ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຖະແຫລງການເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2022 (30 ກໍລະກົດ 2022)

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຖະແຫລງການເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2022 (30 ກໍລະກົດ 2022)
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ ໄດ້ໝູນວຽນມາ ບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍ ຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.
ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ.
ຜ່ານມາພວກຄ້າມະນຸດມີການເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວຍົວະ, ຫຼອກລວງການໃຫ້ຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ, ການເຜີຍແຜ່ສິ່ງລາມົກຜ່ານສືສັງຄົມອອນລາຍ ເຊິ່ງໄດ້ຂັດກັບກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວຈໍານວນບໍ່ໜ້ອຍ ຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານຢູ່ບາງພື້ນທີ່ຫຼໍ່ແຫຼມ ແລະ ປະເທດເພື່ອນບ້ານ ເຊິ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈໍານວນຫຼາຍ.
ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ລັດຖະບານ ຈຶ່ງໄດ້ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນເອົາໃຈໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ, ມີຄວາມເຂັ້ມແຂງ ນັບທັງສູນກາງລົງຮອດທ້ອງຖິ່ນ, ສ້າງ, ປັບປຸງບັນດາຄູ່ມື, ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການຝຶກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງ ນັບແຕ່ສູນກາງແລະ ທ້ອງຖິ່ນ, ສະໜອງງົບປະມານ, ເອົາໃຈໃສ່ໂຄສະນາປູກຈິດສໍານຶກໃຫ້ແກ່ສັງຄົມ ດ້ວຍເຜີຍແຜ່ສື່ສິ່ງໂຄສະນາ, ລະຄອນ, ບົດເພັງ ຜ່ານທາງສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ ພ້ອມທັງເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະເທດ; ພ້ອມກັນນັ້ນ, ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຕະຫຼອດມາ.
ໃນໂອກາດນີ້ ຕ່າງໜ້າລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະກໍາມະການການຄ້າມະນຸດລະດັບຊາດ, ນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວທຸກບັນດາເຜົ່າໃນທົ່ວປະເທດທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ, ພ້ອມກັນນີ້ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະໜັບສະໜູນລັດຖະບານ ແລະ ປະຊາຊົນເຂົ້າໃນວຽກງານຕ້ານການຄ້າມະນຸດໄດ້ຮັບຜົນດີຕະຫຼອດມາ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!
ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ, ດັ່ງນັ້ນ ອີກເທື່ອໜຶ່ງເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2022 ນີ້, ໃນນາມລັດຖະບານ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ, ເອກະຊົນ, ປະຊາຊົນໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າຢູ່ສູນກາງ ແລະ ທ້ອງຖິ່ນ, ຮາກຖານບ້ານປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ, ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ, ເຂດອຸດສະຫະກໍາ, ກະສິກໍາ, ບໍລິການບັນເທິງ ແລະ ພາກສ່ວນອື່ນໆ ທີ່ນໍາໃຊ້ແຮງງານເປັນຈໍານວນຫຼາຍ; ເອົາໃຈໃສ່ການກໍານົດຕົວຜູ້ຖືກເຄາະຮ້າຍທັງພາຍໃນ, ຕ່າງປະເທດຢ່າງທັນເວລາ ແລະ ມີຄວາມປອດໄພ. ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ ແລະ ຕະຫຼາດແຮງງານໃຫ້ມີຄວາມສອດຄ່ອງກັນນັບແຕ່ສູນກາງຫາທ້ອງຖິ່ນໃຫ້ຫຼາຍຂຶ້ນ; ຄຽງຄູ່ກັນນັ້ນຕ້ອງເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງການເຮັດວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະຈໍາດ່ານຊາຍແດນ, ພະນັກງານການທູດປະຈໍາຢູ່ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນເຮັດວຽກງານຕ້ານການຄ້າມະນຸດໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ-ລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.
ຂໍຂອບໃຈ
ຂໍ້ມູນ: ຂ່າວຄວາມສະຫງົບ