ຍັງມີຫລາຍຄອບຄົວບໍ່ທັນໄດ້ຮັບຄ່າຊົດເຊີຍຈາກໂຄງການພັດທະນາຂອງລັດ


ໃນກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານ, ທີ່ຈັດຂຶ້ນໃນວັນທີ 15 ສິງຫານີ້ທີ່ນະຄອນຫລວງວຽງຈັນ, ຄະນະປະຈຳສະພາແຫ່ງຊາດໄດ້ລາຍງານຜົນການລົງຕິດຕາມກວດກາຕົວຈິງກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຄ່າຊົດເຊີຍຕໍ່ປະຊາຊົນທີ່ຖືກຜົນກະທົບຈາກບາງໂຄງການພັດທະນາຂອງລັດ, ລວມທັງໂຄງການກໍ່ສ້າງທາງລົດໄຟຢູ່ແຂວງອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ຂະນະດຽວກັນຍັງໄດ້ຍົກບັນຫາການຊົດເຊີຍຕໍ່ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ລັດລົງທຶນແມ່ນບັນຫາທີ່ພົ້ນເດັ່ນ, ຮີບດ່ວນ, ຊຶ່ງປັດຈຸບັນມັນໄດ້ຕິດພັນໂດຍກົງກັບຊີວິດການເປັນຢູ່ຕົວຈິງຂອງປະຊາຊົນເຫລົ່ານັ້ນ ເປັນຕົ້ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງໄດ້ເລີ່ມມີການກໍ່ສ້າງໃນປີ 2016 ແລະ ຈະໃຫ້ສຳເລັດໃນປີ 2021, ດ້ວຍມູນຄ່າການລົງທຶນຫລາຍກວ່າ 6 ຕື້ໂດລາສະຫະລັດ, ຈາກການສັງລວມເບື້ອງຕົ້ນໃນທົ່ວປະເທດມີ 5 ແຂວງທີ່ໄດ້ຮັບຜົນກະທົບ, ໃນນັ້ນປະກອບມີ 13 ເມືອງ, 169 ບ້ານລວມມີ 4.411 ຄອບຄົວ, ລວມໄປເຖິງເນື້ອທີ່ດິນ 3.832 ເຮັກຕາ, ສິ່ງປຸກສ້າງ 3.346 ຫລັງ, ແຕ່ຄ່າຊົດເຊີຍຍັງບໍ່ສາມາດສະຫລຸບໄດ້, ຍ້ອນການກຳນົດເຂດສະຫງວນ ແລະ ຄວາມກວ້າງຂອງແລວທາງລົດໄຟບໍ່ທັນສຳເລັດ, ລາຄາຫົວໜ່ວຍຊົດເຊີຍຍັງຢູ່ໃນຂັ້ນຕອນການຄົ້ນຄ້ວາ. ພ້ອມນີ້, ຍັງມີໂຄງການກໍ່ສ້າງສະໜາມບິນແຂວງຫລວງພະບາງ, ຊຶ່ງໄດ້ເລີ່ມກໍ່ສ້າງໃນປີ 2009 ແລະ ສຳເລັດໃນປີ 2012 ມີມູນຄ່າການລົງທຶນທັງໝົດ 86 ລ້ານໂດລາສະຫະລັດ, ມີ 536 ຄອບຄົວ ແລະ ເນື້ອທີ່ດິນຈຳນວນ 253 ເຮັກຕາທີ່ໄດ້ຮັບຜົນກະທົບ, ຄາດຄະເນມູນຄ່າການຊົດເຊີຍປະມານ 7 ລ້ານກວ່າໂດລາສະຫະລັດ ສະເລ່ຍ 30.967 ໂດລາສະຫະລັດຕໍ່ເຮັກຕາ ຫລື ປະມານ 3,10 ໂດລາສະຫະລັດຕໍ່ຕາ ແມັດ, ມູນຄ່າການຊົດເຊີຍຜ່ານມາ 5 ລ້ານກວ່າໂດລາສະຫະລັດເທົ່າກັບ 74,47% ຂອງມູນຄ່າທີ່ຕ້ອງຊົດເຊີຍທັງໝົດ, ສະຫລຸບແລ້ວຍັງມີ 47 ຄອບ ຄົວທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍດັ່ງກ່າວ.
ພ້ອມດຽວກັນນີ້, ຍັງມີໂຄງການກໍ່ສ້າງເສັ້ນທາງ 450 ປີຢູ່ນະຄອນຫລວງວຽງຈັນ, ໂດຍເລີ່ມກໍ່ສ້າງໃນປີ 2008 ແລະ ສຳເລັດໃນປີ 2011 ມູນຄ່າການລົງທຶນແມ່ນ 104 ລ້ານໂດລາສະຫະລັດ, ມີປະຊາຊົນ 442 ຄອບຄົວ ແລະ ມີເນື້ອທີ່ດິນ 536 ຕອນ (ເປັນຂອງລັດ 5 ຕອນ) ທີ່ໄດ້ຮັບຜົນກະທົບ, ລວມ ເປັນເນື້ອທີ່ທັງໝົດ 297 ເຮັກຕາ, ໃນນັ້ນຖືກເຂດປ່າສະຫງວນດົງໂພສີ 190 ເຮັກຕາ, ລວມມູນຄ່າຊົດເຊີຍປະມານ 32,25 ຕື້ກີບ ຫລື ສະເລ່ຍປະມານ 108 ລ້ານກີບຕໍ່ເຮັກຕາ, ຂະນະດຽວກັນ ມູນຄ່າທີ່ດິນທີ່ຂາຍອອກຈະຢູ່ປະມານ 120-150 ໂດລາສະຫະລັດຕໍ່ຕາແມັດ. ສ່ວນເຂດພັດທະນາເສດຖະກິດແບບກວມລວມໄຊເສດຖານັ້ນໄດ້ເລີ່ມກໍ່ສ້າງໃນປີ 2011 ເປັນໂຄງການຮ່ວມມືລາວ-ຈີນ, ມີມູນຄ່າການລົງທຶນທັງໝົດ 128 ລ້ານໂດລາສະຫະລັດ, ໃນນັ້ນຝ່າຍຈີນລົງທຶນ 98 ລ້ານໂດລາສະຫະລັດ (75%) ແລະ ຝ່າຍລາວລົງທຶນ 30 ລ້ານໂດລາສະຫະລັດ (25%), ຊຶ່ງເປັນຄ່າຊົດເຊີຍທີ່ດິນຈຳນວນ 1 ພັນເຮັກຕາ, ມີເນື້ອທີ່ຖືກກະທົບລວມ 406 ຕອນ ຫລື ເທົ່າກັບ 938 ເຮັກຕາ, ຄິດເປັນມູນຄ່າທີ່ຕ້ອງຊົດເຊີຍແມ່ນ 191,76 ຕື້ກີບ, ສະເລ່ຍປະມານ 204,26 ລ້ານກີບຕໍ່ເຮັກຕາ, ໃນຈຳນວນດັ່ງກ່າວມີຜູ້ໄດ້ຮັບການຊົດເຊີຍແລ້ວ 241 ຕອນເທົ່າກັບ 570 ເຮັກຕາ, ຄິດເປັນມູນຄ່າແມ່ນ 106,93 ຕື້ກີບ ຫລືເທົ່າກັບ 55,7% ມູນຄ່າທີ່ຍັງເຫລືອ, ຊຶ່ງຈະຕ້ອງໄດ້ສືບຕໍ່ຊົດເຊີຍຈຳນວນ 84,83 ຕື້ກີບ ຫລື ເທົ່າກັບ 44,3%, ນອກນີ້ຍັງມີເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ລັດຖະບານເປັນຜູ້ລົງທຶນໂດຍກົງ, ໄດ້ເລີ່ມຕົ້ນໃນປີ 2002, ມີເນື້ອທີ່ທັງໝົດ 992 ເຮັກຕາ, ມີ 4 ເຂດຄື: ເຂດ A, B, B1, C ແລະ ເຂດ D, ມີ 522 ຄອບຄົວ ແລະ ເນື້ອທີ່ດິນ 310 ເຮັກຕາທີ່ໄດ້ຮັບຜົນກະທົບ, ລວມມີມູນຄ່າການຊົດທັງໝົດ 344,66 ຕື້ກີບ, ແຕ່ສາມາດຊົດເຊີຍຕົວຈິງໄດ້ພຽງ 489,57 ລ້ານກີບຕໍ່ເຮັກຕາ ຫລື ປະມານ 5,97 ໂດລາສະຫະລັດຕໍ່ຕາແມັດ, ໃນນັ້ນມູນຄ່າຊົດ ເຊີຍໄປແລ້ວ 7,32 ຕື້ກີບເທົ່າກັບ 2,13% ຂອງມູນຄ່າທັງໝົດ.
ຂະນະດຽວກັນ, ຍັງມີໂຄງການຂອງເອກະຊົນລົງທຶນ, ໂດຍສະເພາະໂຄງການສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຢູ່ແຂວງຈຳປາສັກ, ຊຶ່ງໄດ້ເລີ່ມກໍ່ສ້າງໃນປີ 2006 ແລະ ຈະເລີ່ມຂາຍໄຟຟ້າໃນປີ 2019, ມີກຳລັງຕິດຕັ້ງ 410 ເມກາວັດ, ໄລຍະສຳປະທານໂຄງການ 27 ປີ ມູນຄ່າການລົງທຶນ 1.020 ລ້ານໂດລາສະຫະລັດ, ມີ 18 ບ້ານ, 1 ພັນກວ່າຄອບຄົວ ແລະ ມີເນື້ອທີ່ດິນ 1.205 ເຮັກຕາໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ, ລວມມູນຄ່າການຊົດເຊີຍຢູ່ປະມານ 23,01 ຕື້ກີບສະເລ່ຍແລ້ວ 19,1 ລ້ານກີບຕໍ່ເຮັກຕາ, ໃນນີ້ ສາມາດຊົດເຊີຍໄປແລ້ວ 22,19 ຕື້ກີບເທົ່າກັບ 96,43% ແລະ ຍັງຄ້າງປະມານ 824,9 ລ້ານກີບເທົ່າກັບ 3,57% ຂອງມູນຄ່າທັງໝົດ.