ຫລັກການຊ່ວຍສຳຫລວດໂຕເອງທີ່ບອກໄດ້ວ່າທ່ານເປັນຄົນຄິດບວກຫລືບໍ່.
August 4, 2022 - 11:59 AM
ຄົນຄິດບວກ ທຸກໆມື້ເຮົາຕ້ອງຮັບມື ແລະ ພະເຊີນໜ້າກັບຄົນ ແລະ ສະຖານະການສາລະພັດ ບໍ່ແມ່ນວ່າທຸກມື້ຈະເປັນມື້ດີໆສຳລັບເຮົາ, ແຕ່ຍັງມີຄົນກຸ່ມໜຶ່ງທີ່ສາມາດປີ້ນສະຖານະການປ່ຽນມື້ທີ່ເບິ່ງຄືຈະຮ້າຍໃຫ້ກາຍເປັນດີໄດ້ ຄົນກຸ່ມນີ້ມີວິທີຄິດແນວໃດ ລອງມາສຳຫລວດ 7 ສັນຍານຕໍ່ໄປນີ້ ເບິ່ງວ່າທ່ານເຂົ້າຂ່າຍເປັນຄົນຄິດບວກກັບເຂົາແດ່ຫລືບໍ່ ?
- ທ່ານເຫັນຫຍັງກໍເປັນເລື່ອງໜ້າສົນໃຈ, ມ່ວນຊື່ນສະໜຸກສະໜານ ແລະ ສາມາດສົນທະນາເລື່ອງທີ່ເປັນບວກໄດ້ຕະຫລອດເວລາ ແມ່ນແຕ່ເລື່ອງທີ່ເປັນເລື່ອງລົບໆເຂົ້າມາກະທົບ ເຊັ່ນ : ຖ້າຫາກຖືກຕຳໜິກໍເຫັນເປັນໂອກາດໃນການພະຍາຍາມໃໝ່.
- ທ່ານມີຮອຍຍິ້ມຢູ່ສະເໝີ, ການຍິ້ມຊ່ວຍເຮັດໃຫ້ຈິດໃຈເປັນສຸກ, ອາລົມດີ, ຮູ້ສຶກຜ່ອນຄາຍ, ຫລຸດຄວາມເຄັ່ງຄຽດ, ຊ່ວຍໃຫ້ເບິ່ງໂລກໃນແງ່ດີຂຶ້ນ ແລະ ການຍິ້ມໃນສະຖານະການຄັບຂັນຍັງຊ່ວຍເພີ່ມຄວາມກ້າໃນຈິດໃຈ ເຮັດໃຫ້ມີພະລັງທີ່ຈະເອົາຊະນະທຸກອຸປະສັກຫລາຍຂຶ້ນ.
- ທ່ານມັກມີບຸກຄະລິກຄ່ອງແຄ້ວວ່ອງໄວໃນທຸກໂອກາດ ແລະ ຕອບສະໜອງໄວໃນເລື່ອງດີໆ ເຊັ່ນ : ມີຄົນຍິ້ມໃຫ້ກໍຍິ້ມຕອບ (ໂດຍອັດຕະໂນມັດ) ຮູ້ຈັກເວົ້າຂອບໃຈແມ່ນແຕ່ໃນເລື່ອງເລັກໆນ້ອຍໆ.
- ທ່ານບໍ່ມັກເວົ້າຕຳໜິຄົນອື່ນໃນເລື່ອງສ່ວນໂຕ ທັງທາງກົງ ແລະ ທາງອ້ອມ, ແຕ່ຈະເລືອກໃຊ້ວິທີຍ້ອງຍໍຊົມເຊີຍໃນສິ່ງທີ່ພົນເຫັນ ຖ້າເປັນເລື່ອງບໍ່ດີກໍມັກຈະເວົ້າວ່າເປັນບົດຮຽນຂອງຊີວິດ.
- ເມື່ອທ່ານເຮັດຫຍັງຜິດພາດ ຈະບໍ່ເວົ້າຄຳວ່າ ພໍແລ້ວ, ບໍ່ເອົາແລ້ວ, ແຕ່ຈະເວົ້າວ່າ ຂໍລອງເຮັດໃໝ່, ເອົາໃໝ່ ແລະ ຕັ້ງໃຈວ່າຈະເຮັດໃຫ້ສຳເລັດໃນເທື່ອຕໍ່ໄປໃຫ້ໄດ້.
- ເມື່ອມີເລື່ອງບໍ່ດີມາກະທົບກໍຈະບໍ່ໂວຍວາຍຫຍໍ້ທໍ້ປ້ອຍດ່າຟ້າດິນ ຫລື ບຸກຄົນອື່ນໆ ແລະ ເມື່ອມີສິ່ງດີໆມາກະທົບ ຄົນຄິດບວກຈະຍິນດີກັບໂອກາດດີໆ ຫລື ຄົນອື່ນໆທີ່ໄດ້ຮັບໂອກາດນັ້ນ ໂດຍບໍ່ຄິດເອົາມາປຽບທຽບກັບໂຕເອງ.
- ທ່ານມີຄວາມຮູ້ສຶກວ່າຈິດໃຈຂອງຕົນເອງເຂັ້ມແຂງ ມີສຸຂະພາບຈິດ ແລະ ສຸຂະພາບກາຍທີ່ດີ ເພາະໄດ້ຍິ້ມໃຫ້ແກ່ທຸກເລື່ອງລາວ ແລະ ຫົວຢູ່ຕະຫລອດເວລາ ເຮັດໃຫ້ຮ່າງກາຍຫລັ່ງສານເອັນໂດຟິນ ສານແຫ່ງຄວາມສຸກສົດຊື່ນອອກມາ ເພາະຄວາມຄິດຂອງຄົນເຮົາສາມາດປ່ຽນແປງໄປໄດ້ທຸກມື້, ແຕ່ທັດສະນະຄະຕິໃນການເບິ່ງໂລກຕ່າງຫາກທີ່ບົ່ງບອກວ່າເຮົາເປັນຄົນແນວໃດ.
No comments yet! You be the first to comment.