ເປີດຢ່າງເປັນທາງການ ! ໂລະລາດຢູ່ນະຄອນ ຫຼວງພະບາງ ໃນງານບຸນຫໍ່ເຂົ້າປະດັບດິນ ພສ 2565 ຄສ 2022


ຂ່າວສານຫລວງພະບາງລາຍງານໃຫ້ຮູ້ວ່າ: ວັນທີ່ 25 ສິງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2565 ຄສ 2022 ມີ ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ ເຂົ້າຮ່ວມ.
ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນດື່ມ ແລະໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ.


ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ງານໂລະລາດ ເປັນປະເພນີໜື່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸລັກປົກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດ ທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນທີ່ໄດ້ສືບທອດກັນມາເຫິງນານ ໃນປີນີ້ອົງການປົກຄອງນະຄອນຫຼວງພະບາງ ໄດ້ປຸກລະດົມໃຫ້ປະຊາຊົນນຳເອົາສິນຄ້າມາວາງຂາຍໃຫ້ຫຼາຍ ທັງໄດ້ມີການຄຸ້ມຄອງ ແລະຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.
ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດິນ, ສ່ວນວັນທີ່ 26 ກົງກັບມື້ແຮມ 14 ຄໍ່າ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ່ມແຕ່ຕອນເຊົ້າ ເວລາ 5 ໂມງ ການນຳພັກ-ລັດຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ.