ສະຖານທູດ ຣັດເຊຍຖະແຫລງ ການກະທຳຂອງຜູ້ນຳຣັດເຊຍແມ່ນຖືກຕ້ອງ ແລະ ຕ້ອງບັນລຸເປົ້າໝາຍແນ່ນອນ

ວັນທີ 29 ກໍລະກົດ 2022 ນີ້, ທ່ານ ດານິລ ອາໂວໂດ ປີອານອບ ເລຂານຸການຕີປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງຄວາມຄືບໜ້າການເຄື່ອນໄຫວພິເສດທາງການທະຫານ ຢູ່ຢູເຄຣນ ເຊິ່ງໄລຍະປະຕິບັດໜ້າທີ່, ກຳລັງປະກອບອາວຸດຣັດເຊຍ ໄດ້ສືບຕໍ່ບຸກໂຈມຕີ ຢູ່ບັນດາເປົ້າໝາຍທາງການທະຫານ ໂດຍໃຊ້ພຽງແຕ່ອາວຸດທີ່ມີຄວາມຊັດເຈນສູງເທົ່ານັ້ນ, ພ້ອມທັງສ້າງແລວທາງດ້ານມະນຸດສະທໍາ ເພື່ອອົບພະຍົບພົນລະເຮືອນອອກຈາກເຂດອັນຕະລາຍ, ນັບຕັ້ງແຕ່ການປະຕິບັດງານດັ່ງກ່າວ ປະມານ 3 ລ້ານຄົນ ໄດ້ອົບພະຍົບອອກໄປຢູ່ປະເທດຣັດເຊຍ, ໃນນັ້ນມີເດັກນ້ອຍ 450.000 ຄົນ.
ທ່ານ ດານິລ ອາໂວໂດ ປີອານອບ ໄດ້ໃຫ້ຮູ້ວ່າ: ໃນວັນທີ 22 ກໍລະກົດ 2022 ຜ່ານມານີ້, ໄດ້ມີພິທີລົງນາມເອກະສານກ່ຽວກັບ ການສົ່ງອອກເມັດພືດທາງທະເລຂອງຢູເຄຣນ ແລະ ການສົ່ງອອກຜະລິດຕະພັນກະເສດຂອງຣັດເຊຍ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ປຸຍຝຸ່ນຂອງຣັດເຊຍ ຢ່າງໂປ່ງໃສ ແລະ ບໍ່ເປັນການຂັດຂວາງ, ລວມທັງວັດຖຸດິບໃນການຜະລິດອອກສູ່ຕະຫລາດໂລກ.
ທ່ານ ດານິລ ອາໂວໂດ ປີອານອບ ຍັງໃຫ້ຮູ້ອີກວ່າ: ຕໍ່ການຕັດສິນໃຈ ແລະ ການກະທໍາຫລ້າສຸດຂອງການນຳຣັດເຊຍ, ຢືນຢັນອີກເທື່ອໜຶ່ງ ເຖິງຄວາມຖືກຕ້ອງ ແລະ ທັນເວລາຂອງການເຄື່ອນໄຫວທາງການທະຫານພິເສດ, ຄວາມຈຳເປັນຂອງເປົ້າໝາຍວ່າດ້ວຍ ການທຳລາຍຄວາມສາມາດດ້ານການທະຫານຂອງ ຢູເຄຣນ ແລະ ການປົດປ່ອຍຊູແກຣນຈາກອຸດົມການນາຊີ ຢ່າງໄວວາ, ລົບລ້າງໄພຂົ່ມຂູ່ຕໍ່ຜົນລະເມືອງຂອງຢູເຄຣນ ແລະ ລົບລ້າງໄພຂົ່ມຂູ່ຕໍ່ພົນລະເມືອງ ສາທາລະນະລັດ ປະຊາຊົນຂອງດອນບັດ (Donbass) ແລະ ຣັດເຊຍ, ເປົ້າໝາຍທັງໝົດນີ້ຈະບັນລຸໄດ້.