ປາກິດສະຖານປະສົບໄພນໍ້າຖ້ວມ ມີຜູ້ເສຍຊີວິດ100 ກວ່າຄົນ
July 29, 2022 - 4:05 PM

ຂ່າວຈາກ ປາກິດສະຖານ ວັນທີ 29 ກໍລະກົດ 2022 ນີ້ໃຫ້ຮູ້ວ່າ: ປາກິດສະຖານຜະເຊີນກັບນ້ຳຖ້ວມຄັ້ງໃຫຍ່ເຮັດໃຫ້ມີ ຜູ້ເສຍຊີວິດ 106ຄົນ ແລະ ບາດເຈັບ 62ຄົນ ເນື່ອງຈາກຝົນຕົກໜັກເກືອບທົ່ວ ທຸກພາກຂອງປະເທດຢ່າງຕໍ່ເນື່ອງ ໂດຍສະເພາະແຂວງບາລູຈິສຖານທາງຕາເວັນຕົກສຽງໃຕ້ເຮັດໃຫ້ເຮືອນປະຊາຊົນຈົມຢູ່ໃຕ້ນ້ຳຫລາຍຫລັງລວມທັງລະບົບພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍເປັນບໍລິເວນກວ້າງ.
ປັດຈຸບັນ ເຈົ້າໜ້າທີກູ້ໄພປາກິດສະຖານພວມນຳອາຫານ ແລະ ເຄື່ອງໃຊ້ ທີ່ຈຳເປັນ ໄປຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຄັ້ງນີ້ຢ່າງຮີບດ່ວນ.
ຂ່າວ: ຂປລ