ກຳປູເຈຍເນລະເທດຊາຍໄນຈີເຣຍ ທີ່ຕິດເຊື້ອ ໝາກສຸກໜີມາແຕ່ປະເທດໄທ ພ້ອມສັ່ງຫ້າມເຂົ້າປະເທດ 3 ປີ


ວັນທີ 7 ສິງຫາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ສຳນັກງານກວດຄົນເຂົ້າເມືອງຂອງກຳປູເຈຍເປີດເຜີຍວ່າ: ກຳປູເຈຍກຽມສົ່ງຕົວ ອອສມອນ ຊິຣາຊະຮີມ ອິນເຊເຣມ ຄົນເຈັບພະຍາດໝາກສຸກລີງທີ່ປິ່ນປົວດີແລ້ວກັບປະເທດໄນຈີເຣຍ ທີ່ປະເທດບ້ານເກີດຂອງຜູ້ກ່ຽວ ແລະ ມີມາດຕະການຫ້າມເດີນທາງເຂົ້າກຳປູເຈຍເປັນເວລາ 3 ປີ.
ອອສມອນ ຊິຣາຊະຮີມ ອິນເຊເຣມ ຊາຍໜຸ່ມຊາວໄນຈີເຣຍ ອາຍຸ 27 ປີ ຖືກກວດພົບວ່າເປັນພະຍາດໝາກສຸກລີງຢູ່ປະເທດໄທ ແລະ ເດີນທາງຫລົບໜີຈາກໄທ ໄປກຳປູເຈຍ ໃນວັນທີ 27 ກໍລະກົດ ຕໍ່ມາເຈົ້າໜ້າທີ່ກຳປູເຈຍຄວບຄຸມຕົວໄດ້ຢູ່ໃນກຸງພະນົມເປັນ ເມືອງຫລວງຂອງປະເທດ ໃນວັນທີ 29 ກໍລະກົດທ ພ້ອມສົ່ງຕົວເຂົ້າປິ່ນປົວຢູ່ທີ່ໂຮງໝໍມິດຕະພາບເຂັມ-ໂຊວຽດ ຫລັງຈາກປິ່ນປົວດີແລ້ວ ແລະ ອອກຈາກໂຮງໝໍໃນວັນທີ 6 ສິງຫາ 2022.
ທ່ານ ແກ້ວ ວັນທານ ຮອງອະທິບໍດີ ແລະ ໂຄສົກສຳນັກງານນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ສຳນັກງານ ມິນຕີເນລະເທດຊາຍຊາວໄນຈີເຣຍ ເຊິ່ງເປັນພະຍາດໝາກສຸກລີງຄົນທຳອິດໃນປະເທດກຳປູເຈຍ ພ້ອມຫ້າມບໍ່ໃຫ້ເຂົ້າປະເທດເປັນເວລາ 3 ປີ, ທັງນີ້ ອົງການອະນາໄມໂລກ ປະກາດ ວັນທີ 23 ກໍລະກົດທີ່ຜ່ານມາວ່າ: ຫລາຍປະເທດມີການແພ່ລະບາດຂອງພະຍາດໝາກສຸກລີງ ເຊິ່ງເກີດຂຶ້ນນອກຖິ່ນລະບາດດັ້ງເດີມໃນອາຟັຣິກາ ໄດ້ກາຍເປັນພາວະສຸກເສີນດ້ານສາລະນະສຸກລະຫວ່າງປະເທດ (PHEIC).