ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - 298071560 779392936842742 7587160837626602243 n - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - kitchen vibe - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ຕອນເຊົ້າ ຂອງວັນທີ 6 ສິງຫາ 2022 ທີ່ ເດີ່ນທາດຫຼວງ, ທະນາຄານແຫ່ງ ປປ ລາວ ພ້ອມດ້ວຍ ທະນາຄານທຸລະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳສ້າງຂະບວນການແລ່ນມາລາທອນ ໄລຍະ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະນຳ-ຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຄະນະອຳນວຍການຂອງທະນາຄານທຸລະກິດ ພ້ອມດ້ວຍພະນັກງານຂະແໜງການທະນາຄານ ທັງໝົດຫຼາຍກວ່າ 200 ທ່ານ ເຂົ້າຮ່ວມ.

ຈຸຂະບວນການໃນຄັ້ງນີ້ເພື່ອເປັນການ ເຄື່ອນໄຫວສ້າງຂະບວນການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຊຶ່ງປະກອບມີ 2 ວັນປະຫວັດສາດຄື: ວັນເຊັນສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18/07/1977 – 18/07/2022) ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022).
ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - 07dc3c5d 9647 4acf 912c 65dbe5436395 1024x768 - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ເພື່ອເຮັດໃຫ້ປີ 2022 ເປັນປີສາມັກຄີມິດຕະພາບລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສອງຊາດ ລາວ-ຫວຽດນາມ, ທະນາຄານແຫ່ງ ສປປ ລາວ ໂດຍສົມທົບກັບທະນາຄານທຸລະກິດຫວຽດນາມທີ່ດຳເນີນທຸລະກິດໃນ ສປປ ລາວ ຈຶ່ງໄດ້ຈັດກິດຈະກຳດັ່ງກ່າວຂຶ້ນ ເພື່ອເສີມສ້າງຄວາມສາມັກຄີ, ເສີມຂະຫຍາຍສາຍສຳ ພັນອັນສະໜິດແໜ້ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະແໜງການທະນາຄານ-ການເງິນຂອງພວກເຮົາ ຊຶ່ງ ທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນແຜນເຄື່ອນໄຫວຂະບວນການສະເຫຼີມສະຫຼອງສັນສຳຄັນດັ່ງກ່າວ ປະກອບດ້ວຍ ຂະບວນກິລາສາມັກຄີ, ການຈັດປະຖະກະຖາເລົ່າມູນເຊື້ອ ແລະ ຈັດງານວາງສະແດງຜົນງານຂະແໜງການທະນາຄານ-ການເງິນ.

ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - Visit Laos Visit SALANA BOUTIQUE HOTEL - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - Visit Laos Visit SALANA BOUTIQUE HOTEL - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ- ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ເວົ້າລວມ. ເວົ້າສະເພາະໃນຂະແໜງການທະນາຄານ-ການເງິນ ກໍໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ສະແດງອອກໃນຜົນສຳເລັດໃນການຮ່ວມມືໃນການພັດທະນາ ທະນາຄານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການທະນາຄານ ເປັນຕົ້ນແມ່ນ ການຮ່ວມມື ແລະ ແລກປ່ຽນບົດຮຽນໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ສະຖຽນລະພາບຂອງສະຖາບັນການເງິນ, ການແລກປ່ຽນບົດຮຽນ ແລະ ການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ພະນັກງານຂະແໜງການທະນາຄານ-ການເງິນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໃນນາມຕາງໜ້າຄະນະນຳຂອງ ທຫລ ສະແດງຄວາມຂອບໃຈທຸກພາກສ່ວນທີ່ເຫັນຄວາມສຳຄັນຂອງການສະເຫຼີມສະຫຼອງປີປະຫວັດສາດໃນຄັ້ງນີ້ ບໍ່ວ່າຈະເປັນການປະກອບສ່ວນໃນທາງກົງ ຫຼື ທາງອ້ອມ ເຮັດໃຫ້ເກີດມີຂະບວນການນີ້ຂຶ້ນ. ພ້ອມນີ້ ໄດ້ຮຽກຮ້ອງໃຫ້ພວກເຮົາພະນັກງານຮຸ່ນສືບທອດ ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ສາຍສຳພັນອັນແໜ້ນແຟ້ນນີ້ສືບຕໍ່ໄປໃນອະນາຄົດ ໂດຍສະເພາະແມ່ນຂະແໜງການທະນາຄານ-ການເງິນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ປະກອບສ່ວນເປັນແຮງຂັບເຄື່ອນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ສປປ ລາວ ແລະ ຜັນຂະຫຍາຍການຮ່ວມມືສອງຊາດ ລາວ-ຫວຽດນາມ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ ໃຫ້ສົມດັ່ງຄຳກ່າວຂອງຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາຄື:
ປະທານ ໂຮ່ຈີມິງ ໄດ້ກ່າວໄວ້ວ່າ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍ ນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມ ໄດ້ຝັງຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້.

ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ “ເຖິງພູເຂົາຈະຖືກເຊາະເຈື່ອນ ແມ່ນຊ້າລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຈະພາບລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ
ປະທານ ສຸພານຸວົງ ໄດ້ກ່າວໄວ້ວ່າ ສາຍສຳພັນມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນລາວ ແລະ ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ ຊຶ່ງບໍ່ມີບົດເພງ ແລະ ບົດກະວີໃດໆທີ່ຖືວ່າມ່ວນທີ່ສຸດນັ້ນ ຈະພັນລະນາໃຫ້ໝົດໄດ້. ມິດຕະພາບດັ່ງກ່າວ ສູງກວ່າພູຜາ, ຍາວກວ່າແມ່ນໍ້າ, ກວ້າງກວ່າທະເລຫຼວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ທີ່ຫອມທີ່ສຸດ”.

ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - 3 - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - 5 - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 - 4 - ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022