6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.

-                                   scaled - 6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.
- kitchen vibe - 6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.

ແທ້ຫລືບໍ່ ທີ່ມະນຸດມີຄວາມຮູ້ສຶກຕໍ່ຕ້ານການປ່ຽນແປງເປັນທຳມະຊາດຢູ່ແລ້ວ ? ຫາກເບິ່ງໃຫ້ເລິກລົງໄປ ທ່ານອາດຈະພົບວ່າຄວາມຮູ້ສຶກຕໍ່ຕ້ານນີ້ເປັນພຽງອາການຢ່າງໜຶ່ງທີ່ເກີດຂຶ້ນເມື່ອມະນຸດຮູ້ສຶກວ່າຕົນເອງໄຮ້ຄວາມສາມາດ, ມະນຸດທຸກຄົນລ້ວນແຕ່ຢ້ານກົວການຮູ້ສຶກອັບອາຍຂາຍໜ້າທີ່ຕົນເອງເບິ່ງດ້ອຍຄ່າກ່ວາຄົນອື່ນ ແລະ ຄວາມປ່ຽນແປງນີ້ເອງທີ່ເປັນຕົ້ນເຫດ, ແຕ່ຈະເປັນແນວໃດຖ້າເຮົາສາມາດເຮັດໃຫ້ຕົນເອງຮູ້ສຶກດີໄດ້ເມື່ອຕ້ອງຊຸກຍູ້ຕົນເອງ ຫລື ປາຖະໜາທີ່ຈະຮຽນຮູ້ສິ່ງໃໝ່ໆຢູ່ເໜືອຄວາມຢ້ານວ່າຕົນເອງຈະຮູ້ສຶກດ້ອຍຄວາມສາມາດ ? ທັງ 2 ສິ່ງນັ້ນບໍ່ສາມາດເກີດຂຶ້ນໄດ້ເອງ ແຕ່ເກີດຈາກການຮຽນຮູ້ ແລະ ຝຶກຝົນຢ່າງສະໝໍ່າສະເໝີ ບໍ່ດັ່ງນັ້ນ ເຮົາກໍຈະສູນເສຍຄວາມກະຕືລືລົ້ນໃນການໄຝ່ຫາຄວາມຮູ້ ເມື່ອເຮົາບໍ່ກະຕືລືລົ້ນເຮົາກໍຈະຍິ່ງກຽດຄ້ານຫລາຍຂຶ້ນ ນັ້ນແມ່ນທຳມະຊາດຂອງມະນຸດ ແມ່ນແຕ່ການເພິງພໍໃຈໃນສິ່ງທີ່ຕົນມີນັ້ນຈະເປັນສິ່ງທີ່ດີ, ແຕ່ຂໍ້ເສຍຂອງມັນກໍຄື ທ່ານອາດກາຍເປັນຄົນເສີຍຊາໄດ້, ການໂອນເອນໄປຕາມສະພາບແວດລ້ອມຍ່ອມເປັນເລື່ອງປົກກະຕິ, ແຕ່ກໍດັ່ງທີ່ທ່ານ ຈອນ ເອຟ ເຄນເນດີ ເຄີຍກ່າວໄວ້ວ່າ …. ໄລຍະເວລາທີ່ເໝາະສົມສຳລັບການສ້ອມແປງຫລັງຄາ ກໍແມ່ນຕອນທີ່ແດດອອກ …. ໝາຍຄວາມວ່າເຮົາຄວນແກ້ໄຂບັນຫາໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ ບໍ່ແມ່ນລໍເວລາຈົນມັນຈໍ້ແລ້ວ. ການໃຫ້ຄຸນຄ່າຕໍ່ຄວາມລຳບາກ, ຄວາມບໍ່ດຸ່ນດ່ຽງ ແລະ ຄວາມສັບສົນໃນຈິດໃຈເປັນສິ່ງເຮັດໃຫ້ເຮົາເຕີບໃຫຍ່ໄດ້ຫລາຍທີ່ສຸດ ເຊິ່ງຈະເກີດຂຶ້ນກໍຕໍ່ເມື່ອເຮົາກ້າກ້າວອອກມາຈາກສະພາບແວດລ້ອມທີ່ລຶ້ງເຄີຍ. ໃນຄວາມເປັນຈິງນັ້ນ ຄວາມຍາກລຳບາກບໍ່ໄດ້ພາເຮົາໄປສູ່ຄວາມລົ້ມເຫລວ ຫາກແຕ່ເປັນຄວາມກ້າວໜ້າ,​ ການຫລີກເວັ້ນຄວາມຍາກລຳບາກ ແລະ ອຸປະສັກ ເຮັດໃຫ້ເຮົາຢູ່ລອດກໍແມ່ນ ແຕ່ການເຂົ້າຫາມັນຕ່າງຫາກທີ່ເຮັດໃຫ້ເຮົາໄດ້ພັດທະນາຕົນເອງ ໂດຍທ່ານສາມາດເລີ່ມໄດ້ໂດຍການປ່ຽນແປງວິທີຄິດ ແລະ ນິໄສ ຕາມຂໍ້ແນະນຳທັງ 6 ຂໍ້ຕໍ່ໄປນີ້ ….

  1. ທົບທວນສິ່ງທີ່ຕົນເອງເປັນຢູ່ : ທ່ານຄວນຕັ້ງຄຳຖາມຕໍ່ຕົນເອງວ່າ ສິ່ງໃດທີ່ທ່ານຄວນຈະຢຸດເຮັດ, ສິ່ງໃດທີ່ທ່ານຄວນທີ່ຈະຖິ້ມໄວ້ຂ້າງຫລັງ, ສິ່ງໃດທີ່ທ່ານຈະຕ້ອງລືມມັນໄປ, ສິ່ງໃດທີ່ທ່ານຈະຕ້ອງເຊົາສົນໃຈ ນີ້ແມ່ນສິ່ງສຳຄັນ ຫາກທ່ານຢາກຈະເຕີບໃຫຍ່ ແລະ ກ້າວໜ້າໃນຊີວິດ.
  2. ທ້າທາຍສົມມຸດຖານຂອງຕົນເອງ : ພຽງເພາະເຮົາມັກຈະເຮັດໃນສິ່ງໃດດ້ວຍວິທີເກົ່າໆ ບໍ່ໄດ້ແປວ່າເຮົາຄວນໃຊ້ວິທີນັ້ນສະເໝີໄປ ເພາະມັນອາດກາຍເປັນອັກຄະຕິແຫ່ງປະສົບການ ໝາຍຄວາມວ່າ ການຄິດໄປເອງວ່າວິທີການທີ່ເຮົາຈັດການເລື່ອງຕ່າງໆສະເໝີນັ້ນຖືກຕ້ອງແລ້ວ, ເຮົາຄວນພິຈາລະນາເບິ່ງວ່າຄວາມເຊື່ອໃດເປັນຕົ້ນເຫດຂອງການກະທຳນັ້ນໆ ຖ້າຄວາມເຊື່ອນັ້ນຖືກຕ້ອງແທ້ ກໍຍັງຄົງມີວິທີການອື່ນໆໃນການຮັບມືກັບເລື່ອງດັ່ງກ່າວອີກຫລາຍ, ແຕ່ຖ້າມັນຜິດ ທ່ານກໍຄວນລອງຄົ້ນຫາຫົນທາງໃໝ່ໆໄດ້ແລ້ວ.
  3. ລອງເຮັດຫຍັງໃໝ່ໆ : ການລອງເຮັດຫຍັງໃໝ່ໆ ມັກຈະນຳໄປສູ່ສິ່ງທີ່ດີກ່ວາ ໃນບາງເທື່ອມັນກໍເກີດຂຶ້ນຈາກການພົບປະສົນທະນາກັບຜູ້ຄົນ ສິ່ງທີ່ອາດເບິ່ງຄືອຸປະສັກກັບກາຍເປັນສິ່ງທີ່ເຮັດໃຫ້ເກີດຄວາມກ້າວໜ້າ ທ່ານສາມາດເລີ່ມຕົ້ນດ້ວຍເລື່ອງຕ່າງໆ ເຊັ່ນ : ການລອງກິນອາຫານແປກໃໝ່ ຫລື ທົດລອງເຮັດຫຍັງທີ່ບໍ່ລຶ້ງເຄີຍ ເພາະມະນຸດນັ້ນມັກຈະແນມເຫັນຄວາມແປກໃໝ່ ຫລື ຄວາມແຕກຕ່າງເປັນສິ່ງອັນຕະລາຍ.
  4. ທົບທວນຈຸດປະສົງຂອງຫລັກການເກົ່າໆທີ່ທ່ານເຄີຍເຊື່ອ : ໃນບາງເທື່ອສິ່ງທີ່ມີຄ່າກໍຫາຍໄປລະຫ່ວາງທາງ ຫລັກການເປັນສິ່ງທີ່ດີ ແຕ່ບາງເທື່ອມັນກໍອາດລ້າສະໄໝໄດ້ ຢ່າພາດໃຫ້ກັບຄວາມໜ້າເຊື່ອຖືຂອງຫລັກການເຫລົ່ານັ້ນ ເພາະບາງເທື່ອມັນກໍບໍ່ໄດ້ກ່ຽວຂ້ອງກັບສິ່ງທີ່ທ່ານເຮັດ.
  5. ເບິ່ງພາບລວມ : ຈົ່ງພະຍາຍາມສ້າງຄວາມເຂົ້າໃຈຊີວິດ ແລ້ວເສັ້ນທາງຂອງທ່ານຈະກະຈ່າງແຈ້ງຫລາຍຂຶ້ນ. ການຮຽນຮູ້ ແລະ ການເຕີບໃຫຍ່ບໍ່ພຽງແຕ່ຕ້ອງອາໄສຄວາມສາມາດ ແລະ ທັກສະເທົ່ານັ້ນ ຍັງຕ້ອງເຊື່ອມຕໍ່ທຸກພາກສ່ວນເຂົ້ານຳກັນ ມັນອາດຈະຟັງເບິ່ງຍາກຫາກທ່ານບໍ່ໄດ້ເບິ່ງພາບລວມ ວ່າໂຕຕົນຂອງທ່ານແມ່ນໃຜ ແລະ ທ່ານຢາກໄດ້ຫຍັງ ເຊິ່ງທີ່ຈະເຮັດໃຫ້ການຮຽນຮູ້ຂອງທ່ານກ້າວໄປສູ່ອີກລະດັບ.
  6. ເຊື່ອໝັ້ນໃນສິ່ງທີ່ທ່ານຮູ້ : ການເຊື່ອໝັ້ນໃນສິ່ງທີ່ທ່ານຮູ້ຈະເຮັດໃຫ້ທ່ານກ້າລອງເຮັດໃນສິ່ງໃໝ່ໆ ເຮົາບໍ່ອາດພັດທະນາຕົນເອງໄດ້ຫາກບໍ່ເລີ່ມຈາກຄວາມຄິດ ແລະ ມັນຈະບໍ່ເກີດຂຶ້ນຫາກປາສະຈາກຄວາມຍາກລຳບາກ ຫລື ອຸປະສັກແດ່ເປັນບາງຄັ້ງຄາວ.

 

 

- 3 - 6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.
- 5 - 6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.
- 4 - 6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.