ເຖິງວ່າຈະຍິງລີເວີພູລບໍ່ໄດ້, ແຕ່ ຟານ ໄດ ຊີ້ 3 ຈຸດແຂງທີ່ ຮາແລນ ກຽມສັ່ນສະເທືອນພຣີເມຍລີກ

ກອງຫລັງ ລີເວີພູລ ເຊື່ອວ່າ ດາວຍິງ ແມນຊິຕີ ຄົນໃຫມ່ ຈະເປັນຝັນຮ້າຍຂອງທຸກທີມໃນພຣີເມຍລີກ ອັງກິດ ເຖິງຈະ ຍັງບໍ່ຍິງໃນຄອມມູນິຕີ ຊິລ.
ເຟີຈິລ ຟານ ໄດ ກອງຫລັງຕົວເກ່ັງຂອງລີເວີພູລ ໃຫ້ສຳພາດເຖິງ ເອີຣິງ ຮາແລນ ກອງຫນ້າຄົນໃຫມ່ຂອງ ແມນເຊສເຕີ ຊິຕີ ທີ່ຫາກໍພົບກັນໃນເສິກ ແຊ໊ມ ພົບ ແຊ໊ມ ຄອມມູນິຕີ ຊິລ 2022 ເຊິ່ງ ລີເວີພູລ ແຊ໊ມເອັຟເອ ຄັບ ເອົາຊະນະ ແມນຊິຕີ ແຊ໊ມ ພຣີເມຍລີກ ອັງກິດໄປໄດ້ 3-1 ເອົາໂຊກໄຊກ່ອນເປີດລະດູການ 2022-23.
ເຖິງວ່າ ຮາແລນ ຈະພາດໂອກາດຍິງປະຕູທຳອິດໃນການຫລິ້ນທີ່ອັງກິດ ຫລັງຫາກໍຍ້າຍມາຈາກ ໂບຣຸສເຊຍ ດອດມຸນ ທີມບຸນເດສລີກາ ເຢຍລະມັນ ໂດຍສະເພາະຈັງຫວະຍິງໃກ້ໆໃນໄລຍະທ້າຍເກມພົບກັບລີເວີພູລ ແຕ່ ຟານ ໄດ ທີ່ໄດ້ພົບ ກັນໃນສະຫນາມຍອມຮັບວ່າກອງຫນ້າຄົນໃຫມ່ຂອງແມນຊິຕີ ຈະເປັນຝັນຮ້າຍຂອງກອງຫລັງທຸກທີມທີ່ພົບກັນໃນລະ ດູການໃຫມ່.
ຟານ ໄດ ກ່າວວ່າ : ‘‘ ການມີສະມາທິຄືສິ່ງທີ່ສຳຄັນສະເຫມີສຳລັບ ກອງຫນ້າທຸກຄົນ ເຫັນໄດ້ຈະແຈ້ງວ່າລາວມີຄຸນສົມບັດຫລາຍ ທີ່ຈະເຮັດໃຫ້ບັນດາກອງຫລັງຕ້ອງພົບກັບວຽກທີ່ຍາກຂຶ້ນ ລາວມີທຸກຢ່າງເຊິ່ງພ້ອມຫລາຍທີ່ຈະພຸ່ງເຂົ້າຫາເປົ້າຫມາຍ, ສາ ມາດຫລິ້ນລູກກາງອາກາດໄດ້ດີ ແລະ ມີຄວາມໄວ ແຕ່ເກມນີ້ເຮົາຈັດການລາວໄດ້ ລາວມີໂອກາດພຽງ 1-2 ຄັ້ງ ແຕ່ນອກຈາກນັ້ນ ພວກເຮົາຊ່ວຍກັນຮັບມືໄດ້ດີ ’’.
‘‘ ຂ້ອຍຄົງບໍ່ຕ້ອງແນະນຳລາວຫລາຍເກີນໄປ ແຕ່ແນ່ນອນວ່າລາວຮູ້ວ່າຈະຕ້ອງສຸ່ມໃສ່ເກມຂອງຕົນເອງ ບໍ່ແມ່ນສິ່ງທີ່ຄົນອື່ນເວົ້າ ແນ່ນອນ ວ່າມັນມີຄວາມກົດດັນສຳລັບນັກເຕະທີ່ຍ້າຍມາດ້ວຍຄ່າຕົວທີ່ແພງ ແຕ່ເຈົ້າເຂົ້າມາເພື່ອສ້າງຜົນງານ ແລະ ສະໂມສອນ ກໍຈ່າຍຄ່າຕົວໃນການຍ້າຍທີມເພື່ອເຈົ້າ ເຈົ້າຕ້ອງເຮັດວຽກ ແລະ ໃນການກໍລະນີຂອງ ຮາແລນ ລາວກໍຄືຕ້ອງພະຍາຍາມຍິງປະຕູ ໃຫ້ໄດ້ຫລາຍທີ່ສຸດ ’’.