5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.

5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - 38333190 m scaled - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - kitchen vibe - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.

 

  1. ຕື່ມອາຫານໃຫ້ກະດູກ :
  • ກິນອາຫານທີ່ມີທາດການຊຽມ ເຊັ່ນ : ໝາກງາ, ປາໂຕນ້ອຍໆ.
  • ກິນຄໍລາເຈັນເສີມຄວາມແຂງແຮງ.
  • ຫລຸດການດື່ມຊາ ແລະ ກາເຟ.
  • ກິນອາຫານເສີມທີ່ມີວິຕາມິນ D ເພາະເຮັດໃຫ້ລະບົບດູດຊຶມອາຫານເຮັດວຽກດີ.
  • ກິນວິຕາມິນ K2 (MK7) ນຳເອົາທາດການຊຽມໃນຫລອດເລືອດໄປສູ່ກະດູກ ເຮັດໃຫ້ກະດູກແຂງແຮງ.
  • ກິນວິຕາມິນ C ປ້ອງກັນກະດູກຫັກ ຂັດຂວາງແຊນທີ່ຈະໄປທຳລາຍກະດູກ.
  • ກິນແມັກນີຊຽມ ເຮັດໜ້າທີ່ຮັກສາທາດການຊຽມໄວ້ໃນກະດູກ.
  1. ໃຊ້ຮໍໂມນເພດເສີມ : ເສີມຮໍໂມນຕາມທຳມະຊາດ ບໍ່ວ່າຈະເປັນຮໍໂມນເພດຊາຍ ຄື ເທສໂທສເຕີໂຣນ ຫລື ຮໍໂມນເພດຍິງ ຄື ເອສໂຕຣເຈັນ ແລະ ໂປຣເຈສເຕີໂຣນ ຮໍໂມນທັງ 3 ຊະນິດນີ້ປ້ອງກັນກະດູກບາງ, ກະດູກຜ່ອຍ ແລະ ເສີມກະດູກໃຫ້ແຂງແຮງຂຶ້ນ.
  2. ອອກກຳລັງກາຍທີ່ຊ່ວຍເສີມຄວາມຫົດຢືດຂອງຮ່າງກາຍ : ຫລິ້ນກິລາທີ່ມີການຫົດຢືດກ້າມຊີ້ນເປັນປະຈຳ ຊ່ວຍເສີມສ້າງຄວາມຫົດຢືດ ແລະ ຊ່ວຍປັບໂຄງສ້າງຮ່າງກາຍໃຫ້ຢຽດຊື່ ຖືກລັກສະນະໄປໃນໂຕ ເຊັ່ນ : ໂຢຄະ, ຍິມນາສຕິກ ເປັນຕົ້ນ.
  3. ປັບທ່າທາງຮ່າງກາຍ ການຢືນ, ການຍ່າງ, ການນອນ, ການນັ່ງ :
  • ບໍ່ນັ່ງຂາຂຶ້ນຫ້າງ,​ ບໍ່ນັ່ງເຮັດໂຕອຽງ.
  • ປັບການຢືນໃຫ້ເປັນເສັ້ນຊື່, ບໍ່ຫລັງກົ່ງ.
  • ຮັກສານຳ້ໜັກລົງຂາທັງສອງເບື້ອງຢ່າງສະເໝີກັນ.
  • ປັບການນອນໃຫ້ເປັນລັກສະນະນອນຫງາຍພຽງລົງກັບພື້ນ.
  1. ປັບພຶດຕິກຳໃຫ້ກະດູກ :
  • ບໍ່ຍົກສິ່ງຂອງໜັກເກີນຈຳເປັນ.
  • ໃຊ້ເຄື່ອງທຸ່ນແຮງໃຫ້ຫລາຍຂຶ້ນ.
  • ບໍ່ໃສ່ເກີບສົ້ນສູງ, ເກີບເສີມສົ້ນ ບໍ່ຄວນສູງຫລາຍເກີນໄປ.
  • ປັບຄວາມດຸ່ນດ່ຽງຂອງຮ່າງກາຍ ໂດຍແບ່ງນຳ້ໜັກຂອງການໃຊ້ແຂນທັງສອງເບື້ອງໃຫ້ເທົ່າກັນ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - 5 - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - 4 - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - 3 - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - Visit Laos Visit SALANA BOUTIQUE HOTEL - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.
5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ. - Visit Laos Visit SALANA BOUTIQUE HOTEL - 5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.