ແມນຊິຕີ ປິດບັນຊີຄວ້າ ໂກເມສ ລາຄາບໍ່ແພງ




ແມນເຊສເຕີ ຊິຕີ ທີມແຊ໊ມເກ່ົາ ພຣີເມຍລີກ ບັນລຸຂໍ້ຕົກລົງຄວ້າ ເຊີຄີໂອ ໂກເມສ ກອງຫລັງຈາກ ອັນເດີເລດ ມາເຂົ້າຖິ່ນ ເອຕີຮັດ ເປັນທີ່ຮຽບຮ້ອຍແລ້ວ ຕາມລາຍງານຈາກ ສະກາຍ ສະປອດ ແລະ ອິນດິເພນເດັນ ສື່ໃນອັງກິດ ເມື່ອວັນພະຫັດທີ່ 11 ຜ່ານມາ.
ກອງຫລັງຊາວສະເປນ ອາຍຸ 21 ປີ ຈະຍ້າຍມາຢູ່ກັບ ແມນຊິຕີ ດ້ວຍຄ່າຕົວ 11 ລ້ານປອນ ແລະ ເຊັນສັນຍາເປັນເວລາ 4 ປີ ຫລື ຈົນເຖິງລະດູການປີ 2026 ຫາກສຳເລັດຂັ້ນຕອນການກວດຮ່າງກາຍແລ້ວ.
ແມນ ຊິຕີ ຕ້ອງກາງກອງຫລັງຄົນໃຫມ່ຫລັປ່ອຍ ໂອເລັກຊານເດີ ຊິນເຊນໂກ ໄປໃຫ້ ອາເຊນອລ ໂດຍກ່ອນຫນ້ານີ້ວາງເປົ້າໄປທີ່ ມາກ ກູກູເຣຢາ ແຕ່ຖືກ ໄບຣຕັນ ໂກ່ງຄ່າຕົວ ກ່ອນທີ່ສຸດທ້າຍຈະປ່ອຍໄປໃຫ້ ເຊລຊີ ດ້ວຍຄ່າບວກໂບນັສສູງເຖິງ 62,5 ລ້ານປອນ.
ໃນເວລານີ້ຍັງບໍ່ມີການຢືນຢັນວ່າ ແມນ ຊິຕີ ຈະດຶງ ໂກເມສ ມາໃຊ້ງານໃນລະດູການນີເລີຍ ຫລື ປ່ອຍໄປໃຫ້ທີມໃນເຄືອຂ່າຍພັນທະ ມິດຢືມໃຊ້ງານກ່ອນ ຫລັງ ແມນ ຊິຕີ ຍັງຕ້ອງການດຶງ ຣາຟາເອລ ເກເຣໂຣ ກອງຫລັງ ໂບຣຸສເຊຍ ດອດມຸນ ມາເສີມທີມ 1 ຄົນ.
ເກເຣໂຣ ອາຍຸ 28 ປີ ສາມາດຫລິ້ນໄດ້ທັງຕຳແໜ່ງກອງຫລັງ ແລະ ປີກຊ້າຍ ໂດຍລົງຫລິ້ນໃຫ້ ດອດມຸນ ໄປແລ້ວ 189 ເກມ ຍິງໄດ້ 34 ປະຕູ 37 ແອສຊິສ ຕັ້ງແຕ່ມາຢູ່ກັບ ເສືອເຫລືອງ ເມື່ອປີ 2016 ເຮັດໃຫ້ເຂົ້າຕາ ແລະ ຖືກໃຈ ເປບ ກວາດີໂອລາ ຜູ້ຈັດການທີມ ແມນ ຊິຕີ ເປັນຢ່າງຍິ່ງ.