ອິນໂດເນເຊຍ ເປີດສາກການແຂ່ງຂັນເຈົ້າພາບກິລາຄົນພິການອາຊຽນ ‘‘ ໂຊໂລ 2022 ’’
July 30, 2022 - 10:30 PM




ອິນໂດນີເຊຍ ຈັດພິທີເປີດການແຂ່ງຂັນກິລາຄົນພິການອາຊຽນ ‘‘ ໂຊໂລ 2022 ’’ ເນັ້ນຮຽບງ່າຍ ແຕ່ປະທັບໃຈ 11 ຊາດອາຊຽນ.
ມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 11 ‘‘ ໂຊໂລ 2022 ’’ ທີ່ເມືອງໂຊໂລ ປະເທດອິນໂດນີເຊຍ ເປີດສາກຢ່າງເປັນທາງ ການ ໃນວັນທີ 30 ກໍລະກົດ ແລະ ຈະຊິງໄຊກັນໄປຈົນເຖິງວັນທີ 6 ສິງຫາ ເຊິ່ງນັບເປັນເຈົ້າພາບຄັ້ງທີ 2 ໃນຮອບ 11 ປີຂອງອິນໂດ ນີເຊ ນັບຕັ້ງແຕ່ປີ 2011 ໂດຍພິທີເປີດມີຂຶ້ນທີ່ ສະຫນາມ ມານາຮານ ມີນັກກິລາຄົນພິການ ເຈົ້າຫນ້າທີ 11 ຊາດອາຊຽນເຂົ້າຮ່ວມ ພິທີເປີດຢ່າງພ້ອມພຽງ ເຈົ້າພາບເນັ້ນຄວາມຮຽບງ່າຍ ແຕ່ສື່ເຖິງມິດຕະພາບຂອງບັນດານັກກິລາຄົນພິການທົ່ວພູມມິພາກ ການສະແດງໃນແຕ່ລະຊຸດເຈົ້າພາບສະທ້ອນເຖິງວັດທະນະທຳທ້ອງຖ່ິ່ນປະເທດອິນໂດນີເຊຍ ໃຊ້ນັກສະແດງກວ່າ 1,000 ຄົນ ຮ່ວມສະແດງເນັ້ນຢຳ້ໃຫ້ສັງຄົມໃຫ້ຄວາມສຳຄັນເຖິງການສະເຫມີພາບກັນລະຫວ່າງຄົນການກັບຄົນປົກກະຕິທົ່ວໄປ.