ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ

ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - 297439920 1953817444822026 4204913938084224027 n - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ
ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - kitchen vibe - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບລົດໄຟລາວ-ຈີນ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມານີ້ ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດພາດ, ຂໍ້ຂາດຕົກບົກພ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດ ພາດດັ່ງກ່າວ, ໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ; ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການ ທາງບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມ ທີ່ມີລັກຊະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະ ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ສຳລັບຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫລື ມາເຮັດທຸລະຕ່າງໆ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ. ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟ ວ່ອງໄວຂຶ້ນກວ່າເກົ່າ.

ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - Visit Laos Visit SALANA BOUTIQUE HOTEL - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ
ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - Visit Laos Visit SALANA BOUTIQUE HOTEL - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ

ສຳລັບ ແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສົມທົບກັບກົມທາງລົດໄຟ ກະຊວງ ຍທຂ, ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລ່ງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ; ເພີ່ມເວລາການເປີດບໍລິການອາຄານສະຖານີ ສຳລັບຜູ້ໂດຍ ສານທີ່ຕ້ອງການເດີນທາງ, ເຊິ່ງຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກ ເປັນເວລາດົນ ແຕ່ທາງອາຄານສະຖານີຍັງບໍ່ທັນເປີດບໍລິ ການ ເຮັດໃຫ້ຕ້ອງໄດ້ລໍຖ້າຂ້າງນອກເປັນເວລາດົນ.

ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕ່ຳຫລວດລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍໃນການເດີນທາງ, ການລຽນແຖວຊື້ປີ້ ໃນສະຖານີລົດໄຟ ນະຄອນຫລວງວຽງຈັນເກີດຂຶ້ນ ກໍຍ້ອນສະພາບຄວາມຕ້ອງການເດີນທາງ ແລະ ການເພີ້ມຂຶ້ນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນ, ກໍເກີດມີກຸ່ມຄົນ, ບຸກຄົນ ສວຍໂອ ກາດຊື້-ຂາຍປີ້ ເກັງກຳໄລ ທີ່ບໍ່ຖືກຕ້ອງ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປື້ຕື່ມ ເພື່ອໃຫ້ໄດ້ຈໍານວນຫລາຍ, ນອກນັ້ນ ກໍຍັງບຸກຄົນມາລຽນແຖວ ມື້ໜຶ່ງຫລາຍໆເທື່ອເພື່ອຂາຍປີ້ຕໍ່ເກັງກຳໄລ. ຕໍ່ກັບບັນຫາດັ່ງກ່າວ, ຕໍາຫລວດລົດໄຟ ຈະສົມທົບກັບ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະເອົາໃຈໃສ່ຈັດສັນການລຽນແຖວຊື້ປີ້ ໃຫ້ເປັນລະບຽບຮຽບຮ້ອຍໃນສະ ຖານີ, ສະກັດກັ້ນບຸກຄົນ ແລະ ກຸ່ມຄົນທີ່ຊື້-ຂາຍປີ້ຕໍ່ເກັງກຳໄລ ທີ່ບໍ່ຖືກຕ້ອງຈະໄດ້ມີມາດຕະການແກ້ໄຂຢ່າງເຄັ່ງຄັດ.

ນອກນີ້ຍັງສະເໜີໃຫ້ ບໍລິສັດທາງລົດໄຟລາວ-ຈີນ ແຍກບ່ອນຂາຍປີ້ໃຫ້ກຸ່ມນັກທ່ອງທ່ຽວ ຫລື ບໍລິສັດທ່ອງທ່ຽວສະເພາະ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຫລຸດຜ່ອນການແອອັດ. ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫລື ສຳມະໂນຄົວ (ສຳເນົາ ຫລື ເອກະສານຢັ້ງຢືນທີ່ຢູ່ ຫລື ສຳມະໂນຄົວມາພ້ອມ), ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເພື່ອຕິດຕາມ, ຄວບຄຸມຄວາມເປັນລະບຽບ ຮຽບຮ້ອຍ; ຕຳຫລວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະໄດ້ຕິດຕາມຫາບຸກຄົນ ຫລື ກຸ່ມຄົນທີ່ຊື້-ຂາຍປີ້ບໍ່ຖືກຕ້ອງຕາມຕາມລະບຽບ ທີ່ໄດ້ວາງອອກ, ຖ້າພົບເຫັນຈະໄດ້ປະຕິບັດມາດຕະການຕາມ ລະບຽບກົດໝາຍຄື: ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຕາມຂັ້ນຕອນ. ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນບໍ່ເຂົ້າຮ່ວມໃນການກະທໍາຜິດ ໂດຍການເອົາບັດປະຈຳຕົວຂອງຕົນເອງ ຫລື ເອກະສານປະຈຳຕົນເອງ ໃຫ້ບຸກຄົນ ຫລື ກຸ່ມຄົນ ໄປຊື້ຂາຍປີ້ທີ່ບໍ່ຖືກຕ້ອງ, ພ້ອມທັງຕິດເລກໂທລະສັບສາຍດ່ວນຕາມຈຸດຕ່າງໆ ເມື່ອໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ຫລື ຖ້າພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ມີພຶດຕິກໍາບໍ່ຖືກຕ້ອງ ຫລື ເຈົ້າໜ້າທີ່ພວກເຮົາ ສາມາດໂທແຈ້ງໄດ້ທຸກເວລາ.

ຂ່າວ: ຂປລ

ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - 3 - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ
ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - 4 - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ
ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ - 5 - ບໍລິສັດທາງລົດໄຟ ລາວ-ຈີນ ຍອມຮັບຟັງສຽງສັງຄົມ ພ້ອມແກ້ໄຂທຸກບັນຫາ ທີ່ມີມູນຄວາມຈິງໂດຍໄວ