ແອັບ Facebook ປ່ຽນຮູບແບບໜ້າ News Feed ໃຫ້ອ່ານ ແລະ ລົມກັນງ່າຍຂຶ້ນກວ່າເກົ່່າ


Facebook ທຸກມື້ນີ້ມີເລື່ອງລາວຫຼວງຫຼາຍທີ່ສະແດງຢູ່ເທິງໜ້າ News Feed ມີທັງຮູບພາບ, ວິດີໂອ, ພາບ GIFs ແລະ ລິງອີກ ເຮັດໃຫ້ໃນຕອນນີ້ໜ້າ Feed ມີຄວາມສັບສົນ. ດັ່ງນັ້ນ ເພື່ອໃຫ້ຜູ້ໃຊ້ໄດ້ຮັບຄວາມສະດວກໃນການອ່ານຂໍ້ມູນໃນໜ້າ News Feed ໄດ້ປັບປຸງຮູບແບບການສະແດງຜົນໃຫມ່ ເພື່ອໃຫ້ໃຊ້ງານ, ອ່ານ ແລະ ສົນທະນາ ເທິງໜ້າ News Feed ໄດ້ງ່່າຍຂຶ້ນກວ່າເກົ່າ ໂດຍການອັບເດດໃຫມ່ຈະໄດ້ເລີ່ມຂຶ້ນໃນທິດໜ້າ.
ອ່ານຄອມເມນໄດ້ງ່າຍຂຶ້ນ.


ຈາກພາບທີ່ Facebook ປ່ອຍອອກມາໃຫ້ຊົມຈະເຫັນໄດ້ວ່າ ໜ້າຕາຂອງແອັບ Facebook ຈະມີຄວາມໂລ່ງຂຶ້ນຫຼາຍ, ຂອບສີຟ້າໜາໆ ດ້ານເທິງກໍຫາຍໄປ ໃນສ່ວນຂອງຂໍ້ຄວາມກ້ອງພາບກໍຈະມີຂອບສີເທົາ ຊ່ວຍໃຫ້ອ່ານຂໍ້ຄວາມກຸ່ມໄດ້ງ່າຍຂຶ້ນ.
ຂໍ້ມູນເທິງ News Feed ຈະອ່ານໄດ້ງ່າຍກວ່າເກົ່າ.


ໜ້າຕາແບບໃຫມ່ຂອງ News Feed ມີການປັບການສະແດງຜົນໃຫ້ສະດວກຕໍ່ການອ່ານຂໍ້ມູນຫຼາກຫຼາຍກວ່າເກົ່າ.
- ຄ່າ Contrast ສີຂອງຕົວອັກສອນມີຄວາມຕັດກັນຫຼາຍຂຶ້ນ ເບິ່ງເຫັນໄດ້ຊັດເຈນກວ່າເກົ່າ.
- ລິງຈະສະແດງຜົນຟຣີວິວໃຫຍ່ກວ່າເກົ່າ ເຮັດໃຫ້ອ່ານໄດ້ງ່າຍຂຶ້ນ.
- ໄອຄອນ Like, Comment ແລະ Share ມີຂະໜາດໃຫຍ່ຂຶ້ນ ແລະ ກົດງ່າຍ.
- ຮູບໂປຣໄຟລ໌ເປັນວົງມົນ ເພື່ອສະແດງວ່າໃຜເປັນຄົນໂພສ ຫຼື ຄອມເມນ.
- ລະບົບນໍາທາງໃນແອັບງ່າຍກວ່າເກົ່າ.
Facebook ຕ້ອງການໃຫ້ຜູ້ໃຊ້ໄດ້ຮັບປະສົບການໃນການສໍາຫຼວດໜ້າ News Feed ໃຫ້ດີກວ່າເກົ່າ ດ້ວຍການ
- ເຫັນລ່ວງໜ້າວ່າລິງຈະນໍາເຮົາໄປໜ້າໃດກ່ອນທີ່ເຮົາຈະແຕະ.
- ເຫັນໂພສທີ່ເຮົາຄອມເມນ ຫຼື ສະແດງ Reacting ເອົາໄວ້ໃນຂະນະທີ່ເຮົາກໍາລັງຢູ່ໃນໂພສ
- ກັບໄປຍັງໜ້າ News Feed ໄດ້ໂດຍສະດວກເມື່ອເຮົາອ່ານຈົບ ດ້ວຍປຸ່ມຖອຍຫຼັງທີ່ເຫັນຊັດເຈນກວ່າເກົ່າ