9 ຊະນິດກິລາຍື່ນສະເໜີຕົວບັນຈຸແຂ່ງໂອລິມປິກ 2028

ຄະນະກຳມະການໂອລິມປິກສາກົນ ຫລື IOC ແລະ ຝ່າຍຈັດ ໂອລິມປິກເກມ 2028 ທີ່ນະຄອນລອສແອນເຈລິສ ເຊີນ 9 ສະຫະພັນກິລາໃຫ້ນຳສະເໜີແຜນງານເພື່ອບັນລຸເຂົ້າແຂ່ງໃນມະຫາກຳກິລາແຫ່ງມວນມະນຸດຊາດໃນອີກ 6 ຂ້າງໜ້າ ຫລັງຈາກຕອນນີ້ມີກິລາທີ່ຢືນຢັນບັນຈຸແຂ່ງແນນອນແລ້ວ 28 ຊະນິດ ລະບຸກຽມລົງມິຕິໃນທີ່ປະຊຸມໃຫຍ່ພຶດສະພາປີໜ້າ.
IOC ແລະ ຄະນະກຳມະການຈັດການແຂ່ງຂັນໂອລິມປິກເກມ 2028 ທີ່ນະຄອນລອສແອນເຈລິສ ສະຫະລັດ ອາເມລິກາ ເຊີນໃຫ້ສະຫະພັນກິລາ 9 ຊະນິດຍື່ນລາຍລະອຽດເພື່ອຂໍຮັບການບັນຈຸເຂົ້າແຂ່ງຂັນໃນມະຫະກຳກິລາແຫ່ງມວນມະນຸຊາດໃນອີກ 6 ປີຂ້າງຫນ້າ ຈາກການລາຍງານຂອງ Cribuzz ສື່ກິລາຊື່ດັງໃນປະເທດອິນເດຍ.
ສຳລັບ 9 ສະຫະພັນກິລາທີ່ໄດ້ຮັບເຊີນຈາກ IOC ແລະ ຄະນະກຳມະການຈັດການແຂ່ງຂັນ ແອລເອເກມ ໃຫ້ຍື່ນສະເຫນີຕົວນັ້ນ ປະກອບດ້ວຍ : ຄຣິກເກັດ, ເບຣກແດນ, ເບສບອລ ແລະ ຊອບບອລ, ແຟລັກ ຟຸດບອລ, ລາຄຣອສ, ຄາຣາເຕ້, ຄິກບັອກຊິງ, ສະຄວອສ ແລະ ກິລາມໍເຕີສະປອດ ແຕ່ບໍ່ມີຊື່ຂອງມວຍໄທສະຫມັກຫລິ້ນລວມຢູ່ນຳ ໂດຍທັງ 9 ສະຫະພັນກິລາຈະ ຕ້ອງຍື່ນເອກະສານເພື່ອນຳສະເໜີແຜນງານຕໍ່ຄະນະກຳມະການຈັດການແຂ່ງນັນໃນເດືອນນີ້.
ຫລັງຈາກນີ້ ເອກະສານ ແລະ ການນຳສະເຫນີຂອງທັງ 9 ຊະນິດກິລາ ຈະຖືກກວດສອບໃນໄລຍະບໍ່ເທົ່າໃດເດືອນຕໍ່ຈາກນີ້ ກ່ອນທີ່ຄະນະກຳມະການບໍລິຫານຂອງ IOC ຈະນຳສະເຫນີລາຍຊື່ຊະນິດກິລາທີ່ໄດ້ຮັບການຄັດເລືອກໃຫ້ກອງປະຊຸມໃຫຍ່ຂອງ IOC ລົງມະຕິອະນຸມັດ ໃນການປະຊຸມທີ່ນະຄອນມຸມໄບ ປະເທດອິນເດຍ ໃນໄລຍະເດືອນພຶດສະພາປີຫນ້າ ໂດຍເວລານີ້ມີກິລາທີ່ໄດ້ ຮັບການຢືນຢັນວ່າຈະຖືກບັນຈຸແຂ່ງຂັນໃນໂອລິມປິກເກມ 2028 ແນ່ນອນແລ້ວ 28 ຊະນິດ ແຕ່ຍັງມີເວລາໃຫ້ແຕ່ລະສະຫະພັນ ກິລາຍື່ນສະເໜີຕົວຈົນເຖິງເສັ້ນຕາຍໃນປີໜ້າ ໂດຍຈຳນວນຊະນິດກິລາທັງຫມົດ ລວມແລ້ວຕ້ອມີນັກກິລາຮ່ວມແຂ່ງຂັນ ທັງຫມົດບໍ່ເດີນ 10,500 ຄົນ.