ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ

ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ - 298067791 1955021011368336 777502651170855646 n - ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ
ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ - kitchen vibe - ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ

ຂ່າວຈາກແຂວງຈຳປາສັກລາຍງານໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ແຂວງຈຳປາສັກ ໄດ້ຕິດຕາມກວດກາ ແກ້ໄຂຜົນການກວດກາ ໃນທົ່ວແຂວງ ທີ່ໄດ້ຂຶ້ນແຜນກວດກາທັງໝົດ 70 ເປົ້າໝາຍ ໃນສົກປີ 2021-2022, ໃນນີ້ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ຈຳນວນ 6 ເປົ້າໝາຍ ເຫັນວ່າມີຜູ້ກະທໍາຜິດເອົາຊັບສິນຂອງລັດມາເປັນຂອງຕົນເອງ ຈຳນວນ 14 ຄົນ, ພົບເຫັນມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ, ເງິນບາດ 590.800 ບາດ; ເກັບກູ້ຄືນໄດ້ແລ້ວ 188 ລ້ານກວ່າກີບ, ຍັງຄ້າງ 552 ລ້ານກວ່າກີບ ແລະ ເງິນບາດ 590.800 ບາດ.

ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານໃນ ກອງປະຊຸມສະຫລຸບວຽກງານກວດກາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ທົ່ວແຂວງຈໍາປາສັກ ວັນທີ 5 ສິງຫາ 2022 ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ, ທ່ານ ສີໄນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ມີຄະນະພັກ, ອົງການປົກຄອງແຂວງ, ນະຄອນ-ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ປະດິດ ວັນນະລັດສະໝີ ປະທານກວດກາພັກແຂວງຈຳປາສັກ ໄດ້ຜ່ານຮ່າງບົດສະຫລຸບວຽກງານກວດກາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍຍົກໃຫ້ເຫັນຈຸດປະສົງ, ເປົ້າໝາຍ, ຄວາມສຳຄັນ ແລະ ຜົນງານການ ເຄື່ອນໄຫວຂອງວຽກງານກວດກາໃນໄລຍະ 6 ເດືອນຜ່ານມາ. ອັນພົ້ນເດັ່ນແມ່ນໄດ້ຕິດຕາມກວດກາ ແກ້ໄຂຜົນການກວດກາ ໃນທົ່ວແຂວງຈຳປາສັກ ທີ່ໄດ້ຂຶ້ນແຜນກວດກາທັງໝົດ 70 ເປົ້າໝາຍ ໃນສົກປີ 2021-2022, ໃນນີ້: ໄດ້ເຄື່ອນໄຫວຕິດຕາມ, ກວດກາ ຈຳນວນ 6 ເປົ້າໝາຍ ເຫັນວ່າມີຜູ້ກະທໍາຜິດເອົາຊັບສິນຂອງລັດ ມາເປັນຂອງຕົນເອງ ຈຳນວນ 14 ຄົນ, ມີຈຳນວນສະມາຊິກພັກ ທີ່ຖືກປະຕິບັດວິໄນເບື້ອງພັກ 5 ສະ ຫາຍ, ພະນັັກງານ-ລັດຖະກອນ ທີ່ຖືກປະຕິບັດວິໄນ ເບື້ອງລັດ 16 ຄົນ, ຂັ້ນ 1 ມີ 12 ຄົນ, ຂັ້ນ 2 ມີຈໍາວນ 10 ຄົນ, ຂັ້ນ 3 ມີ 12 ຄົນ ແລະ ຂັ້ນ 4 ມີ 4 ຄົນ (ຕາມກົດ ໝາຍວ່າດ້ວຍພະນັກງານ-ລັດຖະກອນ), ພະນັກງານ-ລັດຖະກອນ ຖືກດຳເນີນຄະດີສານຕັດສິນລົງໂທດຕັດອິດສະຫລະພາບ 1 ຄົນ.

ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ - 4 - ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ
ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ - 5 - ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ
ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ - 3 - ຈຳປາສັກ ດຳເນີນການກວດກາ 6 ເປົ້າໝາຍ ພົບຜູ້ສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍເປັນເງິນກີບ 741 ລ້ານກວ່າກີບ