6 ເດືອນຕົ້ນປີ ປກສ ແຂວງສະຫວັນນະເຂດຢຶດຢາບ້າໄດ້ 2.773.573 ເມັດ ໃບກະທ່ອມໄດ້ 8 ແກັດ

ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ II ກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດວ່າ:
ໃນໄລຍະ 6 ເດືອນປີ 2022 ນີ້, ກອງບັນຊາການ ປກສ ແຂວງໄດ້ມີການປັບປຸງກົງຈັກການຈັດຕັ້ງຂັ້ນນໍາພາ-ບັນຊາຂັ້ນຫ້ອງ, ກອງບັນຊາການ ປກສ ເມືອງ-ນະຄອນ, ພະແນກການ, ປກສ ກຸ່ມບ້ານ, ໜ່ວຍງານວິຊາການເພື່ອຍົກສູງຄວາມສາມາດໃນການບັນຊາ, ໄດ້ມີການເຄື່ອນໄຫວໂຄສະນາວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມສໍານັກງານ, ອົງການ ຈັດຕັ້ງຂອງລັດ, ສະຖາບັນການສຶກສາ, ໂຮງຈັກ-ໂຮງງານ, ສະຖານທີ່ຊຸມຊົນຕ່າງໆ ຊຶ່ງມີຜູ້ເຂົ້າຮ່ວມປະມານ 30 ພັນຄົນ, ມີການຕິດຕັ້ງປ້າຍໂຄສະນາຕ້ານຢາເສບຕິດ, ໂຄສະນາຜ່ານສື່ອອນລາຍຕ່າງໆ, ສໍາເລັດການຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ, ຄ້າຂາຍຍ່ອຍ ແລະ ເປົ້າໝາຍພົວພັນກັບຢາເສບຕິດຄື:
– ເປົ້າໝາຍເສບຢາທັງໝົດ 17.278 ຄົນ,
– ຂຶ້ນບັນຊີພື້ນທີ່ມົ້ວສຸມໄດ້ 24 ແຫ່ງ,
– ກໍານົດພື້ນທີ່ລໍ່ແຫຼມ ແລະ ມີຄວາມສ່ຽງກ່ຽວກັບຢາເສບຕິດໄດ້ 5 ເມືອງ,
– ກໍານົດເສັ້ນທາງເປົ້າໝາຍທີ່ໃຊ້ໃນການລໍາລຽງຂົນສົ່ງຢາເສບຕິດທັງທາງບົກ ແລະ ທາງນໍ້າ.
ນອກຈາກນີ້, ໄດ້ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາເມືອງຕ່າງໆເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສ້າງບ້ານປອດຄະດີ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ, ຜົນງານກ່ຽວກັບການປະຕິບັດແຜນງານດັ່ງກ່າວຄື:
– ສາມາດແກ້ໄຂມ້າງລາຍຄະດີໄດ້ທັງໝົດ 176 ເລື່ອງ
– ຈັບຜູ້ຖືກຫາໄດ້ 280 ຄົນ, ຍິງ 25 ຄົນ,
– ຢຶດຂອງກາງປະເພດຢາບ້າໄດ້ 2.773.573 ເມັດ,
– ຢາອີ 467 ເມັດ,
– ຢາເຄ 1 ຖົງ,
– ຢາໄອ້ 51 ຖົງ,
– ກັນຊາ 1.042 ກິໂລກຣາມ,
– ໃບກະທ່ອມ 8 ແກັດ,
– ອາວຸດເສິກ 3 ກະບອກ,
– ລູກປືນ 106 ລູກ ພ້ອມທັງພາຫະນະ ແລະ ຊັບສິນມີຄ່າຫຼາຍລາຍການ
ອັນພົ້ນເດັ່ນແມ່ນໃນເດືອນພຶດສະພາປີ 2022 ສາມາດຈັບຕົວຜູ້ຖືກ ຫາໄດ້ 1 ຄົນ, ພ້ອມຂອງກາງຢາບ້າ 762.000 ເມັດ, ຢາໄອ້ 377 ຖົງນ້ອຍ ຜ່ານການສືບສວນ-ສອບສວນເຫັນວ່າມີການພົວພັນເປັນກຸ່ມທີ່ກວ້າງຂວາງທັງພາຍໃນ ແລະ ຕ່າງແຂວງ.
ຈາກນັ້ນ, ທ່ານຍັງໄດ້ລາຍງານເຖິງຄວາມສະດວກ, ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ ພ້ອມສະເໜີທິດທາງແຜນການທີ່ຈະຕ້ອງສືບຕໍ່ປະຕິບັດໃນໄລຍະຕໍ່ໜ້າ.