6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ

6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ - 299991451 786725296109506 3154631130555476820 n - 6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ
6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ - kitchen vibe - 6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ
ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງເຊກອງ (ສພຂ) ຊຸດທີ II ໃນວັນທີ 16 ສິງຫາ ນີ້ວ່າ: ໃນ 6 ເດືອນຜ່ານມາ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ ເທົ່າກັບ 42% ຂອງແຜນການປີ ໃນນີ້ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 4,74 ຕື້ກີບ ເທົ່າກັບ 114% ແລະ ລາຍຮັບພູດຂອງແຂວງເກັບໄດ້ 43,49 ຕື້ກີບ ເທົ່າກັບ 40%. ສ່ວນລາຍຈ່າຍປະຕິບັດໄດ້ 152,37 ຕື້ກີບ ເທົ່າກັບ 43% ຂອງແຜນການປີ.
ດ້ານກະສິກໍາ ໄດ້ສຸມໃສ່ຜະລິດກະສິກໍາເປັນສິນຄ້າ ແລະ ຜະລິດເພື່ອຄໍ້າປະກັນສະບຽງອາຫານເປັນຕົ້ນ: ການປູກພືດທາດແປ້ງ, ປູກກາເຟ, ພືດຜັກ, ໂສມ, ການລ້ຽງສັດເປັນຟາມ ຊຶ່ງເຮັດໃຫ້ສາມາດຜະລິດຊີ້ນ, ປາ, ໄຂ່ ແລະ ໝູໃຫ້ສັງຄົມບໍລິໂພກ ເພື່ອຫຼຸດຜ່ອນການນໍາເຂົ້າໄດ້ຫຼາຍສົມຄວນ ໃນນີ້ສາມາດເກັບກູ້ (ຜະລິດເຂົ້ານາແຊງ) ໄດ້ 3.334 ໂຕນ, ມັນຕົ້ນ 208.000 ໂຕນ, ຢາງພາລາ 3.051 ໂຕນ, ກາເຟ 31.318 ໂຕນ, ພືດສະບຽງອາຫານ 5.818 ໂຕນ, ພືດເປັນສິນຄ້າ 11.200 ໂຕນ.
ສ່ວນວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ທ່ານເຈົ້າແຂວງເຊກອງ ລະບຸວ່າ: ສືບຕໍ່ຊຸກຍູ້ການຜະລິດ, ການລົງທຶນພາຍໃນ ແລະ ຕ່າງປະເທດຂອງຂະແໜງກະສິກໍາ, ອຸດສາຫະກໍາ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າ; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນທີ່ກໍານົດໄວ້ ແລະ ສືບຕໍ່ປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ; ຄຸ້ມຄອງ, ຊຸກຍູ້ບັນດາໂຄງການລົງທຶນຂອງລັດ, ໂຄງການຊ່ວຍເຫຼືອ-ກູ້ຢືມ ທີ່ກໍາລັງຈັດຕັ້ງປະຕິບັດໃຫ້ປະຕິບັດຕາມລະບຽບການປະມູນ, ຕາມສັນຍາທີ່ກໍານົດໄວ້; ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງໃຫ້ສໍາເລັດຕາມແຜນ ເພື່ອເປັນຕົວຊ່ວຍໜູນການຄົ້ນຄວ້າແກ້ໄຂບັນຫາຮີບດ່ວນ, ບັນດາວຽກຈຸດສຸມຂອງເມືອງ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ປະຕິບັດຄາດໝາຍຕົວຊີ້ວັດໃນຂົງເຂດວັດທະນະທໍາ-ສັງຄົມໃຫ້ສໍາເລັດຕາມຄາດໝາຍ; ຍົກສູງປະສິດທິພາບການຄຸ້ມຄອງ, ບໍລິຫານລັດໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ຍຸຕິທໍາ; ສືບຕໍ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍເລັ່ງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ສໍາເລັດຕາມເປົ້າໝາຍແຜນການທີ່ວາງໄວ້.
6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ - 4 - 6 ເດືອນຕົ້ນປີ ແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 48,23 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!