ເມົາຍາບ້າແລ້ວອາລະວາດຈູດເຮືອນຕົນເອງ
July 29, 2022 - 3:04 PM

ວັນທີ 27 ກໍລະ ກົດ 2022 ຜ່ານມາ, ເຈົ້າໜ້າທີ່ ປກສ ກຸ່ມໂຄກສີວິໄລ ໄດ້ຈັບຕົວ ທ້າວ ລາວຈື ອາຍຸ 28 ປິ ຍ້ອນຜູ້ກ່ຽວເມົາຢາບ້າຫຼາຍ ແລ້ວກໍ່ເຫດອາລະວາດຈູດເຮືອນຕົນເອງ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ທ່ານ ພັຕ ລີວັນ ສັງສັກສິດ ວິຊາການ ປກສ ກຸ່ມໂຄກສີວິໄລ ໃຫ້ຮູ້ວ່າ: ເວລາ 10: 30 ໂມງ ເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກພົນລະເມືອງວ່າ: ທ້າວ ລາວຈື ເມົາຢາບ້າຢ່າງຮຸນແຮງ ແລ້ວເກີດອາລະວາດທຸບເຮືອນ ແລະ ໃຊ້ໄຟຈູດເຮືອນຕົນເອງ ພາຍຫລັງໄດ້ຮັບແຈ້ງຄວາມດັ່ງກ່າວເຈົ້າໜ້າທີ່ເຂົ້າລະງັບເຫດການໄດ້ທັນ ສາມາດຄວບຄຸມໄຟເອົາໄວ້ໄດ້. ຜ່ານການສອບຖາມເບື້ອງຕົ້ນ, ທ້າວ ລາວຈື ໃຫ້ການຮັບສາລະພາບວ່າ: ຕົ້ນປີ 2017 ໄດ້ສ້າງຄອບຄົວກັບ ນາງ ຈາລີ ບ້ານໜອງສອງຫ້ອງ ເມືອງໄຊທານີ ນວ ແລ້ວໄດ້ຊື້ເຮືອນຢູ່ບ້ານໄຜ່ລ້ອມ ແລະ ປີ 2018 ພາຍຫລັງໄດ້ຢ່າຮ້າງກັບເມຍ. ຜູ້ກ່ຽວ ກໍໄດ້ກັບຄືນໄປອາໄສຢູ່ບ້ານເກີດບ້ານດອນທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຕົກມາຮອດເດືອນກຸມພາ 2022, ໄດ້ກັບຄືນມາຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ຄືນໃໝ່ ແລະ ເດືອນພຶດສະພາ 2022, ໄດ້ເລີ່ມເສບຢາບ້າ ສ່ວນຢາບ້າທີ່ນໍາມາເສບແຕ່ລະຄັ້ງແມ່ນໝູ່ເອົາມາແຕ່ແຂວງບໍ່ແກ້ວ ຈຳນວນ 736 ເມັດ ທີ່ເຈົ້າໜ້າທີ່ກວດພົນນັ້ນເປັນຂອງຜູ້ກ່ຽວ. ປັດຈຸບັນ, ປກສ ກຸ່ມໂຄກສີວິໄລ ໄດ້ສົ່ງມອບຕົວຜູ້ກ່ຽວໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສືບຕໍ່ເປີດກວ້າງຂະຫາຍຜົນ.