ເກີດເຫດການບໍ່ສະຫງົບ ຢູ່ 3 ຈັງຫວັດພາກໃຕ້ປະເທດໄທ ຄົນຮ້າຍລັກລອບວາງລະເບີດ 11 ຈຸດ ໃນເວລາໃກ້ຄຽງກັ


ໃນທ່ຽງຄືນທີ່ຜ່ານມາເກີດເຫດຄົນຮ້າຍລັກລອບວາງເພີງຫລາຍຈຸດໃນພື້ນທີ່ ຈັງຫວັດ ປັດຕານີ, ຈັງຫວັດ ຍະລາ ແລະ ຈັງຫວັດ ນາຣາທິວາດ ໂດຍເລືອກເປົ້າໝາຍເປັນຮ້ານຂາຍເຄື່ອງ ແລະ ປໍ້ານ້ຳມັນ ເມື່ອເວລາ 00:00 ໂມງ ຂອງວັນທີ 17 ສິງຫາ 2022 ເກີດເຫດລະເບີດໄຟໄໝ້ມິນິບິກຊີ ພາຍໃນປ້ຳນ້ຳມັນບາງຈາກ ຕຳບົນ ບໍ່ທອງ, ອຳເພີ ໜອງຈິກ, ຈັງຫວັດ ປັດຕານີ ບໍລິເວນຖະໜົນ ທລ.43 ທາງໄປຫາດໃຫຍ່ ໃກ້ກັບແຍກດອນຍາງ, ລາຍງານເບື້ອງຕົ້ນບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນລາຍລະອຽດແມ່ນຢູ່ໃນຂັ້ນຕອນສືບສວນສອບສວນ. ນອກຈາກນີ້ ທີ່ ຈັງຫວັດ ຍະລາ ເກີດເຫດລັກລອບວາງເພີງອີກ 4 ຈຸດຄື:
– ປຕທ ຍະຫາ ໃນພື້ນທີ່ເຂດເທດສະບານເມືອງຍະຫາ ອຳເພີ ຍະຫາ
– ມິນິບິກຊີ ສາຂາຣາມັນ ໃນພື້ນທີ່ເຂດເທດສະບານເມືອງຣາມັນ ຕຳບົນ ກາຍູບໍເກາະ ອຳເພີ ຣາມັນ
– ຮ້ານຂາຍເຄື່ອງໃນພື້ນທີ່ ຕຳບົນ ບັນນັງສະຕາ ອຳເພີ ບັນນັງສະຕາ
– ຮ້ານຂາຍເຄື່ອງໃນພື້ນທີ່ ຕຳບົນ ເປາະເສັ້ງ ອຳເພີ ເມືອງ
ເບື້ອງຕົ້ນ ເຈົ້າໜ້າທີ່ດັບເພີງ ເຂົ້າສະກັດກັ້ນອັກຄີໄພກຳລັງລຸກໄໝ້ ຮ້ານຂາຍເຄື່ອງຖະໜົນ 140 ໝູ່ທີ 2 ຕຳບົນ ບັນນັງສະຕາ ອຳເພີ ນັງສະຕາ ຈັງຫວັດ ຍະລາ ຫລັງມີຜູ້ກໍ່ເຫດ 4 ຄົນ ຂີ່ລົດຈັກ 2 ຄັນ ໂຍນລະເບີດໃສ່ໜ້າຮ້ານຂາຍເຄືີ່ອງ ເປັນເຫດໃຫ້ເກີດໄຟໄໝ້, ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ແລະ ຕັ້ງແຕ່ເວລາ 01:00 ໂມງ ຮ້ານສະດວກຊື້ໃນຕົວເມືອງຍະລາ ຖືກສັ່ງປິດໃຫ້ບໍລິການທຸກສາຂາ.
ຂະນະທີ່ສູນຮັບແຈ້ງເຫດສຸກເສີນ 191 ຕຳຫລວດຈັງຫວັດ ຍະລາ ຮັບແຈ້ງເວລາ 23:50 ນາທີ ພົບເຫັນກະເປົາສີດຳວາງຢູ່ໃນຮ້ານຂາຍເຄື່ອງ ປໍ້ານ້ຳມັນຍະຫາ ຈຶ່ງປະສານຫາ ສະຖານີຕຳຫລວດຍະຫາ ເຂົ້າກວດສອບ ພຶດຕິກຳຜູ້ຕ້ອງສົງໄສນຳວັດຖຸລະເບີດ ໄປວາງໄວ້ໜ້າຮ້ານ, ເຈົ້າໜ້າທີ່ຄາດວ່າ ເປັນການວາງລະເບີດຂອງກຸ່ມຜູ້ກໍ່ຄວາມບໍ່ສະຫງົບ ເພື່ອສ້າງສະຖານະການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈະເຂົ້າກວດສອບສະຖານທີ່ທີ່ເກີດຂຶ້ນເພື່ອລວບລວມຫລັກຖານ.