15 ສິງຫາ 2022ນີ້ ຈະມີປາກົດການດາວເສົາໂຄຈອນມາໃກ້ໂລກຫລາຍທີ່ສຸດໃນຮອບປີ

-                          - 15 ສິງຫາ 2022ນີ້ ຈະມີປາກົດການດາວເສົາໂຄຈອນມາໃກ້ໂລກຫລາຍທີ່ສຸດໃນຮອບປີ
- kitchen vibe - 15 ສິງຫາ 2022ນີ້ ຈະມີປາກົດການດາວເສົາໂຄຈອນມາໃກ້ໂລກຫລາຍທີ່ສຸດໃນຮອບປີ

ໃນວັນທີ 15 ສິງຫາ 2022 ນີ້ ສະຖາບັນວິໄຈດາຣາສາດແຫ່ງຊາດ (Narit) ປະເທດໄທ ໃຫ້ຮູ້ວ່າ: ວົງແຫວນດາວເສົາທີ່ຈະໂຄຈອນມາຢູ່ໃນຕຳແໜ່ງກົງກັນຂ້າມກັບດວງອາທິດ, ໂດຍດວງອາທິດ ໂລກ ແລະ ດາວເສົາ ຮຽງຢູ່ໃນເສັ້ນດຽວກັນ ມີໂລກຢູ່ເຄິ່ງກາງຈະສົ່ງຜົນໃຫ້ດາວເສົາຢູ່ໃນຕຳແໜ່ງທີ່ໃກ້ໂລກ, ປາກົດການຄັ້ງນີ້ດາວເສົາຈະຢູ່ຫ່າງຈາກໂລກປະມານ 1.​325 ລ້ານກິໂລແມັດ ເມື່ອດວງອາທິດລັບຂອບຟ້າດາວເສົາຈະແຈ້ງ ປາກົດທາງທິດຕາເວັນອອກສ່ຽງໃຕ້ ດົນຕະຫລອດຮອດຕອນເຊົ້າ ຫາກຟ້າແຈ້ງບໍ່ມີຝົນສາມາດເຫັນໄດ້ດ້ວຍຕາເປົ່າ.
ນອກຈາກນີ້ຫາກເບິ່ງດາວເສົາຜ່ານກ້ອງໂທລະທັດຂະໜາດເສັ້ນຜ່ານສູນກາງຕັ້ງແຕ່ 4 ນິ້ວ ຫລື ມີກຳລັງຂະຫຍາຍຕັ້ງແຕ່ 50 ເທົ່າຂຶ້ນໄປ ຈະເຫັນວົງແຫວນ A ແລະ ວົງແຫວນ B ແຍກກັນຢ່າງຊັດເຈນໂດຍມີເສັ້ນແບ່ງແຄສສິນີຢູ່ເຄິ່ງກາງລະຫວ່າງສອງວົງແຫວນ.

- 5 - 15 ສິງຫາ 2022ນີ້ ຈະມີປາກົດການດາວເສົາໂຄຈອນມາໃກ້ໂລກຫລາຍທີ່ສຸດໃນຮອບປີ
- Visit Laos Visit SALANA BOUTIQUE HOTEL - 15 ສິງຫາ 2022ນີ້ ຈະມີປາກົດການດາວເສົາໂຄຈອນມາໃກ້ໂລກຫລາຍທີ່ສຸດໃນຮອບປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!