ຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ກຳລັງປ້ອງກັນຊາດ
August 9, 2022 - 4:57 PM


ກອງປະຊຸມຍົກສູງບົດບາດ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ ນີ້ ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີບັນດາພະນັກງານການນຳກະຊວງປ້ອງກັນປະເທດແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເວົ້າວ່າ: ໃນກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາທີ່ສໍາຄັນທີ່ທາງສະພາແຫ່ງຊາດ; ໃນນັ້ນ ປະກອບມີຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX; ບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 9 ທັນວາ 2015 ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020 ທີ່ພົວພັນເຖິງພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 169/ຄປຈ, ລົງວັນທີ 5/7/2001; ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ປະຈໍາການຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 163/ຄປຈ, ລົງວັນທີ 2/6/2022; ຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ 01/ປກຊສ-ຄ.ປກທ, ລົງວັນທີ 9 ກຸມພາ 2002; ການສະຫຼຸບຕີລາຄາໂດຍສັງເຂບ ຜ່ານການເຄື່ອນໄຫວຈັດຕັ້ງການປະສານງານໄລຍະ 5 ປີ ຜ່ານມາ (2016-2020) ແລະ ກໍານົດທິດທາງແຜນການ 5 ປີ (2021-2025) ລະຫວ່າງກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 10 ກຸມພາ 2022 ແລະ ຜູ້ແທນກອງປະຊຸມໄດ້ມີຄໍາເຫັນ, ຊັກຖາມບັນຫາທີ່ມີຄວາມສົນໃຈ ແລະ ບໍ່ທັນຈະ ແຈ້ງ, ຄະນະປະທານ ຫຼື ວິທະຍາກອນກອງປະຊຸມຈະຕອບຄໍາຊັກຖາມ ແລະ ຄະນະປະທານສັງລວມຄໍາຄິດຄໍາເຫັນ ຕໍ່ກອງປະຊຸມເທື່ອນີ້ ໃຫ້ມີຜົນສໍາເລັດເປັນຢ່າງດີ ແລະ ຈົບງາມ.
ໃນໂອກາດນີ້ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນສະເໜີ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ IX ສຳລັບນາຍ ແລະ ພົນທະຫານ ຢູ່ກະຊວງປ້ອງກັນປະເທດ ຊຶ່ງທ່ານໄດ້ເວົ້າວ່າ: ພາລະບົດບາດຂອງສະພາແຫ່ງຊາດ ສະແດງອອກ 3 ດ້ານ ດັ່ງນີ້:
1. ພາລະບົດບາດດ້ານນິຕິບັນຍັດ: ໝາຍເຖິງພາລະບົດບາດສ້າງ ແລະ ປັບປຸງລັດຖະທຳມະນູນ; ສ້າງ ແລະ ປັບປຸງກົດໝາຍ; ການໂຄສະນາເຜີຍແຜ່ ແລະ ສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍ; ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ,
2. ພາລະບົດບາດດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ: ໝາຍເຖິງການຕົກລົງກ່ຽວກັບ ກົງຈັກແຫ່ງລັດ ແລະ ບຸກຄະລາກອນ; ຕົກລົງກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ; ແຜນງົບປະມານ ແລະ ແຜນເງິນຕາແຫ່ງລັດ ແລະ ນະໂຍບາຍທີ່ສຳຄັນອື່ນໆຂອງລັດ,
3. ພາລະບົດບາດຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການອຳນາດລັດ ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX (ແຕ່ວັນທີ 13 ມິຖຸນາ ຫາ ວັນທີ 8 ກໍລະກົດ 2022): ໃນເບື້ອງຕົ້ນແມ່ນມີຄວາມເຄັ່ງຕຶງ, ຍ້ອນຂາດນ້ຳມັນ (ລຽນແຖວຊື້ນ້ຳມັນ), ເງິນເຟີ້ ສູງ, ລາຄາສິນຄ້າແພງ, ແຕ່ມີຄວາມຟົດຟື້ນ, ຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ເປັນຕົ້ນການພິຈາລະນາພາກວຽກງານຂອງລັດຖະບານ ແລະ ວຽກງານກົດໝາຍ, ຄົ້ນຄວ້າ, ວິເຄາະວິໄຈບັນຫາຕ່າງໆເລິກເຊິ່ງ, ມີເຫດມີຜົນ, ກົງໄປກົງມາ ບົນພື້ນຖານ ຢຶດໝັ້ນຕໍ່ສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ມີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ລົງຄະແນນສຽງຮັບຮອງເອົາບັນຫາຕ່າງໆ ດ້ວຍສະຕິຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການສູງ.
ໃນມື້ດຽວກັນນີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ໂອລົມຕໍ່ທີ່ປະຊຸມວ່າ: ທ່ານໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດນາຍ ແລະ ພົນທະຫານ ທຸກຄົນ ຈົ່ງໄດ້ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງກອງທັບ ໂດຍສຸມໃສ່ປະຕິບັດ ດັ່ງນີ້:
1. ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ, ຍອມເສຍສະຫຼະ ເພື່ອຊາດເພື່ອປະຊາຊົນຂອງນາຍ ແລະ ພົນທະຫານໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້ ທັງເປັນການສືບທອດພາລະກິດປະຕິວັດ ທີ່ນັກຮົບປະຕິວັດຮຸ່ນທຳອິດ ແລະ ຮຸ່ນຕໍ່ໆມາ ໄດ້ມອບໝາຍໃຫ້;
2. ສ້າງຄວາມເປັນເອກະພາບສູງ ກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນພາຍໃນຖັນແຖວກຳລັງປະກອບອາວຸດ, ໃຫ້ກຳລັງປະກອບອາວຸດ ເປັນກໍາລັງແຖວໜ້າ ໃນການກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຈັດຕັ້ງຜັນຂະຫຍາຍອອກມາເປັນແຜນການອັນລະອຽດຂອງກຳລັງປະກອບອາວຸດ, ທັງເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ກໍຄືກົດໝາຍຕໍ່ປະຊາຊົນ,
3. ກອງທັບ, ນາຍ ແລະ ພົນທະຫານ ຕ້ອງສືບຕໍ່ຝຶກຝົນຄວາມມີລະບຽບວິໄນ, ຖືສິ່ງນີ້ທັງເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ, ທັງເປັນຄຸນລັກສະນະທີ່ຂາດບໍ່ໄດ້ ເພື່ອເປັນອາວຸດ ອັນແຫຼມຄົມ ຕັດສິນໄຊຊະນະ ຫຼື ປະລາໄຊໃນການຕໍ່ສູ້ກັບສັດຕູຂອງຊາດ; ລະບຽບວິໄນ ຕິດພັນກັບຈັນຍາບັນ ຂອງກອງທັບປະຕິວັດ ບໍ່ຄວນອະນຸຍາດໃຫ້ໃຜອອກນອກກອບຂອງລະບຽບ, ກົດໝາຍ, ກົດຄໍາສັ່ງຢ່າງເດັດຂາດ, ລະບຽບວິໄນກອງທັບຕ້ອງເຄັ່ງຄັດ ໃນການປະຕິບັດ, ຄວາມເດັດຂາດໃນການບັງຄັບບັນຊາ ເພື່ອໃຫ້ລະບຽບເປັນລະບຽບເຫຼັກ, ເມື່ອເວລາຕ້ອງຍອມເສຍສະຫຼະແມ້ແຕ່ຊີວິດ ເພື່ອຊາດ, ເພື່ອປະຊາຊົນ ກໍຕ້ອງກຽມພ້ອມຢູ່ທຸກເວລາ ເພື່ອປະຕິບັດໜ້າທີ່, ເປັນຮົ້ວປ້ອງກັນຊາດທີ່ເຂັ້ມແຂງ, ສາມາດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ;
4. ກອງທັບເຮົາ ຕ້ອງຝຶກຝົນຫຼໍ່ຫຼອມດ້ານສິນລະປະຍຸດ, ຍຸດທະວິທີ ຢ່າງເປັນປະຈຳ (ຮູ້ສະພາບ, ກໍາສະພາບ ໃຫ້ຊັດເຈນ, ມີຫຼັກວິຊາ ແລະ ຕົວຈິງ) ຖ້າກຳສະພາບໄດ້ດີເທົ່າໃດ, ກໍາສັດຕູແໜ້ນເທົ່າໃດ ພວກເຮົາຈຶ່ງສາມາດເອົາຊະນະກັບສັດຕູໄດ້ (ຮູ້ເຂົາ ຮູ້ເຮົາ ຮົບຮ້ອຍຄັ້ງ ກໍຊະນະຮ້ອຍຄັ້ງ…); ນອກຈາກກຳສະພາບ, ກຳສັດຕູໄດ້ ເຮົາຕ້ອງກໍກໍາລັງຂອງພວກເຮົາໃຫ້ໄດ້, ກຳ ແໜ້ນຄົນ, ກຳລັງດ້ານເຕັກນິກ, ພະລາທິການ, ກຳປະຊາຊົນ, ກຳຄວາມສາມາດຕົວຈິງຂອງພວກເຮົາ ອັນໃດພຽງພໍແລ້ວ, ອັນໃດຄວນພັດທະນາເພີ່ມ ໃຫ້ມີການຄິດໄລ່ຢ່າງຊັດເຈນ; ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງກຳລັງທີ່ປະຈຳການຢູ່ເຂດຫ່າງໄກສອກຫຼີກ, ໃນເຂດຊາຍແດນ, ສ້າງໃຫ້ກຳລັງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດເຮົາ ແລະ ມີຈິດໃຈຮັກຊາດ, ຮັກອະທິປະໄຕຂອງປະເທດເຮົາ,
5. ໃນສະພາບປັດຈຸບັນ ແລະ ໃນຕໍ່ໜ້າ ສຸດທີ່ມີຄວາມຈຳເປັນ ຕ້ອງໄດ້ພັດທະນາກອງທັບໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝເປັນກ້າວໆ, ຮູ້ຈຸດໃດ, ຂົງເຂດໃດ, ກໍາລັງປະເພດໃດ ທີ່ຕ້ອງເນັ້ນໜັກການພັດທະນາ, ເນັ້ນໜັກການປັບປຸງ ເນັ້ນໜັກການນຳໃຊ້… ກໍາລັງໃດ, ປະເພດໃດ ທີ່ຕ້ອງສ້າງ, ປັບປຸງໂລດໃນສະເພາະໜ້າ ແລະ ກຳລັງປະເພດໃດ ຕ້ອງພັດທະນາໃນໄລຍະຍາວ ຊຶ່ງຕ້ອງຮູ້ ວ່າມັນຂຶ້ນຢູ່ກັບສະຖານະການຈະຜັນແປນັ້ນ ໃຫ້ຊັດເຈນ ແລະ ໜັກແໜ້ນ, ບໍ່ໃຫ້ຜິດພາດ, ແຕ່ກໍບໍ່ຟຸ່ມເຟືອຍ; ຢາກສະເໜີວ່າ ກອງທັບເຮົາຕ້ອງມີການພັດທະນາໃຫ້ນັບມື້ນັບເຂັ້ມແຂງ, ທັນສະໄໝພຽບພ້ອມໄປດ້ວຍວິທະຍາສາດ ດ້ານສິນລະປະຍຸດ, ຍຸດທະວິທີການສູ້ຮົບ ຮູ້ຈຸດແຂງ, ຈຸດອ່ອນຂອງກໍາລັງກົງກັນຂ້າມເພາະໃນສະພາບປັດຈຸບັນນີ້ ແລະ ແງ່ການຂະຫຍາຍຕົວຂອງສະພາບໃນອະນາຄົດນັ້ນ, ມັນບົ່ງບອກໃຫ້ພວກເຮົາ, ກອງທັບເຮົາ ໃຊ້ຮູບແບບນີ້ໃຫ້ຫຼາຍຂຶ້ນ ເພາະສັດຕູຈະບໍ່ມາ ເປັນໜ້າກະດານ ຄືແຕ່ກ່ອນ, ມັນມີຄວາມແນບນຽນເລິກເຊິ່ງຫຼາຍຂຶ້ນ,
6. ກອງທັບເຮົາ ຕ້ອງສືບຕໍ່ເອົາໃຈໃສ່ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ຕ້ອງສ້າງຄວາມເຂັ້ມແຂງທາງດ້ານການສ້າງພະລາທິການກັບທີ່ ເພື່ອຊ່ວຍຫຼຸດຜ່ອນການແບກຫາບຂອງລັດຖະບານ ໃນບັນຫາຍຸດທະສາດໃຫຍ່ໆ, ດຳເນີນການປະຢັດ, ການໃຊ້ຈ່າຍຢ່າງມີປະສິດທິຜົນ ດັ່ງທາດແທ້ມູນເຊື້ອຂອງກອງທັບເຮົາໄດ້ມີມາແລ້ວ;
7. ກອງທັບເຮົາ, ກຳລັງປະກອບອາວຸດເຮົາ ສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຊ່ວຍເຫຼືອປະຊາຊົນ, ປະຕິບັດຄໍາເວົ້າທີ່ວ່າ: “ປະຊາຊົນ ແລະ ທະຫານ ບໍ່ຕ່າງຫຍັງຄືປາກັບນໍ້າ” ຊ່ວຍເຫຼືອດ້ານການລຶບລ້າງຄວາມທຸກຍາກ, ຊ່ວຍບັນເທົາທຸກ ໃນຍາມມີໄພທີ່ກະທົບ ເຖິງປະຊາຊົນ ດັ່ງທີ່ເຄີຍປະຕິບັດມາ ຊຶ່ງກອງທັບເຮົາໄດ້ເປັນທີ່ໄວ້ວາງໃຈຂອງປະຊາຊົນ ຢ່າງແທ້ຈິງໃນໄລຍະຜ່ານມາ;
8. ກອງທັບເຮົາ ຈະຕ້ອງສືບຕໍ່ໃຫ້ຄວາມສໍາຄັນ ກັບການພົວພັນ ທີ່ມີມູນເຊື້ອກັບກອງທັບ ຂອງປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ໂດຍສະເພາະເພື່ອນມິດຍຸດທະສາດ, ຮູ້ຍາດແຍ່ງ, ຮູ້ຮ່ຳຮຽນ ແລະ ຮູ້ຮັບເອົາການຮ່ວມມື ຢ່າງມີການເລືອກເຟັ້ນ ດ້ວຍສະຕິປັນຍາ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ.
