ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.

ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - 416c47ed 31c0 4321 a74e d4910cc73de0 - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.
ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - kitchen vibe - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.

 

ບັນດາທ່ານອາດເຄີຍໄດ້ຍິນຄຳວ່າ ຫວານເປັນລົມຂົມເປັນຢາ ໜຶ່ງໃນພືດສະໝຸນໄພທີ່ມີລົດຊາດຂົມນັ້ນກໍແມ່ນໝາກມະລະ ຫລາຍທ່ານອາດບໍ່ມັກລາຍການອາຫານທີ່ມີໝາກມະລະເປັນສ່ວນປະກອບ ຍ້ອນບໍ່ມັກລົດຊາດຄວາມຂົມ, ແຕ່ມື້ນີ້ພວກເຮົາມີເຄັດລັບເລັກໆນ້ອຍໆທີ່ສາມາດຈັດການກັບຄວາມຂົມໃນໝາກມະລະໄດ້.

ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - Visit Laos Visit SALANA BOUTIQUE HOTEL - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.
ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - Visit Laos Visit SALANA BOUTIQUE HOTEL - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.

ປົກກະຕິໝາກມະລະມີລົດຊາດຂົມຫລາຍ ທ່ານສາມາດຫລຸດຄວາມຂົມຂອງໝາກມະລະລົງໄດ້ໂດຍກ່ອນທີ່ຈະເອົາໝາກມະລະໄປປຸງແຕ່ງເປັນອາຫານ ໃຫ້ເອົາໝາກມະລະມາແຊ່ໃນນຳ້ເກືອກ່ອນ ໃນອັດຕາສ່ວນເກືອ 1 ບ່ວງຊາຕໍ່ນຳ້ 1 ລິດ ແລະ ແຊ່ປະໄວ້ປະມານ 20 ນາທີ ແລ້ວເທນຳ້ຖິ້ມ ຈາກນັ້ນຈຶ່ງເອົາມາແຊ່ໃນນຳ້ສະອາດອີກຄັ້ງ ປະມານ 10 ນາທີ ກ່ອນຈະເອົາໄປປຸງແຕ່ງເປັນອາຫານ ກໍຈະຊ່ວຍຫລຸດຄວາມຂົມຂອງໝາກມະລະລົງໄດ້ ແລະ ສິ່ງສຳຄັນກໍຄື ໃນຂະນະທີ່ກຳລັງປຸງແຕ່ງອາຫານໂດຍການຕົ້ມ ຫລື ແກງ ບໍ່ຄວນຈະເປີດຝາໝໍ້ປະໄວ້ ຫລື ບໍ່ຄວນຈະຄົນໝໍ້ຫລາຍເທື່ອ ເພາະຈະເຮັດໃຫ້ໝາກມະລະຂົມໄດ້.

ເຄັດລັບໃນການເລືອກຊື້ໝາກມະລະ ຖ້າບໍ່ຢາກໄດ້ໝາກມະລະແກ່ໆມາປຸງແຕ່ງເປັນອາຫານ ທ່ານຄວນສັງເກດຢູ່ໜາມຂອງໝາກມະລະໃຫ້ດີ ຖ້າໜາມມີລັກສະນະແຂງ ສະແດງວ່າໝາກມະລະນັ້ນແກ່ຫລາຍແລ້ວ ບໍ່ຄວນຊື້ມາກິນ ເພາະຈະມີລົດຊາດຂົມຫລາຍ, ແຕ່ໃຫ້ທ່ານເລືອກໝາກມະລະທີ່ມີລັກສະນະອ່ອນນິ້ມ ເພາະຈະເປັນໝາກມະລະທີ່ມີອາຍຸນ້ອຍ ແລະ ບໍ່ຂົມຫລາຍເກີນໄປ ສາມາດເອົາປຸງແຕ່ງເປັນອາຫານໄດ້ແຊບກ່ວາໝາກມະລະແກ່.

 

 

ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - 5 - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.
ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - 4 - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.
ວິທີຕົ້ມໝາກມະລະບໍ່ໃຫ້ຂົມ. - 3 - ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.