6 ເດືອນຕົ້ນປີ ແຂວງອັດຕະປື ເກັບລາຍຮັບພູດທ້ອງຖິ່ນໄດ້ 72 ຕື້ກວ່າກີບ
July 28, 2022 - 2:39 PM

ທ່ານ ຄໍາເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຢູ່ແຂວງອັດຕະປື ໃນໄລຍະ 6 ເດືອນຕົ້ນປີ 2022, ຂະແໜງການເງິນ ໄດ້ສຸມໃສ່ການຂຸດຄົ້ນລາຍຮັບ ແລະ ປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານ ດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ສາມາດຕອບສະໜອງໄດ້ລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງກົງຈັກພັກ-ລັດ ເປັນຕົ້ນ ລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ໄດ້ໂດຍພື້ນຖານ ຊຶ່ງໄລຍະ 6 ເດືອນຜ່ານມາ ການເກັບລາຍຮັບສະເພາະພູດຂອງທ້ອງຖິ່ນບັນລຸໄດ້ແລ້ວ 72 ຕື້ກວ່າກີບ, ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 70,41%. ໃນນີ້, ລາຍຮັບຈາກສ່ວຍສາອາກອນໄດ້ 40 ຕື້ກວ່າກີບ ເທົ່າກັບ 46,20% ເມື່ອທຽບໃສ່ແຜນການປີ, ລາຍຮັບຈາກຊັບສິນຂອງລັດໄດ້ 32 ຕື້ກວ່າກີບ ເທົ່າກັບ 207,77% ເມື່ອທຽບໃສ່ແຜນການປີ. ສ່ວນດ້ານລາຍຈ່າຍໃນ 6 ເດືອນຜ່ານມາປະຕິບັດໄດ້ 147 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 46,03%. ໃນນີ້, ຈ່າຍເງິນເດືອນ ແລະ ເງິນອຸດໜູນ ມີ 107 ຕື້ກວ່າກີບ, ຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍໜູນຕ່າງໆມີ 12 ຕື້ກວ່າກີບ, ຈ່າຍບໍລິຫານມີ 14 ຕື້ກວ່າກີບ, ຈ່າຍເງິນດັດສົມ-ສົ່ງເສີມມີ 5 ຕື້ກວ່າກີບ, ເງີນຊື້-ເຊົ່າຊັບສົມບັດ ມີ 16 ລ້ານກີບ ແລະ ຈ່າຍເງິນລົງທຶນ ມີ 7 ຕື້ກວ່າກີບ.
ທ່ານ ຄໍາເຜີຍ ໂສມຖາວອນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 6 ເດືອນຜ່ານມາ ແຂວງອັດຕະປື ຍັງມີລາຍຮັບພູດຂອງສູນກາງອີກຈໍານວນ 57 ຕື້ກວ່າກີບ ຊຶ່ງໄດ້ຈາກພາສີປະຈໍາແຂວງ 3 ຕື້ກວ່າກີບ, ໄດ້ຈາກດ່ານພາສີສາກົນພູເກືອນ 38 ຕື້ກວ່າກີບ ແລະ ໄດ້ຈາກລາຍຮັບຊັບສິນຂອງລັດອີກຈໍານວນ 15 ຕື້ກວ່າກີບ, ພ້ອມດຽວກັນນັ້ນ ຍັງມີລາຍຮັບທີ່ໄດ້ຈາກການດຸ່ນດ່ຽງຂອງສູນກາງອີກຈໍານວນ 116 ຕື້ກວ່າກີບ.