4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030

4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - worldcup - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030
4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - kitchen vibe - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030

4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - worldcup - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030

ອາເຈນຕີນາ, ຊິລີ, ອຸຣຸໄກວ ແລະ ປາຣາໄກວ 4 ຊາດຈາກທະວີບອາເມລິກາໃຕ້ ຕົກລົງຈັບມືກັນຍື່ນເລື່ອງສະເໜີຕົວຂໍຊີງສິດການເປັນເຈົ້າພາບຮ່ວມຈັດການແຂ່ງຂັນ ບານເຕະໂລກ 2030.

4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - Visit Laos Visit SALANA BOUTIQUE HOTEL - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030
4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - Visit Laos Visit SALANA BOUTIQUE HOTEL - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030

ສຳລັບບານເຕະໂລກຄັ້ງດັ່ງກ່າວຈະມີວາລະຄົບ 100 ປີພໍດີ ນັບຕັ້ງແຕ່ຄັ້ງທຳອິດເຊິ່ງອຸຣຸໄກວ ເປັນເຈົ້າພາບ ແລະ ຍັງຄວ້າແຊ໊ມໂລກມາຄອງ ເທົ່າກັບວ່າຫາກ 4 ຊາດດັ່ງກ່າວໄດ້ຮັບເລືອກ ກໍຖືວ່າບານໂລກໄດ້ກັບສູ່ຈຸດເລີ່ມຕົ້ນນຳອີກ.

ອະເລຄານໂດຣ ໂດມິງເກສ ປະທານສະຫະພັນບານເຕະອາເມລິກາໃຕ້ (ຄອນເມໂບລ) ກ່າວວ່າ : ‘‘ ນີ້ເປັນຝັນຂອງທະວີບ ມັນຈະເປັນຍິ່ງກວ່າບານເຕະໂລກ ເພາະບານເຕະໂລກຈະມີອາຍຸຄົບ 100 ປີ ໄດ້ພຽງຄັ້ງດຽວ ເຊິ່ງມັນສົມຄວນ ຈະໄດ້ກັບສູ່ບ້ານອີກເທື່ອຫນຶ່ງ ’’.

ນອກຈາກ ອຸຣຸໄກວແລ້ວ ຊິລີ ກໍເຄີຍເປັນເຈົ້າພາບຄັ້ງຫນຶ່ງເມື່ອປີ 1962 ສ່ວນອາເຈນຕີນາ ເຄີຍໄດ້ຈັດປີ 1978 ມີພຽງປາຣາໄກວ ທີ່ຍັງບໍ່ເຄີຍຮັບຫນ້າທີ່ເຈົ້າພາບເລີຍ ເຊິ່ງສະຫະພັນບານເຕະນາໆຊາດ (FIFA) ມີແຜນຈະເລືອກເຈົ້າພາບບານເຕະໂລກ 2030 ໃນປີ 2024.

ໂດຍທັງ 4 ຊາດ ຈະຕ້ອງແຂ່ງຂັນກັບຂໍ້ສະເຫນີທີ່ຢືນຢັນແລ້ວຈາກໂມຣ໊ອກໂກ ແຫ່ງທະວີບອາຟຣິກກາ, ໂຣມາເນຍ-ກຣີສ-ບັລແກເຣຍ-ເຊີເບຍ ແລະ ສະເປນ-ໂປຣຕຸເກສ 2 ກຸ່ມຄວາມຮ່ວມມືແຫ່ງຢູໂຣບ ແລະຄາດວ່າອາດຈະມີຊາດທີ່ສະເຫນີຕົວເພີ່ມຂຶ້ນຫລາຍກວ່ານີ້ອີກ.

4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - 3 - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030
4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - 4 - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030
4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030 - 5 - 4 ຊາດ ອາເມລິກາໃຕ້ ຈັບມືຊີງສິດເຈົ້າພາບບານໂລກ 2030