ຢູຟາ ຢືນຢັນ, ໃຊ້ເທັກໂນໂລຢີຊ່ວຍຈັບລ້ຳໜ້າ ໃນຢູຟາ ແຊ໊ມປຽນລີກ
August 4, 2022 - 10:43 PM

ສະຫະພັນບານເຕະຢູໂຣບ ຫລື ຢູຟາ ຢືນຢັນວ່າຈະນຳເທັກໂນໂລຊີເຄິ່ງອັດຕະໂນມັດ ມາຊ່ວຍຈັບຈັງຫວະລ້ຳໜ້າໃນການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ຕັ້ງແຕ່ຮອບແບ່ງກຸ່ມ.
ກ່ອນໜ້ານີ້ເທັກໂນໂລຢີດັ່ງກ່າວໄດ້ຮັບການຢືນຢັນຈາກ ຟີຟາ ວ່າຈະຖືກໄປໃຊ້ໃນການແຂ່ງຂັນເຕະບານໂລກ 2022 ທີ່ປະເທດ ກາຕາ ເຊິ່ງຫລ້າສຸດ ຢູຟາ ກໍເຫັນດີເຫັນງາມທີ່ຈະນຳມາໃຊ້ໃນຢູຟາ ແຊ໊ມປຽນລີກ ເຊັ່ນດຽວກັນ ໂດຍລະບົບນີ້ຈະເຮັດວຽກ ດ້ວຍກ້ອງພິເສດທີ່ສາມາດຈັບຄວາມເຄື່ອນໄຫວໃນຮ່າງກາຍຂອງນັກເຕະໄດ້ເຖິງ 29 ຈຸດ ແລະ ຊ່ວຍໃຫ້ທີມ VAR ຕັດ ສິນຈັງຫວະລ້ຳໜ້າໄດ້ວ່ອງໄວ ແລະ ແນ່ນອນຫລາຍຍິ່ງຂຶ້ນ ລວມເຖິງຊ່ວຍເພີ່ມຄວາມຕໍ່ເນື່ອງຂອງການແຂ່ງຂັນ ແລະ ຄວາມສະຫມ່ຳສະເຫມີໃນການຕັດສິນ.
ສຳລັບ ເທັກໂນໂລຍີຊ່ວຍຈັບລ້ຳໜ້າ ຈະຖືກນຳມາໃຊ້ໃນການແຂ່ງຂັນຊຸບເປີ ຄັພ ລະຫວ່າງ ຣຽວ ມາດຣິດ ພົບ ໄອທຣັກ ແຟຣັງເຟີດ ໃນວັນທີ 10 ສິງຫານີ້ ຕໍ່ດ້ວຍຢູຟາ ແຊ໊ມປຽນລີກ 2022-23 ຮອບແບ່ງກຸ່ມ.