ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ

ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ - 301164972 1967900840080353 4277600608166606796 n - ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ
ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ - kitchen vibe - ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ

ວັນທີ 23 ສິງຫາ 2022 ລາວ-ຫວຽດນາມ ຈັດກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VII “ຍົກສູງການຮ່ວມມືຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດຕາມເຂດຊາຍແດນ ລາວ-ຫວຽດນາມ ຢ່າງມີປະສິດທິຜົນ” ໂດຍການເປັນປະທານຮ່ວມຂອງ ສະຫາຍ ເລມິງ ຈີ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີບັນດາສະຫາຍຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ຕາງໜ້າການນໍາຂັ້ນກົມ ຂອງອົງການໄອຍະການປະຊາ ຊົນສູງສຸດ, ການນໍາອົງການໄອຍະການຂັ້ນພາກຄື ພາກເໜືອ, ພາກກາງ ແລະ ພາກໃຕ້, ອົງການໄອຍະການປະຊາຊົນ 10 ແຂວງທີ່ມີຊາຍແດນຕິດຈອດກັນກັບ ສສ ຫວຽດນາມແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງກອງປະ ຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນຄັ້ງທີ VI ທີ່ໄດ້ຈັດຂຶ້ນ ໃນວັນທີ 14 ສິງຫາ 2019 ຜ່ານມາ, ທີ່ນະຄອນປາກເຊ, ແຂວງຈຳປາສັກ ໂດຍຊີ້ໃຫ້ເຫັນຜົນສຳເລັດ, ຄວາມຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເພີ່ມທະວີການຮ່ວມມືໃນການປະຕິບັດ ບັນດາການຮ້ອງຂໍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານຍຸຕິທຳໃນບັນຫາອາຍາ ເພື່ອຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ ລະຫວ່າງ ອົງການໄອຍະການປະຊາຊົນສອງປະເທດ ແລະ ເຫັນດີວ່າໃນຊຸມປີຕໍ່ໜ້າ, ຈະເພີ່ມທະວີປະສານສົມທົບກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສະບັບໃໝ່ ທີ່ອົງ ການໄອຍະການປະຊາຊົນສອງປະເທດລາວ-ຫວຽດນາມ ທີ່ຈະໄດ້ລົງນາມຮ່ວມກັນ, ສອງປະເທດຕ້ອງໄດ້ສືບຕໍ່ແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນເປັນປົກກະຕິ ເພື່ອແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບສະພາບການອາຊະຍາກຳ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງໃຫ້ທັນການ, ສືບຕໍ່ຍົກສູງການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດໃນຂົງເຂດຊາຍແດນໃຫ້ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າ ໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ເພີ່ມທະວີການຮ່ວມມືໃນການບຳລຸງສ້າງວຽກງານໄອຍະການໃຫ້ຖັນແຖວພະນັກງານ, ພະນັກງານໄອຍະການຢູ່ທ້ອງຖິ່ນ ໂດຍສະເພາະໃນຂົງເຂດຮ່ວມມືລະຫວ່າງປະເທດທາງອາຍາ; ຍົກສູງລະດັບພາສາຫວຽດນາມ ແລະ ພາສາລາວ ໃຫ້ແກ່ພະນັກງານໄອຍະການໃນຂົງເຂດຊາຍແດນຂອງສອງປະເທດ, ປະສານສົມທົບຈັດກອງປະຊຸມທາງໄກ ແມ່ນເປັນວິທີການຮ່ວມມືອັນໃໝ່, ມີປະສິດທິຜົນ, ແທດເໝາະກັບຕົວຈິງ, ແທດເໝາະກັບແນວໂນ້ມການພັດທະນາ ແລະ ສະພາບແວດລ້ອມປັດຈຸບັນ, ປະກອບພື້ນ ຖານວັດຖຸອຸປະກອນທາງດ້ານເຕັກນິກ ທີ່ຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນບັນ ດາແຂວງ, ອົງການໄອຍະການປະຊາຊົນບັນດາເມືອງ ທີ່ມີຊາຍແດນຕິດຈອດກັນ, ອົງການໄອຍະການທະຫານສອງປະເທດ, ຊຸກຍູ້ທ່າແຮງການຮ່ວມມື, ຍົກສູງຄວາມອາດສາມາດໃນການຕ້ານ ແລະ ສະກັ້ນອາຊະຍາກຳຂ້າມຊາດ, ບັນດາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ ຈຳເປັນຕ້ອງເຮັດວຽກງານໂຄສະນາ, ເຜີຍແຜ່ກົດ ໝາຍໃຫ້ໄດ້ດີ.

ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ

ພ້ອມທັງ, ຍົກສູງຄວາມຮັບຮູ້ ແລະ ຜັນຂະຫຍາຍບົດບາດຂອງປະຊາຊົນ ໃນການຊອກໃຫ້ເຫັນ, ຕ້ານ ແລະ ສະກັດກັ້ນອາຊະຍາກຳໃນຂົງເຂດຊາຍແດນ, ສືບຕໍ່ກົນໄກການພົບປະເປັນປົກກະຕິ ລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ; ເປັນເອກະພາບໃນການຈັດກອງປະຊຸມຄັ້ງທີ VIII ທີ່ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 2025; ມອບໃຫ້ພາກສ່ວນຮ່ວມມືກັບຕ່າງປະເທດສອງຝ່າຍ ເປັນຈຸດປະສານງານເສນາທິການ, ສະເໜີການນໍາອົງການໄອຍະການປະຊາຊົນສູງສຸດ ສອງປະເທດ ກ່ຽວກັບບັນຫາລະອຽດທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍບົດບັນທຶກ ເພື່ອໃຫ້ມີຜົນສຳເລັດ ຢ່າງແທ້ຈິງ.

ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ - 3 - ລາວ-ຫວຽດນາມ ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!