບສວນຮູ້ວ່າ: ເຈົ້າຂອງກິດຈະການຊື່ທ້າວ ທ້າວ ພຸດທະສັນ ອາຍຸ 46 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໃນຊ່ວງເດືອນ ເມສາ 2022 ທ້າວ ພຸດທະສັນ ໄດ້ເຂົ້າມາທໍາການບຸກເບີກດິນຢູ່ເຂດບ້ານ ທົ່ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃກ້ກັບຕີນພູພະນັງ ເພື່ອເປັນສະຖານທີ່ຕັ້ງໂຮງງານເລື່ອຍໄມ້ ພາຍຫຼັງກະກຽມສະຖານທີ ່ສຳເລັດ ກໍ່ໄດ້ປຸກສາງໂຮງເລື່ອຍ ຂະໜາດກວ້າງ 6 ແມັດ ຍາວ 12 ແມັດ ຈໍານວນ 01 ຫຼັງ, ປຸກແຄ້ມໃຫ້ກຳມະກອນນອນພັກ ເຊົາ ຈຳນວນ 02 ແຄ້ມ, ຈາກນັ້ນ ຈຶ່ງໄດ້ນຳເອົາເຄື່ອງຈັກຊຸດລາງເລື່ອນເລື້ອຍວົງເດືອນມາທຳການຕິດຕັ້ງຈຳນວນ 01 ຊຸດ ພ້ອມໂຕະເລື່ອຍໄມ້ຈຳນວນ 01 ຊຸດ ໂດຍມີກຳມະກອນຮັບຈ້າງຈຳນວນ 03 ຄົນ, ສຳລັບໄມ້ທີ່ນຳມາເລື້ອຍ ແມ່ນ ຊື້ນໍາປະຊາຊົນ ເຂດບ້ານ ນາພົງ ເມືອງຫີນເຫີບ ແຂວງວຽງຈັນ, ເຊິ່ງໄດ້ແປຮູບເປັນໄມ້ແປ້ນແບບ ແລະ ໄມ້ເສັ້ນ ຂະໜາດຕ່າງໆ ຕາມການສັ່ງຈອງຂອງລູກຄ້າ, ພ້ອມທັງຂາຍໃຫ້ປະຊາຊົນເຂດໃກ້ຄຽງ ແລະ ຮ້ານຂາຍໄມ້ ທົ່ວໄປໃນ ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ -           1024x806 - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ການກະທໍາດັ່ງກ່າວນີ້ຖືວ່າເປັນການລະເມີດຄຳສັ່ງເລກທີ 15/ນຍ ລົງວັນທີ 13 /05/ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ພ້ອມທັງຜິດຕໍ່ກົດໝາຍອາຍາ ມາດຕາ 311 ວ່າດ້ວຍ ການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາ ປ່າໄມ້ ເຊິ່ງມີໂທດຕັດອິດສະລະພາບແຕ່ ຫົກເດືອນ ຫາ ຫ້າປີ ແລະ ປັບໃໝແຕ່ 10000000 ກີບ ຫາ 100000000 ລ້ານກີບ.
ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ກຳລັງເລັ່ງສືບສວນ-ສອບສວນ ເພື່ອ ສະຫຼຸບສຳນວນຄະດີ ຄຳສັ່ງກັກຕົວຜູ້ກ່ຽວ ເພື່ອດຳເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - 3 - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - 5 - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້
ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້ - 4 - ເຈົ້າໜ້າທີ່ກັກຕົວຜູ້ລັກລອບການຕັ້ງໂຮງເລື່ອຍໄມ້