ປະກາດສັບຊ້ອນໜ້າທີ່, ຕຳແໜ່ງນາຍ ແລະ ພົນຕຳຫລວດໃນກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ


ໃນວັນທີ 5 ສິງຫາ 2022 ຜ່ານມານີ້, ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນນາຍ ແລະ ພົນຕໍາຫຼວດເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ມີຮອງ ຫົວໜ້າ, ຄະນະກົມໃຫຍ່, ຫ້ອງ, ກົມ-ກອງ, ພະ ແນກ, ແຂກຮັບເຊີນ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນນາຍ ແລະ ພົນຕໍາຫຼວດ ວ່າ: ອີງຕາມກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງປ້ອງກັນຄວາມສະຫງົບ, ອີງຕາມຫນັງສືສະເໜີຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບກ່ຽວກັບການສະເໜີຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ. ດັ່ງນັ້ນ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕົກລົງ.
ຍົກຍ້າຍ ແລະ ແຕ່າງຕັ້ງ:
– ພັອ ຄໍາແກ້ວ ມະໂນລາ ຈາກກົມໃຫຍ່ຕໍາຫຼວດ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການປ້ອງກັນທີ່ຕັ້ງ,
– ພັອ ວາດສະໜາ ວິລະວົງ ຈາກກົມຕໍາຫຼວດສືບຂ່າວອາຍາ ໄປຮັບໜ້າທີ່ເປັນຮອງຫົວໜ້າກົມຕໍາຫຼວດນິຕິວິທະຍາ,
– ພັທ ຫຼັງຄໍາ ຫອມສົມບັດ ຈາກກົມຕໍາຫຼວດສືບຂ່າວອາຍາໄປຮັບໜ້າທີ່ເປັນຮອງຫົວໜ້າສູນຄວບຄຸມວົງຈອນປິດ,
– ພັທ ເກດມະນີ ວົງພະຈັນ ຈາກກົມຕໍາຫຼວດສືບຂ່າວອາຍາ ໄປ ຮັບໜ້າທີ່ເປັນຫົວໜ້າຫ້ອງການ,
– ພັທ ບໍລິວົງ ວົງຫຼວງລາດ ຈາກສູນຄວບຄຸມລະບົບວົງຈອນປິດໄປຮັບໜ້າ ເປັນຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ.
ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ການປະກາດຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນນາຍ ແລະ ພົນຕໍາຫຼວດຄັ້ງນີ້ແມ່ນປະຕິບັດຕາມລະບຽບກົດໝາຍ, ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ຕອບສະໜອງໄດ້ໜ້າທີ່ການເມືອງ ແລະ ທັງ ເປັນການມອບໝາຍ ໜ້າທີ່ຮັບຜິດຊອບຢ່າງຖືກຕ້ອງ ແລະ ທຸກສະຫາຍທີ່ໄດ້ຮັບການຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນຈົ່ງເຂົ້າໃຈວ່າແມ່ນການມອບໝາຍ ໜ້າທີ່ໃຫ້ມີ ຄວາມໜັກແໜ້ນ, ສາມາດປະຕິບັດໜ້າທີ່ການເມືອງຂອງ ຕົນໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.