ພັດທະນາຈຸດແຂງ, ກຳຈັດຈຸດກ່ອນ, ແນມຫາໂອກາດ.
August 15, 2022 - 11:38 AM
ຕໍ່ໄປນີ້ແມ່ນ 7 ວິທີທີ່ຄົນປະສົບຄວາມສຳເລັດໃຊ້ຈັດການກັບຈຸດອ່ອນຂອງຕົນເອງ. ໃນເມື່ອເຮົາທຸກຄົນລ້ວນແຕ່ມີຈຸດອ່ອນ ຫລື ຂໍ້ດ້ອຍຄືກັນທັງໝົດ ສິ່ງສຳຄັນກໍຄື ເຮົາຈະມີວິທີຈັດການມັນແນວໃດໄດ້ແດ່ ບັນດາຄົນທີ່ປະສົບຄວາມສຳເລັດລ້ວນເຂົ້າໃຈສິ່ງນີ້ດີ ພວກເຂົາບໍ່ປະຕິເສດຂໍ້ດ້ອຍຂອງຕົນເອງ, ແຕ່ພວກເຂົາຈະຫາວິທີຈັດການມັນເພື່ອບໍ່ໃຫ້ມັນກາຍມາເປັນອຸປະສັກຂັດຂວາງພວກເຂົາ ສິ່ງໜຶ່ງທີ່ພວກເຂົາຈະເຮັດກໍຄື ການຈົດຈໍ່ ແລະ ພັດທະນາຈຸດແຂງທີ່ຕົນເອງມີ, ຫລຸດຈຸດອ່ອນຂອງຕົນເອງໃຫ້ໜ້ອຍທີ່ສຸດ ພ້ອມກັບແນມຫາໂອກາດໃໝ່ໆຢູ່ສະເໝີ ເຊິ່ງ 7 ວິທີຕໍ່ໄປນີ້ກໍເປັນສ່ວນສຳຄັນທີ່ຈະສົ່ງຜົນໃຫ້ເຮົາປະສົບຄວາມສຳເລັດໄດ້ໄວຂຶ້ນ.
- ຕັ້ງໃຈ ແລະ ຈົດຈໍ່ໃນສິ່ງທີ່ສົນໃຈ : ຖ້າທ່ານກຳລັງເຮັດຫຍັງຈັກຢ່າງທີ່ທ່ານບໍ່ໄດ້ສົນໃຈແທ້ໆ, ແຕ່ຕ້ອງເຮັດຍ້ອນວ່າຈຳເປັນ ຜົນທີ່ອອກມາກໍຈະບໍ່ໄດ້ມີຫຍັງພິເສດເລີຍ ເຊິ່ງມັນສະທ້ອນເຖິງຈຸດອ່ອນທີ່ທ່ານມີຢູ່ ກໍຄື ການທີ່ທ່ານບໍ່ໄດ້ຈົດຈໍ່ ຫລື ມີສະມາທິກັບສິ່ງນັ້ນແທ້ໆ ເຊິ່ງວິທີແກ້ໄຂກໍຄື ໃຫ້ທ່ານລອງຫາວ່າສິ່ງທີ່ທ່ານສົນໃຈແທ້ໆ ແລະ ຢາກທຸ້ມເທກັບມັນໃຫ້ຫລາຍໆມັນແມ່ນຫຍັງ ? ເຊິ່ງນີ້ແມ່ນບາດກ້າວທຳອິດທີ່ຈະນຳພາທ່ານໄປສູ່ຄວາມສຳເລັດ.
- ຈັດການເວລາ : ການຈັດການເວລາຈະຊ່ວຍໃຫ້ວຽກຂອງທ່ານມີປະສິດທິພາບຫລາຍຂຶ້ນ ທ່ານຄວນປະເມີນວ່າທ່ານຈະເຮັດວຽກໃດກ່ອນຫລັງ ໂດຍໃຊ້ເວລາເທົ່າໃດ ຍິ່ງທ່ານມີການວາງແຜນທີ່ດີ ຜົນກໍຈະອອກມາດີໄປນຳ. ນອກຈາກນີ້, ການຈັດການເວລາຈະເຮັດໃຫ້ທ່ານໃຊ້ເວລາໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ.
- ຝຶກທັກສະທີ່ສຳຄັນ : ເຮົາທຸກຄົນລ້ວນແຕ່ມີທັກສະທີ່ເຮົາຊຳນານ ແລະ ເຮັດມັນໄດ້ດີ ດັ່ງທີ່ບອກໄປຂ້າງເທິງວ່າຄົນທີ່ປະສົບຄວາມສຳເລັດນັ້ນມັກຈະຈົດຈໍ່ຢູ່ກັບຈຸດແຂງຂອງຕົນເອງ ທ່ານກໍຄືກັນ ຖ້າທ່ານມີທັກສະທີ່ທ່ານຊຳນານກໍຈົ່ງພັດທະນາມັນໃຫ້ດີຍິ່ງຂຶ້ນຕື່ມອີກ ລອງພະຍາຍາມເຮັດມັນໃຫ້ເກັ່ງຈົນເຖິງທີ່ສຸດ, ຮູ້ສຶກ ແລະ ຮູ້ແທ້ ເຖິງຕອນນັ້ນທ່ານກໍຈະໄດ້ຈຸດແຂງເພີ່ມຂຶ້ນອີກທາງ ບໍ່ແນ່ວ່າໂອກາດຕ່າງໆອາດເຂົ້າມາຫາທ່ານໂດຍບໍ່ຮູ້ໂຕ.
- ມີເປົ້າໝາຍ ແລະ ມີແຜນການ : ການວາງແຜນຈະຊ່ວຍໃຫ້ທ່ານເຮັດວຽກໄດ້ໄວຂຶ້ນ ຖ້າທ່ານບໍ່ຈົດຈໍ່ກັບວຽກ ທ່ານກໍຈະຖືກດຶງສະມາທິອອກໄປໄດ້ງ່າຍ ແລະ ນັ້ນຈະເຮັດໃຫ້ທ່ານໄປເຖິງສິ່ງທີ່ຫວັງໄວ້ຊ້າລົງເລື້ອຍໆ. ລອງຄິດແກ້ບັນຫາເບິ່ງວ່າທ່ານຈະວາງແຜນແນວໃດໃຫ້ມີປະສິດທິພາບໄດ້ແດ່ ເພາະແມ່ນແຕ່ຄົນທີ່ປະສົບຄວາມສຳເລັດແລ້ວ ເຂົາກໍຍັງຕ້ອງວາງແຜນຊີວິດໃນທຸກໆມື້. ດັ່ງນັ້ນ, ເປົ້າໝາຍ ແລະ ແຜນການຈະຊ່ວຍເຮັດໃຫ້ທ່ານບໍ່ເສຍເວລາກັບສິ່ງໃດໆຫລາຍຈົນເກີນພໍດີ.
- ກ້າສ່ຽງ : ຄວາມທ້າທາຍຍ່ອມມາກັບຄວາມສ່ຽງ ຈື່ໄວ້ວ່າຄວາມບໍ່ແນ່ນອນນັ້ນເປັນສ່ວນໜຶ່ງຂອງຄວາມສຳເລັດ ເຮົາຕ້ອງກ້າຫານທີ່ຈະຍ່າງຕໍ່ໄປເຖິງຈະບໍ່ຮູ້ວ່າມີຫຍັງລໍຖ້າເຮົາຢູ່ຂ້າງໜ້າກໍຕາມ ສິ່ງທີ່ເຮົາມັກຢ້ານກໍແມ່ນຢ້ານທີ່ຈະພາດພັ້ງ ຫລື ສູນເສຍຫຍັງຕ່າງໆ ຈຶ່ງບໍ່ກ້າສ່ຽງກັບຫຍັງເລີຍ, ແຕ່ວ່າຄວາມແຕກຕ່າງທີ່ຄົນປະສົບຄວາມສຳເລັດເຮັດກໍຄື ພວກເຂົາກ້າສ່ຽງກ່ວາເຮົາ ຍ້ອນວ່າທຸກຢ່າງລ້ວນແຕ່ມີຄວາມສ່ຽງທັງໝົດ ສິ່ງທີ່ເຮັດໄດ້ກໍພຽງແຕ່ຈັດການກັບມັນ ແລະ ໃຫ້ມັນກະທົບເຮົາໜ້ອຍທີ່ສຸດກໍພຽງພໍແລ້ວ.
- ຢ່າໃຫ້ຄວາມລົ້ມເຫລວຢຸດທ່ານເອົາໄວ້ : ຫົນທາງສູ່ຄວາມສຳເລັດນັ້ນມີຄວາມລົ້ມເຫລວລໍຖ້າທ່ານຢູ່ຫລວງຫລາຍ ຄົນທີ່ປະສົບຄວາມສຳເລັດລ້ວນແຕ່ພະເຊີນໜ້າກັບຄວາມລົ້ມເຫລວມາແລ້ວທັງໝົດ, ແຕ່ພວກເຂົາບໍ່ຍອມແພ້, ຢ່າໃຫ້ຄວາມລົ້ມເຫລວພຽງຄັ້ງດຽວມາຢຸດທ່ານໄວ້ໄດ້, ທ່ານຕ້ອງສູ້ກັບຕົນເອງ, ສູ້ກັບຈຸດອ່ອນຂອງທ່ານ ແລະ ຫາໂອກາດໃໝ່ໆໃຫ້ຫລາຍຂຶ້ນ, ຖ້າທ່ານບໍ່ກ້າຍ່າງຕໍ່ໄປ ຄວາມສຳເລັດກໍຈະບໍ່ມີມື້ເຂົ້າມາຫາທ່ານໄດ້.
- ຫ້ອມລ້ອມໂຕທ່ານດ້ວຍຄວາມຄິດດ້ານບວກ : ສັດຕູໂຕຮ້າຍທີ່ສຸດຂອງຈິດໃຈກໍແມ່ນຄວາມຄິດໃນດ້ານລົບ ມັນສາມາດຖ່ວງດຶງທ່ານລົງມາໄດ້ງ່າຍດາຍ. ດັ່ງນັ້ນ, ການພາໂຕທ່ານໄປຢູ່ໃນບັນຍາກາດທີ່ມີແຕ່ຄວາມຄິດດ້ານບວກ ຈະຊ່ວຍໃຫ້ທ່ານຕໍ່ສູ້ກັບຈຸດອ່ອນຂອງໂຕເອງໄດ້ດີຂຶ້ນ, ຢ່າປ່ອຍໃຫ້ຄວາມຄິດລົບໆມາທຳຮ້າຍເຮົາຈົນໝົດຄວາມໝັ້ນໃຈເລີຍ.
- ຍ້ອນທັດສະນະຄະຕິໃນການຈັດການຈຸດອ່ອນຂອງເຮົາເປັນເລື່ອງສຳຄັນ ດັ່ງນັ້ນ ຖ້າທ່ານຢາກປະສົບຄວາມສຳເລັດ ທ່ານກໍຕ້ອງປ່ຽນແປງວິທີຄິດຂອງຕົນເອງໃໝ່, ຢ່າຄິດວ່າຕົນເອງບໍ່ເກັ່ງ ຫລື ມີແຕ່ຈຸດອ່ອນແລ້ວບໍ່ສາມາດເຮັດຫຍັງສຳເລັດໄດ້ເລີຍ, ເຮົາທຸກຄົນມັກມີຈຸດແຂງເຊື່ອງຢູ່ ລອງຫາມັນໃຫ້ພົບ ແລະ ພັດທະນາໃຫ້ເກັ່ງຂຶ້ນ ແລ້ວທ່ານຈະພົບວ່າທ່ານບໍ່ໄດ້ອ່ອນແອໄປກ່ວາຄົນອື່ນໆ.