ທີມນັກກິລາ ເຫຼົ່າຮົບສື່ສານ ເຂົ້າຮ່ວມແຂ່ງຂັນ ກິລາການທະຫານສາກົນ 2022

- FB IMG 1660612099893 - ທີມນັກກິລາ ເຫຼົ່າຮົບສື່ສານ ເຂົ້າຮ່ວມແຂ່ງຂັນ ກິລາການທະຫານສາກົນ 2022
- kitchen vibe - ທີມນັກກິລາ ເຫຼົ່າຮົບສື່ສານ ເຂົ້າຮ່ວມແຂ່ງຂັນ ກິລາການທະຫານສາກົນ 2022

ວັນທີ 14 ສິງຫາ 2022 ນີ້, ທີມນັກກິລາ ເຫຼົ່າຮົບສື່ສານ ໄດ້ເຂົ້າຮ່ວມແຂ່ງຂັນ ກິລາການທະຫານສາກົນ 2022 (ແຂ່ງຂັນ ທີ່ ສ ເບລາຣູດ) ໂດຍອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ທີມນັກກິລາ ເຫຼົ່າຮົບສື່ສານ ໄດ້ເຂົ້າຮ່ວມກິລາການທະຫານ ສາກົນ 2022, ເຊິ່ງໄດ້ແຂ່ງຂັນລະຫວ່າງວັນທີ 3-28 ສິງຫາ 2022 ນີ້, ໃນນີ້ ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ນັກສຶກສາທະຫານລາວ ທີ່ກໍາລັງສຶກສາຢູ່ວິທະຍາຄານສື່ສານ ທີ່ ເຊັນປີເຕີສະເບີກ ສະຫະພັນຣັດເຊຍ.

ໃນການແຂ່ງຂັນກິລາ ເຫຼົ່າຮົບສື່ສານ ຄັ້ງນີ້ ມີ ນັກກິລາເຂົ້າຮ່ວມທັງໝົດ 12 ປະເທດ ໃນນີ້, ທິມນັກກິລາ ເຫຼົ່າຮົບສື່ສານເຂົ້າຮ່ວມແຂ່ງຂັນ 2 ປະເພດກິລາຄື: ປະເພດວິທະຍຸສື່ສານ ແລະ ຜູ້ຊ່ຽວຊານດ້ານໄອທີ.

ໃນການແຂ່ງຂັນຕົວຈິງ ທິມວິທະຍຸສື່ສານ ກອງທັບປະຊາຊົນລາວ ເຊິ່ງຈະໄດ້ແຂ່ງຂັັນ 3 ວັນຄື: ວັນທີ 16 ແມ່ນ ຊອກຫາທີດທາງຈຸດສື່ສານ, ວັນທີ 17 ແມ່ນແຂ່ງຂັນ ຕີມັອກ-ຮັບມັອກ ແມ່ນແຂ່ງເອົາຄວາມໄວ, ວັນທີ 19 ແມ່ນແຂ່ງ ກວດກາທາງວິທະຍຸ.

ກອງທັບປະຊາຊົນລາວ ແຂ່ງກັບ ກອງທັບ ຊີເຣຍ ແລະ ນັກກິລາດ້ານໄອທີ ແຂ່ງວັນທີ 20 ແມ່ນ ເສັງຄິດໄລ່ ທິດສະດີ, ວັນທີ 22 ແຂ່ງພາກປະຕິບັດຕົວຈິງ ໃນການຕີດຕັ້ງ ຕໍ່ສາຍໂທລະສັບ ແຂ່ງກັບ ກອງທັບຊູດານ.

- 4 - ທີມນັກກິລາ ເຫຼົ່າຮົບສື່ສານ ເຂົ້າຮ່ວມແຂ່ງຂັນ ກິລາການທະຫານສາກົນ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!