3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ

- 23                4 - 3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ
- 16583075379783 - 3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ

ບາດຄ້ອນທີ 1 ການລຸກຮື້ຂຶ້ນຂອງມວນຊົນໃນເດືອນພຶດສະພາ, ເປີດສາກດ້ວຍຂະບວນການລຸກຮື້ຂຶ້ນໂຮມຊຸມໃຫຍ່ເພື່ອລະນຶກວັນກຳມະກອນສາກົນ( 1/5)ໂດຍສະຫະພັນແຮງງານ ແລະ 21 ການຈັດຕັ້ງມະ ຫາຊົນ ເປັນຜູ້ນຳໜ້າ. ທ່ານ ເດືອນ ສູນນະລາດ ຝ່າຍແນວລາວຮັກຊາດ ຊຶ່ງເປັນລັດຖະມົນຕີວ່າການກະ ຊວງພາຍໃນໄດ້ເປັນປະທານການໂຮມຊຸມນຸມໃຫຍ່; ຈາກນັ້ນຜູ້ເຂົ້າຮ່ວມຊຸມນຸມໄດ້ເດີນຂະບວນສະແດງກຳ ລັງເລາະໄປແຕ່ລະມຸມເມືອງວຽງຈັນຍົກປ້າຍຄຳຂວັນສະໜັບສະໜູນລັດຖະບານປະສົມ,ຄະນະປະສົມການ ເມືອງ, ຊົມເຊີຍການຍຸບເລີກສະພາ, ກ່າວປະນາມພວກຫົວຮຸນແຮງທຳລາຍສັນຕິພາບ, ຮຽກຮ້ອງໃຫ້ຂັບໄລ່ເຂົາອອກນອກປະເທດ ໂດຍລະບຸຊື່ບຸກຄົນເປັນຕົ້ນ ເຈົ້າ ບຸນອູ້ມ ນະຈຳປາສັກ, ເຈົ້າສີສຸກ ນະຈຳປາສັກ, ຜຸຍ ຊະນະນິກອນ ແລະ ຈຳພວກຢູ່ໃນອຳນາດການປົກຄອງຄື ໂງ່ນ ຊະນະນິກອນ, ຄຳໄພ ອະ ໄພ, ຫຸມພັນ ໄຊຍະສິດ, ກຸປາສິດ ອະໄພ, ວ່າງປາວ, ບຸນປອນ ມາກເທພາລັກ, ທອງລິດ ໂຈກ ເບັງບຸນ, ຄຳຮູ້, ແອຕ່ຳ ສິງວົງສາ, ທອງພັນ ກະນົກສີ…

ວັນທີ 9-10 ພຶດສະພາ, ມວນຊົນລວມມີນັກຮຽນ, ນັກສຶກສາ, ກຳມະກອນ, ທະຫານ, ສາລະວັດ ແລະ ປະຊາຊົນຢູ່ນອກຕົວເມືອງປະມານ 12 ພັນຄົນ ໄດ້ເດີນຂະບວນເລາະໄປຕາມຕົວເມືອງ; ມວນຊົນໄດ້ເຕົ້າ ໂຮມກັນຢູ່ສຳນັກງານນັກຮົບຜ່ານສະໜາມ(ນັກຮົບເກົ່າ) ໂດຍມີທ່ານ ສີສະຫວ່າງ ຈັນທະພາ, ທ່ານ ສີຫາລັດຜາສຸກ, ທ່ານຄຳພອນ ສະຫວັນ ປະທານສະຫະພັນແຮງງານ, ສະຫະພັນອົງການຈັດຕັ້ງ 21 ຄະນະ, ປະທານສະຫະພັນນັກຮຽນ-ນັກສຶກສາ. ຜູ້ເຂົ້າຮ່ວມຊຸມນຸມໄດ້ຮຽກຮ້ອງໃຫ້ລຶບລ້າງກຳລັງພິເສດທັນທີ, ລຶບ ລ້າງບັນດາຖານທີ່ໝັ້ນການທະຫານຂອງອາເມຣິກາ, ຂັບໄລ່ອາເມຣິກາອອກຈາກລາວ. ຈາກນັ້ນ ກໍໄດ້ແຫ່ໄປຫາສຳນັກງານສະຖານທູດອາເມຣິກາພ້ອມຄຳຂວັນຕ້ານອາເມຣິກາ, ປົດທຸງອາເມຣິກາລົງຈາກເສົາ, ທຳ ລາຍປ້າຍສັນຍະລັກຈຳນວນໜຶ່ງຂອງອາເມຣິກາແລ້ວພ້ອມກັນເຄື່ອນກຳລັງໄປເຕົ້າໂຮມຢູ່ເດີ່ນກິລາໃຈກາງ ເມືອງ ເພື່ອກ່າວປະນາມຈັກກະພັດ ແລະ ພວກລູກແຫລ້ງຕີນມືຂາຍຊາດ. ວັນທີ 23 ພຶດສະພາ 1975, ນັກຮຽນ, ນັກສຶກສາ, ຂ້າລາຊະການ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນໝື່ນກວ່າຄົນພາຍໃຕ້ການນຳພາຂອງສະຫະພັນນັກສຶກສາໄດ້ປິດລ້ອມ ແລະ ບຸກຢຶດເອົາອົງການຢູເສ(USAID)ສູນກາງບັນຊາການ ຂອງອາເມຣິກາ ທີ່ຕັ້ງຢູ່ຄຸ້ມນາໄຮ່ດຽວ ແລະ ກົງຈັກບໍລິຫານຂອງເຂົາຢູ່ຫຼັກ 6 ກໍຄືບ່ອນອື່ນໆໃນນະຄອນ ຫຼວງວຽງຈັນພ້ອມກັນ, ທວງໃຫ້ເຂົາໜີອອກຈາກປະເທດລາວ ພາຍໃນກຳນົດເວລາ5 ວັນ. ວັນທີ 27 ພຶດ ສະພາ 1975, ເຈົ້າໜ້າທີ່ອາເມຣິກາທັງໝົດທີ່ຢູ່ວຽງຈັນ ໄດ້ຫອບເອົາຄອບຄົວຂອງເຂົາຂຶ້ນຍົນທີ່ເດີ່ນບິນວັດໄຕ ໄປປະເທດໄທ.

ບາດຄ້ອນທີ 2 ເຮັດໃຫ້ວຽງຈັນຖືກຍຶດໄປໃນຕົວຢ່າງຖືກກົດໝາຍ.
ວັນທີ 11 ພຶດສະພາ 1975 ນັກຮຽນນາຍຮ້ອຍທີ່ໂຮງຮຽນຈີ່ນາຍໂມ້ ໄດ້ລຸກຮື້ຂຶ້ນຮຽກຮ້ອງເອົາທະຫານຝ່າຍປະເທດລາວໄປຕັ້ງຢູ່ຈີ່ນາຍໂມ້ ເຮັດໃຫ້ເສັ້ນແບ່ງເຂດນະຄອນເປັນກາງວຽງຈັນຖືກມ້າງເພ ແລະ ກຳ ລັງແນວລາວຮັກຊາດສາມາດຄວບຄຸມຕົວເມືອງນະຄອນຫຼວງວຽງຈັນໄດ້ທັງໝົດ. ວັນທີ 28 ພຶດສະພາ1975, ທະຫານຝ່າຍລາຊະອານາຈັກ 1 ກອງພັນຊຶ່ງແມ່ນກຳລັງທີ່ໄວ້ເນື້ອເຊື່ອໃຈທີ່ສຸດ (ກອງພັນນີ້ແມ່ນພັນເອກ ລຸນສີສຸນົນ (ຫົວໜ້າເຊອີອາCIA)ເປັນຜູ້ບັນຊາການ)ໄດ້ລຸກຮື້ຂຶ້ນຢຶດອຳນາດຢູ່ຫລັກ 5; ຕໍ່ບັນຫາ ດັ່ງກ່າວໃນຕອນກາງຄືນວັນທີ 8 ມິຖຸນາ 1975, ບັນດານາຍພົນຂອງຝ່າຍລາຊະອານາຈັກໄດ້ຈັດກອງປະ ຊຸມຂຶ້ນຢູ່ເຮືອນນາຍພົນ ບຸນປອນ ມາກເທພາລັກ ປຶກສາກັນວ່າ: ຈະສູ້ກັບກຳລັງປະຕິວັດ ຫລື ຈະເຮັດແນວໃດ. ສຽງສ່ວນຫລາຍມີຄຳເຫັນວ່າ ປັດຈຸບັນນີ້ ໄສ້ໃນທ້ອງເກີດເປັນໜອນ, ຖ້າຂືນຕໍ່ສູ້ ກໍຈະເສຍໄຊ, ວິທີດີທີ່ສຸດ ແມ່ນເອົາໂຕລອດໃຜລາວໄປກ່ອນ. ພາຍຫຼັງການປະລາໄຊຂອງອາເມຣິກາ ແລະ ພວກຝ່າຍຂວາຢູ່ກຳປູເຈຍ, ພາກໃຕ້ຫວຽດນາມແລ້ວ, ຢູ່ປະເທດລາວກໍຍັງປະເມີນໃນແງ່ດີເກີນໄປວ່າ ລະບອບພວກເຂົາອາດຈະບໍ່ຍືນຍາວໄປຮອດກາງປີ 1976 ກໍເປັນໄດ້ ເຮັດໃຫ້ມີປະຕິກິລິຍາແຕກຕ່າງກັນໂດຍສະເພາະ ພາຍຫລັງຮູ້ຂ່າວວ່າ: ມວນຊົນພາກໃຕ້ ໄດ້ຈັບເຈົ້າແຂວງແລະບຸກຄົນສໍາຄັນຢູ່ປາກເຊ. ເລີ່ມແຕ່ວັນທີ 6, ສະພາບການທາງການເມືອງການທະຫານສໍ່ສະແດງໃຫ້ເຫັນເຖິງທ່າເສຍປຽບລົ້ມລະລາຍຂອງພວກຕົນນັບມື້ນັບຈະແຈ້ງ. ຢູ່ພາຍໃນກຸ່ມເອງກໍເກີດຄວາມຂັດແຍ່ງແຕກແຍກ, ນາຍທຶນ ແລະຜູ້ເປັນຫົວໂປ່ສູງສຸດຈຳ ນວນໜຶ່ງທີ່ຖືກຂະບວນການມະຫາຊົນປະຊາຊົນຊີ້ຕົວ ໄດ້ພາກັນໂຕນໜີໄປປະເທດໄທ, ຈຳນວນໜຶ່ງທີ່ຍັງບໍ່ທັນຖືກກ່າວປະນາມ ກໍສືບຕໍ່ລີ້ຊ່ອນ ຊອກໂອກາດເພື່ອຕອບໂຕ້ຍາດຊີງທ່າບຸກຂອງຝ່າຍຕົນ.ມື້ນັ້ນ, ນາຍພົນວາງປາວ ໄດ້ປະໜ້າທີ່ຕໍາແໜ່ງປົບໜີໄປປະເທດໄທ; ທ່ານ ຕີໂຊໂນນີວົງ ໄດ້ຂຶ້ນເຮັດໜ້າທີ່ເປັນເສນາທິການທະຫານພາກ 2 ປະຈຳຢູ່ຊຳທອງ-ລ້ອງແຈ້ງແທນ. ວັນທີ 7 ທ່ານຄຳສີ ຊະນະນິກອນໄດ້ປົບໜີໄປປະເທດໄທ.

ມື້ຕໍ່ໆມາ, ທ່ານ ໂງ່ນ ຊະນະນິກອນ ແລະ ທ່ານສີສຸກ ນະຈໍາປາສັກ ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງນໍາສະເດັດ ສຸວັນນະພູມາ ອອກຈາກປະເທດໄປ; ວັນທີ 11 ນາຍພົນ ທອງລິດ ໂຈກເບັງບຸນ ໄດ້ລາອອກຈາກຕຳແໜ່ງ ມອບໃຫ້ພັນເອກອາດສະໄພທອງ ຂຶ້ນເປັນຫົວຫນ້າເສນາທິການທະຫານພາກ 5 ແທນ. ຕໍ່ມາ ທ່ານ ກຸປະສິດ ໄດ້ເຕົ້າໂຮມນັກຮຽນຈາກໂຮງຮຽນນາຍຮ້ອຍ, ສາລະວັດທະຫານ ແລະ ທະຫານຈຳນວນໜຶ່ງຫວັງກໍ່ການລັດຖະປະຫານໂຄ່ນລົ້ມລັດຖະບານປະສົມ ແຕ່ແຜນການຫລົ້ມເຫລວ ຈຶ່ງໄດ້ພ້ອມກັບທ່ານ ອາດສະໄພທອງ ປົບໜີໄປປະເທດໄທໃນວັນທີ 12. ມື້ດຽວກັນ, ທ່ານຫຸມພັນ ໄຊຍະສິດ ກໍໄດ້ຕາມໄປ ແລະມີ ທ່ານ ຄຳໄພ ສະໄບ, ທ່ານ ຈັນທອນ, ທ່ານ ອຸດອນ ຊະນະນິກອນ, ທ່ານ ຄຳບູ່ ແລະ ພັນເອກ ອາລຸນ ໄດ້ທະຍອຍກັນອອກຈາກປະເທດໄປ. ຍັງທ່ານໜຶ່ງທີ່ສໍາຄັນໃນວົງການການເມືອງຝ່າຍຂວາ ທີ່ບໍ່ທັນໄດ້ກ່າວເຖິງແມ່ນເຈົ້າ ບຸນອູ້ມ ນະຈຳປາສັກ. ສະເດັດໄດ້ຫຼົບໜີໄປອຸບົນໃນວັນທີ 13 ດ້ວຍການຊ່ອຍເຫຼືອອໍານວຍຂອງນາຍພົນ ສຸດໃຈ ວົງສະຫວັນ ຜູ້ບັນຊາການທະຫານພາກ 4 (ປາກເຊ) ແລະ ນາຍພົນ ໜູເພັດ ດາວເຮືອງ ພາກ 5(ສະຫວັນນະເຂດ). ເມື່ອເຕົ້າໂຮມໄພ່ພົນຕັ້ງສະ ຕິໄດ້ແລ້ວ, ພວກຝ່າຍຂວາກໍພະຍາຍາມກໍ່ຕັ້ງລັດຖະບານພັດຖິ່ນເພື່ອຕໍ່ສູ້ກັບຝ່າຍປະຕິວັດແຕ່ບໍ່ໄດ້ຮັບການສະໜັບສະໜູນດີເທົ່າທີ່ຄວນຈາກທາງການໄທ. ເຖິງປານນັ້ນ, ພວກເຂົາໄດ້ອົບພະຍົບຄອບຄົວ ແລະ ພັກພວກໄປປະເທດຕາເວັນຕົກໂດຍສະເພາະສະຫະລັດອາເມລິກາ, ຝຣັ່ງ…ແຕ່ກະໂຕເຂົາເອງຈໍານວນບໍ່ໜ້ອຍ ຍັງສືບຕໍ່ຢູ່ໄທດື້ດ້ານຕັ້ງກອງກຳລັງປະກອບອາວຸດເຄື່ອນໄຫວລຽບຝັ່ງແມ່ນໍ້າຂອງໂດຍການຊ່ອຍເຫຼືອແບບ ປິດລັບຈາກອົງການຕ່າງປະເທດ ແລະ ປະເທດເຈົ້າພາບ. ສ່ວນເຈົ້າ ສຸວັນ ນະພູມາ ນາຍົກລັດຖະມົນຕີ ກໍພະຍາຍາມເອົາຄົນຝ່າຍລາຊະອານາຈັກປ່ຽນແທນພວກທີ່ລາອອກ ແລະ ໂຕນປະລະໜ້າທີ່ເພື່ອຮັກສາຄວາມສົມສ່ວນກັບຝ່າຍແນວລາວຮັກຊາດ. ຍາມນັ້ນ ບັນດາລັດຖະມົນຕີແລະນາຍທະຫານລາຊະອານາ ຈັກ ໄດ້ຈົ່ມວ່າ ໃຜໆກໍຊິຕາຍແລ້ວ ແລະໄດ້ເລັ່ງທວງຮ້ອງຂໍໃຫ້ເພິ່ນແກ້ໄຂສະຖານະການ, ເຈົ້າ ສຸວັນນະພູມາ ຕອບຄວາມເວົ້າອັນໂດ່ງດັງທີ່ຄົນຮຸ່ນນັ້ນຈື່ບໍ່ລືມວ່າ “ຜູ້ຕາຍເຫີ້ຕາຍໄປ ຜູ້ຍັງເຫີ້ຫາກິນ”.

ບັນຫາໃຫຍ່ທີ່ສຸດ, ກະຊວງປ້ອງກັນຊາດ ທີ່ເຈົ້າ ສີສຸກ ນະຈໍາປາສັກ ໄດ້ລາອອກ ແລະໂຕນໜີແລ້ວ, ທ່ານ ຄໍາອ້ວນ ບຸບຜາ ຝ່າຍແນວລາວຮັກຊາດ ທີ່ເປັນຮອງໄດ້ວ່ອງໄວເຂົ້າຫາສະເດັດນາ ຍົກ ຊີ້ແຈງໃຫ້ຊາບເຖິງໄພອັນ ຕະລາຍທີ່ກອງກໍາລັງປະກອບອາວຸດຂາດຜູ້ບັນຊາສູງສຸດ ແລະ ຂໍຮ້ອງໃຫ້ແຕ່ງຕັ້ງຜູ້ປ່ຽນແທນໂດຍດ່ວນ. ວັນທີ 11 ພຶດສະພາ 1975 ສະເດັດນາຍົກໄດ້ເຊັນມອບໃຫ້ທ່ານຄຳອ້ວນ ບຸບຜາ ເຮັດໜ້າທີ່ແທນລັດຖະ ມົນຕີກະຊວງປ້ອງກັນຊາດ ໝາຍຄວາມວ່າ ມອບອໍານາດການບັນຊາກອງ ທັບແຫ່ງຊາດທັງໝົດໃຫ້ຝ່າຍແນວລາວຮັກຊາດ. ທ່ານ ຄໍາອ້ວນ ຈຶ່ງຈັບໂອກາດນີ້ອອກຄໍາສັ່ງ 2 ສະບັບໃຫ້ນາຍແລະພົນທະຫານຝ່າຍຂວາຢູ່ໃນລະບຽບວິໄນ ຮ່ວມມືເປັນຢ່າງດີກັບກຳລັງຮັກຊາດ, ບໍ່ໃຫ້ແຕກສຽງປືນ, ໃຫ້ເອົາອາວຸດເຂົ້າສາງ ແລະຈັດຕັ້ງກັນໄປສໍາມະນາເພື່ອເຊື່ອມສານເຂົ້າກັບຝ່າຍແນວລາວຮັກຊາດ. ເຫດການນີ້ຢັ້ງຢືນຄວາມສະ ຫຼາດສ່ອງໃສຂອງພັກເຮົາ ທີ່ມີປະທານໄກສອນພົມວິຫານເປັນຜູ້ນໍາໜ້າ, ເປັນສ່ວນໜຶ່ງທີ່ສໍາຄັນຂອງຜົນສໍາເລັດການໂມ່ງສາມບາດຄ້ອນຍຸດທະສາດ ຢຶດດອໍານາດແບບບໍ່ແຕກສຽງປືນ ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ ຈັບປາໄດ້ທັງໝົດ.

ບາດຄ້ອນທີ 3, ເພື່ອຊ່ວຍໜູນໃຫ້ແກ່ຂະບວນການລຸກຮືຂຶ້ນຂອງມະຫາຊົນ, ສູນກາງພັກ, ເສນາທິການສູງສຸດໄດ້ຕັດສິນໃຈເປັນເອກະພາບເປີດບັ້ນເຄື່ອນທັບການທະຫານທີ່ມີຂອບເຂດອັນກວ້າງຂວາງນັບແຕ່ເວ ລາ 23 ໂມງຂອງວັນທີ 5-6 ພຶດສະພາ 1975 ຢຶດເອົາທີ່ຕັ້ງສາລາພູຄູນ, ກາສີ; ວັນທີ 8 ຂະຫຍາຍລົງວັງວຽງ, ຫີນເຫີບຂົ່ມຂູ່ວຽງຈັນ.ວັນທີ 9 ກອງບັນຊາການກຳລັງເປັນກາງຢູ່ວັງວຽງປະກາດແຍກອອກຈາກ ຝ່າຍວຽງຈັນ ໄປຂຶ້ນກັບລັດຖະບານປະສົມ ເຮັດວຽກຮ່ວມກັບຝ່າຍແນວລາວຮັກຊາດກວາດລ້າງແລະ ໜີບຮັດພວກດື້ດ້ານ. ການເຄື່ອນໄຫວດ້ານການທະຫານ ອາດເວົ້າໄດ້ວ່າ ສິ້ນສຸດນັບແຕ່ວັນທີ 12 ພຶດສະພາ 1975 ມື້ທີ່ທ່ານ ຄຳອ້ວນ ບຸບຜາ ໄດ້ອອກຄຳສັ່ງແນະນຳໃຫ້ກອງທັບຝ່າຍວຽງຈັນປະຕິບັດ ພາຍຫຼັງເຈົ້າສຸວັນນະພູມາໄດ້ແຕ່ງຕັ້ງເພິ່ນເຮັດໜ້າທີ່ແທນລັດຖະມົນຕີກະຊວງປ້ອງກັນຊາດ. ເຖິງຢ່າງໃດກໍດີເພື່ອຮັບ ປະກັນໄຊຊະນະອັນເດັດຂາດ, ວັນທີ 24 ກຳລັງປະກອບອາວຸດປະຕິວັດທ້ອງຖິ່ນແຂວງວຽງຈັນ ສົມທົບກັບກຳລັງຫຼວງຂອງແນວລາວຮັກຊາດ ເຄື່ອນກຳລັງຢຶດເອົາທີ່ຕັ້ງພູພະ ແລະ ສ່ວນໜຶ່ງເຂົ້າເຂດບ້ານດ່ານສູງ ເພື່ອໜູນໜີບໃຫ້ແກ່ຂະບວນການລຸກຮື້ຂຶ້ນຢຶດອຳນາດຢູ່ໃຈກາງວຽງຈັນ.

110 ມື້ແຫ່ງການໂມ່ງ 3 ບາດຄ້ອນ ສໍາເລັດມີໄຊ ໂດຍສືບຕໍ່ປະຕິບັດມະຕິຄຳສັ່ງຂອງກົມການເມືອງສູນກາງພັກ, ຄະນະພັກທຸກຂັ້ນ, ທຸກແຂວງ ໄດ້ນຳພາມະຫາຊົນລຸກຮື້ຂຶ້ນຢຶດເອົາສິດເປັນເຈົ້າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢູ່ແຕ່ລະທ້ອງຖິ່ນ ລະຫວ່າງເດືອນມິຖຸນາແລະກໍລະກົດ ລວມມີແຂວງບໍລິຄັນ, ແຂວງເຊໂດນ, ແຂວງສະຫວັນນະເຂດ…, ແຂວງໄຊຍະບູລີ ແລະ ຫຼວງພະບາງ ສໍາເລັດໃນເດືອນສິງຫາ.
110 ມື້ແຫ່ງການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງສູນກາງພັກໃນການໂມ່ງ 3 ບາດຄ້ອນຍຸດທະສາດ ຍຶດ ອໍານາດການປົກຄອງໃນຂອບເຂດທົ່ວປະເທດໄດ້ມ້ວນທ້າຍລົງໃນວັນທີ 23 ສິງຫາ1975 ທີ່ຊາວນະຄອນ ຫຼວງວຽງຈັນ ໄດ້ໂຮມຊຸມນຸມໃຫຍ່ຢູ່ເດີ່ນພະທາດຫຼວງວຽງຈັນ ປະກາດຢຶດອຳນາດ, ລຶບລ້າງລະບອບການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂອງແຂວງກຳແພງນະຄອນວຽງຈັນຂຶ້ນຢ່າງສະ ຫງ່າຜ່າເຜີຍ; ຕໍ່ມາອີກ 89 ມື້, ວັນທີ 28 ຕຸລາ 1975, ຄະນະມົນຕີປະສົມການເມືອງແຫ່ງຊາດໄດ້ອອກຖະແຫຼງການລຶບລ້າງລະບອບລາຊາທິປະໄຕທີ່ຫຼ້າສະໄໝ ສ້າງພື້ນຖານອັນດີໃຫ້ແກ່ການສະຖາປະນາ ສປ ປລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງມີໄຊ.

ເຫດການເປັນປະຫວັດສາດມາໄດ້ 47 ປີແລ້ວນັ້ນເປັນການຝັງສົບຂອງລະບອບເກົ່າກໍຄືລະບອບລາຊະ ອານາຈັກທີ່ມີມາ 600 ກວ່າປີຜ່ານຫຼາຍສະໄໝຮຸ່ງເຮືອງເຫຼືອງເຫຼື້ອມທີ່ຄວນແກ່ການຈົດຈໍາຍ້ອງຍໍສັນລະ ເສີນ ແຕ່ກໍໄດ້ຊຸດໂຊມເປື່ອຍເຍື່ອຍ ໂດຍສະເພາະທ້າຍສະຕະວັດທີ 19 ຫາກາງສະຕະວັດທີ 20 ຈົນບໍ່ສາມາດຮັກສາຄວາມເປັນເອກະລາດອໍານາດອະທິປະໄຕຂອງຊາດ ເຮັດໃຫ້ບ້ານເມືອງສັບສົນອົນລະເວງ ຕົກຢູ່ໃນຄວາມມືດມົນອົນຖະການ ປະຊາຊົນເດືອດຮ້ອນລໍາບາກຍາກເຂັນ. ຍິ່ງໄປກວ່ານັ້ນກໍໄດ້ສົມຮູ້ຮ່ວມຄິດກັບຈັກກະພັດກໍຄືສັກດິນາຕ່າງດ້າວກົດຂີ່ຂົ່ມເຫັງ ສ້າງຄວາມແບ່ງແຍກປະຊາຊົນບັນດາເຜົ່າ. ເຫດການໄດ້ເປັນຂີດໝາຍແຫ່ງການສໍາເລັດການປະຕິວັດຊາດໃນຂອບເຂດທົ່ວປະເທດເປີດສັງກາດໃໝ່ ແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

-    AD conten website - 3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ
- lattana banner 1 - 3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ
- lattana banner - 3 ບາດຄ້ອນຍຸດທະສາດ ຢຶດອຳນາດວຽງຈັນສຳເລັດ
error: Alert: ເນື້ອຫາຂ່າວມີລິຂະສິດ !!