ສປປ ເກົາຫລີ ປະກາດຊະນະໂຄວິດ-19 ບໍ່ພົບຄົນເປັນໄຂ້ໃນປະເທດຄັ້ງທຳອິດ ນັບແຕ່ໄວຣັສເລີ່ມລະບາດ

ສປປ ເກົາຫລີ ປະກາດໄຊຊະນະຄວບຄຸມໂຄວິດ-19 ບໍ່ພົບຜູ້ຕິດເຊື້ອມີອາການໄຂ້ໃນປະເທດເປັນຄັ້ງທຳອິດ ນັບແຕ່ເກີດການລະບາດຈົນຕ້ອງປິດປະເທດໃນກາງເດືອນພຶດສະພາຜ່ານມາ.
ສຳນັກຂ່າວກາງເກົາຫລີ (KCNA) ເຊິ່ງເປັນກະບອກສຽງຂອງລັດຖະບານ ສປປ ເກົາຫລີ ເປີດເຜີຍວ່າ: ສປປ ເກົາຫລີ ບໍ່ພົບຜູ້ຕິດເຊື້ອທີ່ມີອາການໄຂ້ ເຊິ່ງຄາດວ່າອາດຕິດເຊື້ອໂຄວິດ-19 ຄົນໃໝ່ເປັນຄັ້ງທຳອິດໃນວັນທີ 30 ກໍລະກົດ. ຂະນະທີ່ສະຖານະການການລະບາດກຳລັງຫລຸດຜ່ອນໄປໃນທິດທາງດີ ເຖິງວ່າປະເທດໃກ້ຄຽງໃນອາຊີກຳລັງຜະເຊີນການລະບາດຂອງໄວຣັສສາຍພັນໂອມິຄຣອນ.
KCNA ລະບຸວ່າ: 99,99% ຂອງຈຳນວນຜູ້ທີ່ມີອາການໄຂ້ທົ່ວປະເທດ ເຊິ່ງຖືກກວດພົບ 4,77 ລ້ານຄົນ ນັບແຕ່ທ້າຍເດືອນເມສາ ເຊິ່ງເປັນໄລຍະເວລາທີ່ມີການລາຍງານພົບຜູ້ຕິດເຊື້ອໂຄວິດ-19 ຄັ້ງທຳອິດໃນ ສປປ ເກົາຫລີ ປັດຈຸບັນໄດ້ຮັບການປິ່ນປົວຈົນຟື້ນຕົວເຕັມທີ່ແລ້ວ ໂດຍມີພຽງ 204 ຄົນທີ່ກຳລັງຢູ່ລະຫວ່າງການປິ່ນປົວ.
KCNA ເຜີຍວ່າ: ໜ່ວຍງານເຄື່ອນທີ່ໄວຂອງ ສປປ ເກົາຫລີ ຈະຍັງກະຕືລືລົ້ນໃນການພະຍາຍາມກວດຫາ ແລະ ສະກັດການລະບາດຂອງເຊື້ອໄວຣັສໄປຈົນກວ່າຜູ້ຕິດເຊື້ອຄົນສຸດທ້າຍຈະປິ່ນປົວຫາຍດີແລ້ວ.
ອ້າງອີງ: