ທຸບສະຖິຕິ ! ຍີ່ປຸ່ນຕິດເຊື້ອໂຄວິດວັນດຽວເຖິງ 250.000 ຄົນ
ວັນທີ 10 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ຍີ່ປຸ່ນກວດພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 250.403 ຄົນ ເຊິ່ງເປັນຈຳນວນຜູ້ຕິດເຊື້ອປະຈຳວັນສູງເປັນປະຫວັດການ ທ່າມກາງຄວາມກັງວົນກໍລະນີລະບົບການແພດແບກຮັບພາລະໜັກໜ່ວງຈາກການລະບາດໃຫຍ່ຮອບໃໝ່.
ຈຳນວນຜູ້ຕິດເຊື້ອໃນວັນທີ 10 ສິງຫາ ເຊິ່ງຖືກກະຕຸ້ນໂດຍໂຄວິດສາຍພັນໂອມິຄຣອນ ສາຍພັນຍ່ອຍ BA.5 ທີ່ແພ່ເຊື້ອໄດ້ສູງ ທຳລາຍສະຖິຕິຈຳນວນຜູ້ຕິດເຊື້ອປະຈຳວັນ ກ່ອນໜ້ານີ້ມີ 249.830 ຄົນ ໃນວັນທີ 3 ສິງຫາ. ຂະນະທີ່ຍີ່ປຸ່ນຢືນຢັນຈຳນວນຜູ້ຕິດເຊື້ອທີ່ເສຍຊີວິດເຊື່ອມໂຍງກັບພະຍາດໂຄວິດເພີ່ມ 251 ຄົນທົ່ວປະເທດ.
ກະຊວງສາທາລະນະສຸກຍີ່ປຸ່ນລາຍງານຈຳນວນຜູ້ຕິດເຊື້ອທີ່ປິ່ນປົວຢູ່ໂຮງໝໍທີ່ມີອາການຮຸນແຮງເພີ່ມ 16 ຄົນຈາກວັນທີ 9 ສິງຫາ ລວມມີ 597 ຄົນແລ້ວ ເຊິ່ງໜ້ອຍກວ່າໄລຍະການລະບາດສູງສຸດເມື່ອລະດູຮ້ອນປີຜ່ານມາ ເຊິ່ງພົບຜູ້ຕິດເຊື້ອອາການຮຸນແຮງຫລາຍກວ່າ 2.000 ຄົນຫລາຍອາທິດ.
ຂະນະດຽວກັນ, ແຂວງຂອງຍີ່ປຸ່ນ 20 ແຫ່ງ ຈາກທັງໝົດ 47 ແຫ່ງ ພົບຜູ້ຕິດເຊື້ອປະຈຳວັນສູງເປັນປະຫວັດການ ໂດຍລັດຖະບານນະຄອນຫລວງໂຕກຽວ ເມືອງຫລວງຂອງປະເທດ ລາຍງານຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 34.243 ຄົນໃນວັນທີ 10 ສິງຫາ. ຂະນະທີ່ແຂວງໂອຊາກ້າກວດພົບຜູ້ຕິດເຊື້ອເພີ່ມ 23.730 ຄົນ ແລະ ແຂວງໄອຈິພົບຜູ້ຕິດເຊື້ອເພີ່ມ 18.862 ຄົນ.