7 ເດືອນຕົ້ນປີ ເມືອງວັງວຽງ ສາມາດປະຕິບັດເກັບລາຍຮັບ ໄດ້ 6,01 ຕື້ກີບ

ຂ່າວນັງສືພິມແຂວງວຽງຈັນລາຍງານວ່າ: ປີ 2022 ເມືອງວັງວຽງໄດ້ຮັບຕົວເລກແຜນລາຍຮັບທີ່ແຂວງມອບໃຫ້ ມີທັງໝົດ 10.22 ຕື້ກີບ, ເຊິ່ງ 7 ເດືອນ ສາມາດປະຕິບັດເກັບລາຍຮັບ ໄດ້ 6,01 ຕື້ກີບ, ເທົ່າກັບ 58,72% ຂອງແຜນການປີ ແລະ 5 ເດືອນທ້າຍປີຈະສູ້ຊົນເກັບລາຍຮັບໃຫ້ໄດ້ 4,33 ຕື້ກີບ, ເທົ່າກັບ 42,37% ຂອງແຜນການປີ, ຄາດຄະເນປະຕິບັດໝົດປີໃຫ້ໄດ້ 10,34 ຕື້ກີບ, ເທົ່າກັບ 101,16% ຂອງແຜນການປີ.
ທ່ານ ບຸນລ່ຽມ ເລືອງມະນີ ຫົວໜ້າຫ້ອງການການເງິນເມືອງວັງວຽງ ແຂວງວຽງຈັນ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານ 7 ເດືອນຕົ້ນປີ 2022 ຂອງຫ້ອງການການເງິນ ເມືອງວັງວຽງ ເນື່ອງໃນໂອກາດທີ່ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ລົງມາເຮັດວຽກທາງລັດຖະການຢູ່ແຂວງວຽງຈັນ ຄັ້ງວັນທີ 19 ສິງຫາ 2022 ເຊິ່ງບາງຕອນທ່ານໄດ້ກ່າວວ່າ:
ໃນປີ 2022 ເມືອງວັງວຽງ ໄດ້ຮັບຕົວເລກແຜນລາຍຮັບທີ່ແຂວງມອບໃຫ້ ມີທັງໝົດ 10.22 ຕື້ກີບ, ເຊິ່ງ 7 ເດືອນ ສາມາດປະຕິບັດເກັບລາຍຮັບ ໄດ້ແລ້ວ 6,01 ຕື້ກີບ, ເທົ່າກັບ 58,72% ຂອງແຜນການປີ; ໃນນີ້ລາຍຮັບສ່ວຍສາອາກອນ ແຜນການປີ 9,47 ຕື້ກີບ, ປະຕິບັດໄດ້ 5,57 ຕື້ກີບ, ເທົ່າກັບ 58,76% ຂອງແຜນການປີ.
ລາຍຮັບຊັບສິນ ແຜນການປີ 0,75 ຕື້ກີບ, ປະຕິບັດໄດ້ 0,44 ຕື້ກີບ, ເທົ່າກັບ 58,34% ຂອງແຜນການປີ. ດ້ານລາຍຈ່າຍ ຕົວເລກແຜນຈ່າຍງົບປະມານທັງໝົດ 1,80 ຕື້ກີບ, ປະຕິບັດໄດ້ 1,26 ຕື້ກີບ, ເທົ່າກັບ 69,65% ຂອງແຜນການປີ ໃນນັ້ນ: ລາຍຈ່າຍປົກກະຕິ ແຜນການປີ 0,66 ຕື້ກີບ, ປະຕິບັດ 0,50 ຕື້ກີບ, ເທົ່າກັບ 75,76% ຂອງແຜນການປີ.
ລາຍຈ່າຍວິຊາການ ແຜນການປີ 1,15 ຕື້ກີບ, ປະຕິບັດ 0,76 ຕື້ກີບ, ເທົ່າກັບ 66,09% ຂອງແຜນການປີ. ຢູ່ເມືອງວັງວຽງມີ ພື້ນຖານວິສາຫະກິດ ທັງໝົດ 1.434 ຫົວໜ່ວຍ ໃນນັ້ນ: ເມືອງຄຸ້ມຄອງ 819 ຫົວໜ່ວຍ ແລະ ບ້ານຄຸ້ມຄອງ 615 ຫົວໜ່ວຍ, ມີຫົວໜ່ວຍເຊົ່າ-ສຳປະທານ 66 ໂຄງການ ໃນນັ້ນ: ກະສິກຳ 4 ໂຄງການ, ແຮ່ທາດຕ່າງໆ 16 ໂຄງການ ແລະ ການບໍລິການ ແລະ ທ່ອງທ່ຽວ 46 ໂຄງການ. ໃນນີ້ ເຂົ້າໃນລະບົບ TaxRIS 987 ຫົວໜ່ວຍ, ຫົວໜ່ວຍຖືບັນຊີ ເຂົ້າລະບົບ TaxRIS 271 ຫົວໜ່ວຍ ແລະ ຕິດຕັ້ງໂປຼແກຼມການບັນຊີ TSD ສຳເລັດແລ້ວ 54 ຫົວໜ່ວຍ.
ທ່ານຫົວໜ້າຫ້ອງການການເງິນເມືອງວັງວຽງ ກ່າວອີກວ່າ: ສຳລັບ 5 ເດືອນທ້າຍປີ ຈະສູ້ຊົນຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 4,33 ຕື້ກີບ, ເທົ່າກັບ 42,37% ຂອງແຜນການປີ, ຄາດຄະເນປະຕິບັດໝົດປີໃຫ້ໄດ້ 10,34 ຕື້ກີບ, ເທົ່າກັບ 101,16% ຂອງແຜນການປີ. ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ 5 ເດືອນທ້າຍປີ ໃຫ້ໄດ້ທັງໝົດ 0,54 ຕື້ກີບ, ເທົ່າກັບ 30% ຂອງແຜນການປີ, ຄາດຄະເນປະຕິບັດໝົດປີ ໃຫ້ໄດ້ 1,80 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ.