ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ

ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ - 300613174 3144885139155359 1066501274487702442 n - ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ
ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ - kitchen vibe - ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ

ໃນລະຫວ່າງວັນທີ 17-18 ສິງຫາ 2022 ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະນໍາແຂວງໃຫ້ເອົາໃຈໃສ່ ປັບປຸງຂອດການອະນຸມັດການລົງ ທຶນ ໃຫ້ໄປຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ແນໃສ່ດຶງດູດ ແລະ ຍາດແຍ່ງເອົາການລົງທຶນເຂົ້າມາແຂວງໃຫ້ຫລາຍຂຶ້ນ.

ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນຕ່າງໆໃຫ້ໄປຕາມແຜນການ, ສັນຍາ ແລະ ກົດໝາຍການລົງທຶນ; ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 6 ເດືອນທ້າຍປີ 2022 ຕິດພັນກັບການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ ແລະ ຄຸ້ມຄອງລາຍຈ່າຍງົບປະມານຢ່າງຮັດກຸມຕາມທິດປະຢັດ; ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍສະເພາະການລົງທຶນ ສາມາດລະດົມແຫລ່ງທຶນໄດ້ທັງໝົດ 281 ຕື້ກວ່າກີບ ເທົ່າກັບ 41% ຂອງແຜນການປີ, ໃນນັ້ນ ການລົງທຶນຂອງລັດ 86 ຕື້ກວ່າກີບ, ກວມເອົາ 30,90%; ທຶນຊ່ວຍເຫລືອລ້າ-ກູ້ຢືມ 48 ຕື້ກວ່າກີບ ຫລື 4,8 ລ້ານໂດລາ ກວມເອົາ 17,12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 18,24 ລ້ານໂດລາສະຫະລັດ ຫລື 147 ຕື້ກວ່າກີບ ກວມເອົາ 52,50%. ພ້ອມນີ້, ການນໍາຂອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ແລະ ຜະລິດເພື່ອ ຄໍ້າປະກັນສະບຽງອາຫານ ເປັນຕົ້ນ ການປູກພືດທາດແປ້ງ, ປູກກາເຟ, ພືດຜັກ, ໂສມ, ການລ້ຽງສັດເປັນຟາມ ເຊິ່ງເຮັດໃຫ້ສາມາດຜະລິດຊີ້ນ, ປາ, ໄຂ່ ແລະ ໝູໃຫ້ສັງຄົມບໍລິ ໂພກ ເພື່ອຫລຸດຜ່ອນການນໍາເຂົ້າໄດ້ຫລາຍສົມຄວນ ໃນນີ້ສາມາດເກັບກູ້(ຜະລິດເຂົ້ານາ ແຊງ) ໄດ້ 3.334 ໂຕນ, ມັນຕົ້ນ 208.000 ໂຕນ, ຢາງພາລາ 3.051 ໂຕນ, ກາເຟ 31.318 ໂຕນ, ພືດສະບຽງອາຫານ 5.818 ໂຕນ ແລະ ພືດເປັນສິນຄ້າ 11.200 ໂຕນ.

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການຂຸດຄົ້ນຖ່ານຫີນຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈໍາກັດ ຢູ່ເມືອງກະລຶມ; ຟາມລ້ຽງໝູປັນຍາຄູນ ຢູ່ບ້ານໂນນໜອງຫວ້າ; ສູນເຕັກ-ກະສິກຳ ແລະ ປ່າໄມ້ບ້ານຫ້ວຍຂຽວໜອງບົງ ເມືອງລະມາມ ຕື່ມອີກ.

ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ - 4 - ຮອງນາຍົກລັດຖະມົນຕີ ເນັ້ນແຂວງເຊກອງ ເອົາໃຈໃສ່ປັບປຸງຂອດການອະນຸມັດການລົງທຶນໃຫ້ໄປຕາມທິດຊີ້ນຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!