ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ - 300960776 1968535613350209 1470875943198518727 n - ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ
ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ - kitchen vibe - ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງງອຍປ່ອຍລີງ ຈຳນວນ 2 ໂຕ (ສັດປ່າຫວງຫ້າມ) ຄືນສູ່ທໍາມະຊາດ ຜານາງນອນ ໂດຍມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງງອຍ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະ ອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ.

ທ່ານ ບຸນທັນ ວົງໄພບຸນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ພາຍຫລັງໄດ້ຮັບຂໍ້ມູນວ່າ ມີປະຊາຊົນຈໍານວນໜຶ່ງ ມີສັດປ່າປະເພດຫວງຫ້າມ ໄວ້ຄອບຄອງທີ່ຜິດກົດໝາຍ, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈຶ່ງໄດ້ປະ ສານສົມທົບກັບ ກອງກວດກາປ່າໄມ້ແຂວງຫລວງພະບາງ ດຳເນີນການສຶກສາອົບຮົມ ປະຊາຊົນຜູ້ທີ່ໄດ້ຄອບຄອງ ລີງ ຈຳນວນ 2 ໂຕ ເຊິ່ງເປັນໂຕຜູ້ ແລະ ໂຕແມ່ ສົ່ງຄືນພາກສ່ວນກ້ຽວຂ້ອງ ເພື່ອຈະໄດ້ນໍາໄປປ່ອຍຄືນສູ່ທໍາມາຊາດ.

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ

ໂອກາດນີ້, ທ່ານ ບຸນເມືອງ ໄຊຍະສິດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ້ຽວຂ້ອງ ສືບ ຕໍ່ເອົາໃຈໃສ່ລົງກວດກາ ການລັກລອບລ່າສັດ ແລະ ຊື້ຂາຍສັດປ່າ ທີ່ຜິດກົດໝາຍຢ່າງເປັນປົກກະຕິ, ທັງເອົາໃຈໃສ່ຄຸ້ມຄອງ ແລະ ອະນຸລັກສັດປ່າປະເພດຫວງຫ້າມ, ດ້ວຍການປະຕິບັດບັນດາ ຂໍ້ກຳນົດ, ກົດລະບຽບ, ກົດໝາຍ ກ່ຽວກັບການຫ້າມລ່າສັດນ້ຳ-ສັດປ່າ ທີ່ຫວງຫ້າມ, ສ້າງສະຕິປົກປັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ແລະ ສິ່ງແວດລ້ອມໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ທັງເປັນເຈົ້າການມີສ່ວນຮ່ວມ, ເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນ ດ້ານສັດນ້ຳ-ສັດປ່າ ເພື່ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ສຶກສາ ຫາຄວາມຮູ້.

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ - 3 - ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍປ່ອຍລີງຄືນສູ່ປ່າໄມ້ທຳມະຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!