ເມື່ອກ້າຮັບຈິງ ເຫັນໄດ້ເຖິງຄວາມບົກພ່ອງ ທຸກຢ່າງກໍຈະປ່ຽນແປງແກ້ໄຂໃຫ້ໄປໃນທິດທາງທີ່ດີໄດ້

ເປັນເລື່ອງປົກກະຕິເມື່ອເວົ້າເລື່ອງນີ້, ແຕ່ມັນບໍ່ປົກກະຕິຍ້ອນຄວາມໃຈແຄບຂອງຄົນ, ການຈັດຕັ້ງໃດໜຶ່ງທັງທີ່ຮູ້ຄວາມຜິດພາດ ຄວາມບົກພ່ອງໃນການປະພຶດ ປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ໝາຍວ່າ ລືມຄຳວ່າ ຮັບໃຊ້ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ຍົກເລື່ອງນີ້ຂຶ້ນມາເພື່ອຢາກຊີ້ໃຫ້ເຫັນວ່າ: ຄົນເຮົາບໍ່ວ່າຈະໃນຖານະຄອບຄົວ, ການຈັດຕັ້ງພັກ-ລັດ ຫລື ຫົວໜ່ວຍທຸລະກິດບໍລິສັດໃດໜຶ່ງ ການກ້າຍອມຮັບຈຸດບົກພ່ອງບໍ່ແມ່ນເລື່ອງທໍາມະດາ ເນື່ອງຈາກພຶດຕິກໍາມະນຸດ ມັກປົກປ້ອງຜົນກະທຳຂອງຕົນ. ແນວໃດກໍດີເມື່ອກ້າຮັບເພື່ອນໍາໄປປັບປຸງປ່ຽນແປງ ຄວາມປະເສີດເລີດລໍ້າກໍເກີດຂຶ້ນເມື່ອນັ້ນເພາະສາມາດ ແກ້ໄຂຄວາມບົກພ່ອງໄດ້ ສະຫລຸບຄື ກ້າຮັບ ກ້າປັບປຸງ ຍ່ອມມີອັນກ້າວໜ້າ ອັນໃໝ່ດີຂຶ້ນ.
ຄວາມຈິງແລ້ວໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX, ພວກເຮົາ ໄດ້ຍິນສຽງສະທ້ອນບັນຫາຕ່າງໆຢ່າງກົງໄປກົງມາ ແລະ ສ້າງສັນຂອງ ສສຊ ຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານໄລຍະ 6 ເດືອນຕົ້ນປີ 2022 ຊຶ່ງການຍົກແຕ່ລະບັນຫາເພື່ອໃຫ້ເກີດການແກ້ໄຂເປັນ ຮູບປະທໍາຈາກຜູ້ເຮັດວຽກຕົວຈິງທີ່ກ່ຽວຂ້ອງບໍ່ວ່າຈະເປັນບັນຫາການຄຸ້ມຄອງເງິນຕາ, ການແລກປ່ຽນເງິນຕາ, ການຕິດລາຄາສິນຄ້າເປັນເງິນກີບ, ການສົ່ງເສີມການຜະລິດພາຍໃນ…ແລະ ນີ້ເປັນການສະແດງໃຫ້ເຫັນການກ້າຮັບວ່າຍັງມີອັນບົກພ່ອງຂ້ອງຄາ ເປັນຈຸດກົກໜ່ວງຖ່ວງດຶງການພັດທະນາ ນອກນີ້ ທ່ານນາຍົກເອງກໍເວົ້າວ່າເຮົາຕ້ອງກ້າຍອມຮັບຄວາມຈິງ ເພື່ອແກ້ໄຂໃຫ້ໄດ້ສິ່ງທີ່ດີກວ່າ.
ແນວໃດກໍດີຄວາມບົກພ່ອງເມື່ອຊອກເຫັນ ແລະຮູ້ທັງກ້າຮັບຄວາມເປັນຈິງແລ້ວກໍຕ້ອງກ້າປັບປຸງ ກ້າປ່ຽນແປງໃຫ້ເປັນຮູບປະ ທໍາ ທັງພະຍາຍາມບໍ່ໃຫ້ເກີດຂຶ້ນອີກຖ້າແກ້ໄຂໄດ້ແລ້ວ. ການຕັດສິນໃຈເຮັດແທ້ ບໍ່ມື້ໃດມື້ໜຶ່ງຕ້ອງສໍາເລັດ ຍິ່ງຢູ່ໃນສະພາບຫຍຸ້ງຍາກດັ່ງທີ່ເປັນຢູ່ຍິ່ງຕ້ອງໄດ້ຕັດສິນໃຈປັບປຸງ, ຖ້າບໍ່ເຮັດຫຍັງມັນຍິ່ງຈະດຶງຈ່ອງກາຍ ເປັນບັນຫາແກ້ບໍ່ໄດ້.
ບັນຫາມີໃຫ້ແກ້, ເມື່ອມີບັນຫາກໍບໍ່ຄວນໜີບັນຫາ ສຸດທ້າຍແລ້ວ “ຄວາມພະຍາຍາມຢູ່ບ່ອນໃດ ຄວາມສໍາ ເລັດຢູ່ບ່ອນນັ້ນ”. ການຕໍາໜິຕິຊົມຕົນເອງ, ຕິຊົມກັນຢ່າງສ້າງສັນກົງໄປກົງມາ ເປັນສ່ວນສຳຄັນຂອງການເຮັດວຽກ ເປັນໝູ່ຄະນະ ຊຶ່ງຜ່ານມາເຮັດໄດ້ດີສົມຄວນໂດຍສາມາດເສີມຂະຫຍານອັນດີ ແລະ ການແກ້ໄຂອັນບົກພ່ອງໄດ້. ການຊອກເຫັນຂອດບົກພ່ອງ ແລ້ວກ້າຮັບ ເພື່ອປັບປຸງໃຫ້ດີຂຶ້ນ ເປັນສິ່ງປະເສີດຂອງມະນຸດເພາະມະນຸດ ມີທັງດ້ານດີ ແລະ ບົກພ່ອງ, ແຕ່ຖ້າຈໍາກັດອັນບົກພ່ອງ ໃຫ້ມີໜ້ອຍທີ່ສຸດ ຖືວ່າດີ.