ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - 296620721 3439022376326503 5656590022897639554 n - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ
ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - kitchen vibe - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ຂ່າວ CRI ລາຍງານວັນທີ 3 ສິງຫາ2022 ວ່າ: ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ທັດສະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບໍ່ເອົາຫົວຊາຕໍ່ການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ໂດຍໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຢ່າງບັງອາດ. ການກະທຳແບບນີ້ ໄດ້ຝ່າຝືນຫຼັກການປະເທດຈີນດຽວຢ່າງໜັກໜ່ວງ, ເປັນການລ່ວງລ້ຳອະທິປະໄຕ ຂອງຈີນດ້ວຍເຈຕະນາຮ້າຍ, ແລະທ້າທາຍເກາະຜິດທາງການເມືອງຢ່າງ ເປີດແປນ ເຊິ່ງໄດ້ກະຕຸ້ນຄວາມຄຽດແຄ້ນຢ່າງຮຸນແຮງຂອງປະຊາຊົນຈີນ, ແລະພາໃຫ້ປະຊາຄົມໂລກຄັດຄ້ານທົ່ວໄປ. ສິ່ງນີ້ໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ ນັກການເມືອງຈຳນວນໜຶ່ງຂອງອາເມຣິກາໄດ້ກາຍເປັນຜູ້ກໍ່ຄວາມຫຍຸ້ງຍາກໃຫ້ກັບການພົວພັນຈີນ-ອາເມຣິກາ, ອາເມຣິກາໄດ້ກາຍເປັນຜູ້ທຳລາຍສັນຕິພາບແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນຢ່າງຮ້າຍແຮງທີ່ສຸດ.

ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ
ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ອາເມຣິກາຢ່າໃຝ່ຝັນທີ່ຈະກີດຂວາງພາລະກິດທ້ອນໂຮມປະເທດຊາດ ເຂົ້າເປັນເອກະພາບຂອງຈີນ. ຢ່າໃຝ່ຝັນຈະທຳລາຍການພັດທະນາຄວາມຈະ ເລີນຮຸ່ງເຮືອງຂອງຈີນ. ຢ່າໃຝ່ຝັນຈະຫຼິ້ນເລ່ລ່ຽມທາງການເມືອງພູມສາດ ແລະກໍຢ່າໃຝ່ຝັນວ່າຕົນເອງຈະສາມາດປີ້ນຂາວໃຫ້ເປັນດຳໄດ້ຕາມລຳພັງໃຈ.

ທ່ານຫວາງຢີ້ເນັ້ນໜັກວ່າ: ສິ່ງທີ່ເຮັດໃຫ້ຊ່ອງແຄບໄຕ້ຫວັນຮັກສາສັນຕິພາບ ແລະສະຖຽນລະພາບນັ້ນແມ່ນຫຼັກການປະເທດຈີນດຽວ, ແນວປ້ອງກັນອັນແທ້ຈິງ ທີ່ເຮັດໃຫ້ຈີນແລະອາເມຣິກາຢູ່ຮ່ວມກັນໂດຍສັນຕິນັ້ນແມ່ນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ. ການທີ່ເພິ່ງອີງອາເມຣິກາເພື່ອສະແຫວງ ຫາຄວາມເປັນເອກະລາດນັ້ນ ເປັນທາງຕັນສາຍໜຶ່ງ, ກົນອຸບາຍທີ່ສວຍ ໃຊ້ບັນຫາໄຕ້ຫວັນເພື່ອຄວບຄຸມຈີນນັ້ນ ຕ້ອງປະສົບຄວາມລົ້ມເຫຼວແນ່ນອນ. ຢູ່ຕໍ່ໜ້າຜົນປະໂຫຍດລວມຂອງຊາດແຫ່ງຄວາມເປັນເອກະພາບຂອງຊາດ, ຄົນຈີນມີຄວາມກ້າຫານທີ່ບໍ່ເຊື່ອໃນຄຳຫຼອກລວງແລະບໍ່ຢ້ານກົວຕໍ່ການນາບຂູ່, ມີຈິດໃຈທີ່ເຂັ້ມແຂງບໍ່ສາມມາດຂົ່ມຂູ່ແລະກົດດັນໄດ້, ມີຄວາມຕັດສິນໃຈທີ່ ສາມັກຄີຮ່ວມແຮງຮ່ວມໃຈກັນເປັນກຳລັງທີ່ເຂັ້ມແຂງບໍ່ສາມາດເອົາຊະນະໄດ້, ຍິ່ງມີຄວາມສາມາດໃນການເດັດດ່ຽວປົກປ້ອງອະທິປະໄຕແລະກຽດສັກສີຂອງຊາດ.

ນອກນີ້ ລັດຖະມົນຕີການຕ່າງປະເທດຈີນກ່າວວ່າ ທ່ານນາງ ແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມເຂດໄຕ້ຫວັນ ຂອງຈີນນັ້ນເປັນເລື່ອງຕະຫຼົກທັງໝົດເລື່ອງໜຶ່ງ.
ທ່ານຫວາງຢີ້ກ່າວຕື່ມວ່າ: ອາເມຣິກາຖືຄັນຕາລະບັດທີ່ວ່າ “ປະຊາທິປະໄຕ” ແຕ່ໃນຄວາມເປັນຈິງແລ້ວຊ້ຳພັດເຮັດໃນສິ່ງບໍ່ດີທີ່ລ່ວງລ້ຳອະທິປະໄຕຂອງຈີນ. ຈຳພວກນາງ ໄຊ້ຍິ່ງເວີນຂອງໄຕ້ຫວັນໄດ້ກອດ “ຂາໃຫຍ່”ຂອງອາເມຣິກາ, ຝ່າຝືນຜົນປະ ໂຫຍດລວມຂອງຊາດ, ການກະທຳທີ່ຫັນກົງລໍ້ປະຫວັດສາດໃຫ້ຖອຍຫຼັງເຫຼົ່ານີ້ແມ່ນ ບໍ່ສາມາດປ່ຽນແປງ “ປະເທດຈີນດຽວ” ເຊິ່ງເປັນຄວາມຮັບຮູ້ທີ່ເປັນເອກະ ພາບກັນໃນສາກົນໄດ້ ແລະກໍ່ບໍ່ສາມາດປ່ຽນແປງທ່າອ່ຽງລວມທີ່ໄຕ້ຫວັນຕ້ອງ ກັບຄືນສູ່ປະເທດຊາດແນ່ນອນ. ຜູ້ຫຼິ້ນໄຟ ເດັດຂາດຈະບໍ່ມີຈຸດຈົບທີ່ດີ, ຜູ້ໃດລ່ວງລ້ຳຊາດຈີນ,ຜູ້ນັ້ນຍ່ອມຈະຖືກລົງໂທດແນ່ນອນ.

ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - 5 - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ
ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - 4 - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ
ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ - 3 - ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ