ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023

ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - FB IMG 1659069622399 - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023
ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - kitchen vibe - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023

ການປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ​ຈະມີ 2 ຄັ້ງຄື:
– ຄັ້ງທີ 1 ປັບຂຶ້ນຈາກ 1.100.000 ກີບ ຕໍ່ຄົນຕໍ່ເດືອນ ມາເປັນ 1.200.000 ກີບ ຕໍ່ຄົນຕໍ່ເດືອນ, ຫຼື ເທົ່າກັບ 46.154 ກີບ ຕໍ່ຄົນຕໍ່ວັນ, ຖ້າຄິດໄລ່ເປັນຊົ່ວໂມງເທົ່າກັບ 5.769 ກີບ ຕໍ່ຊົ່ວໂມງ ຕໍ່ຄົນ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ສິງຫາ 2022 ຫາ ວັນທີ 30 ເມສາ 2023;
– ຄັ້ງທີ 2 ປັບຂຶ້ນຈາກ 1.200.000 ກີບ ຕໍ່ຄົນຕໍ່ເດືອນ ມາເປັນ 1.300.000 ກີບ ຕໍ່ຄົນຕໍ່ເດືອນ, ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ, ຖ້າຄິດໄລ່ເປັນຊົ່ວໂມງເທົ່າກັບ 6.250 ກີບ ຕໍ່ຊົ່ວໂມງຕໍ່ຄົນ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ.

ກອງ​ປະ​ຊຸມ​ເຜີຍ​ແຜ່​ແຈ້ງ​ການ​ແນະ​ນຳ ການ​ໂຄ​ສະ​ນາ ເຜີຍ​ແຜ່​ກ່ຽວ​ກັບ​ການ​ປັບ​ປຸງ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າສຸດ​ໃໝ່​ສຳ​ລັບ​ຜູ້​ອອກ​ແຮງ​ງານ ຢູ່ ສ​ປ​ປ ລາວ ທີ່​ລັດ​ຖະ​ບານ​ປະ​ກາດ​ໃຊ້ ໂດຍ​ອົງ​ການ​ກຳ​ມະ​ບານ​ລາວ ໄດ້​ຈັດຂຶ້​ນ​ໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້ ທີ່ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ອະທິລັດ ອຸດົມເດດ ຮອງຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ, ມີ​ບັນ​ດາ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ, ອົງ​ການ, ນະ​ຄອນ​ລວງວຽງ​ຈັນ, ບັນ​ດາແຂວງ, ນະ​ຄອນ,​ ເມືອງ ແລະ ກຳ​ມະ​ບານ​ຮາກ​ຖານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ.

ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - Visit Laos Visit SALANA BOUTIQUE HOTEL - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023
ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - Visit Laos Visit SALANA BOUTIQUE HOTEL - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023

ຈຸດ​ປະ​ສົ່ງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້: ແມ່ນເພື່ອເຜີຍແຜ່ແຈ້ງການແນະນໍາ: ການໂຄສະນາ, ເຜີຍແຜ່ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ສຳລັບຜູ້ອອກແຮງງານ ຢູ່ ສປປ ລາວ ທີ່ລັດຖະບານປະກາດໃຊ້ ເລກທີ 803/ສກລ ນະຄອນຫຼວງວຽງຈັນ, ລົງວັນທີ 25 ກໍລະກົດ 2022; ໃຫ້ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ,ບັນດາແຂວງ, ນະຄອນ, ເມືອງ, ກຳມະບານຮາກຖານ ແລະ ຜູ້ທີ່ເຂົ້າຮ່ວມ ນຳເອົາເນື້ອໃນຂອງແຈ້ງການໄປເຜີຍແຜ່ໃຫ້ສະມາຊິກກຳມະບານ, ກຳມະການ, ຜູ້ອອກແຮງງານ ແລະ ປະຊາຊົນ ເຂົ້າໃຈ; ຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານການຈັດຕັ້ງປະຕິບັດ ແຈ້ງການແນະນຳສະບັບນີ້ ໃຫ້ຂັ້ນເທິງຖັດຕົນຮັບຊາບ.​

ທ່ານ ອະທິລັດ ອຸດົມເດດ ໄດ້​ເວົ້າ​ວ່າ: ​ ສຳ​ລັບເງື່ອນໄຂຂອງຜູ້ອອກແຮງງານທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ແມ່ນ: ຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ, ການບໍລິການທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະ ໃນຄົວເຮືອນ ທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມືແຮງງານ, ບໍ່ມີຄວາມຊຳນານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານ; ຕ້ອງແມ່ນຜູ້ທີ່ເຮັດວຽກ ບໍ່ເກີນ 26 ວັນ ຕໍ່ເດືອນ, 6 ວັນ ຕໍ່ອາທິດ ແລະ 8 ຊົ່ວໂມງ ຕໍ່ວັນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຂະຫຍັນ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານ ມາຄິດໄລ່ເຂົ້າເປັນເງິນຄ່າແຮງງານຂັ້ນຕໍ່າສຸດແລະ ສຳລັບຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ວິຊາສະເພາະ ແລະ ຜູ້ທີ່ເຮັດວຽກຄົບ 9 ເດືອນ ຜູ້ໃຊ້ແຮງງານຕ້ອງຈ່າຍຄ່າແຮງງານ ຫຼື ເງິນເດືອນສູງກວ່າຄ່າແຮງງານຂັ້ນຕໍ່າສຸດ, ໃນກໍລະນີທີ່ຜູ້ໃຊ້ແຮງງານໃຫ້ຜູ້ອອກແຮງງານໄປເຮັດວຽກທີ່ເປັນອັນຕະ ລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບດ້ານແຮງງານ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດ (ໃໝ່) ທີ່ໄດ້ລະບຸໄວ້.​

ທ່ານ​ຍັງ​ໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະຫ້ອງການ, ກົມ, ສະຖາບັນພັດທະນາກຳມະບານ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂວງ, ນະຄອນ, ເມືອງ ແລະ ກຳມະບານຮາກຖານ ໃນຂອບເຂດທົ່ວປະເທດ, ໂດຍສະເພາະບັນດາທ່ານນັກສື່ມວນຊົນ ທັງໝົດທີ່ໃຫ້ກຽດມາເຂົ້າຮ່ວມເກັບກຳຂ່າວ ໃນກອງປະຊຸມຄັ້ງນີ້ ຈົ່ງນຳເອົາເນື້ອໃນແຈ້ງການສະບັບນີ້ນຳໄປເຜີຍແຜ່ ແລະ ໂຄສະນາ ໃຫ້ສະມາຊິກກຳມະບານ, ກຳມະ ກອນ, ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ແລະ ທັນກັບກໍານົດເວລາທີ່ໄດ້ກໍານົດໄວ້ ກໍຄືເລີ່ມແຕ່ ວັນທີ 1 ສິງຫາ 2022 ນີ້ ເປັນຕົ້ນໄປ ເປັນການປັບຂຶ້ນຄ່າແຮງງານຂັ້ນຕໍ່າຄັ້ງທີໜຶ່ງ ປັບຈາກ 1.100.000ກີບ ເປັນ 1.200.000 ກີບ/ຄົນ/ເດືອນ ແລະ ເລີ່ມແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ ປັບຄັ້ງທີສອງ ປັບຈາກ 1.200.000 ກີບ ເປັນ 1.300.000 ກີບ/ຄົນ/ເດືອນ.​

ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - 4 - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023
ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - 3 - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023
ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023 - 5 - ປັບຄ່າແຮງງານຂັ້ນຕໍ່າສຸດ (ໃໝ່)ເປັນ 1.200.000 ກີບ ​ໃນ​ປີ 2022 ແລະ1.300.000 ກີບ ໃນ​ປີ 2023