ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ

ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ - 1771 1 - ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ
ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ - kitchen vibe - ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ

ວັນທີ 26 ສິງຫາ 2022 ດຣ ໂອພາສ ການກະວິນພົງ ຫົວໜ້າກົມຄວບຄຸມພະຍາດປະເທດໄທ ໃຫ້ຮູ້ວ່າ: ໃນວັນທີ 24 ສິງຫາ ທີ່ຜ່ານມາ ໄດ້ຮັບລາຍງານຈາກໂຮງໝໍ ພະຍັກພູມພິໄຊ ຈັງຫວັດ ມະຫາສາລະຄາມ ວ່າພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເປັນເພດຍິງ ອາຍຸ 21 ປີ ສັນຊາດໄທ ມີປະຫວັດເຄີຍເດີນທາງໄປເຮັດວຽກເປັນພະນັກງານນວດແຜນໄທຢູ່ປະເທດກາຕາ ໂດຍມີທາມລາຍດັ່ງນີ້:

ວັນທີ 10 ສິງຫາ ຄົນເຈັບເລີ່ມມີຕຸ່ມຂຶ້ນບໍລິເວນອະໄວຍະວະເພດ

ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ - Visit Laos Visit SALANA BOUTIQUE HOTEL - ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ

ວັນທີ 21 ສິງຫາ ເດີນທາງກັບມາປະເທດໄທ ແລະ ເດີນທາງກັບບ້ານທີ່ ຈັງຫວັດ ມະຫາສາລະຄາມ

ວັນທີ 22 ສິງຫາ ໄດ້ໄປໂຮງໝໍ ພະຍັກພູມພິໄຊ ພົບວ່າມີຕຸ່ມນ້ຳໃສ ແລະ ອາການໄດ້ກົງກັບນິຍາມຂອງຄົນເຈັບທີ່ເປັນພະຍາດໝາກສຸກລີງ ຈຶ່ງໄດ້ເກັບຕົວຢ່າງໄປກວດ

ວັນທີ 24 ສິງຫາ ຜົນກວດຢືນຢັນພົບເຊື້ອພະຍາດໝາກສຸກລີງ ໂດຍກົມວິທະຍາສາດການແພດ ແລະ ຈາກການຄົ້ນຫາຜູ້ສຳຜັດໃກ້ຊິດ ພົບຜູ້ສຳຜັດທັງໝົດ 28 ຄົນ ແບ່ງເປັນ ຄວາມສ່ຽງສູງ 4 ຄົນ ແລະ ຄວາມສ່ຽງຕໍ່າ 24 ຄົນ ແລະ ໃຫ້ຜູ້ສຳຜັດທຸກຄົນສັງເກດອາການຕົນເອງ.

ສາມາດສະຫລຸບໄດ້ວ່າຄົນເຈັບມີອາການຕັ້ງແຕ່ຢູ່ຕ່າງປະເທດ ໃນຂະນະທີ່ເດີນທາງຄົນເຈັບມີອາການເປັນຜື່ນເລັກໜ້ອຍ ແນວໃດກໍຕາມ ໃນລະຫວ່າງການເດີນທາງ ຄົນເຈັບໄດ້ປ້ອງກັນຕົນເອງໂດຍການໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງຈາກຜູ້ໂດຍສານອື່ນໆ ຄົນເຈັບນີ້ເປັນຄົນເຈັບຄົນທີ 6 ໃນປະເທດໄທ ແລະ ເພດຍິງຄົນທີ 3.

ສຳລັບສະຖານະການພະຍາດໝາກສຸກລີງໃນທົ່ວໂລກ (ຂໍ້ມູນວັນທີ 25 ສິງຫາ 2022), ມີຜູ້ຕິດເຊື້ອພະຍາດໝາກສຸກລີງ 46,047 ກໍລະນີ, ເສຍຊີວິດ 15 ຄົນ, ໃນ 5 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍທີ່ສຸດແມ່ນ ສະຫະລັດອາເມຣິກາ 16,603 ຄົນ, ສະເປນ 6,318 ຄົນ ແລະ ບຣາຊິວ 4,144 ຄົນ, ເຢຍລະມັນ 3,350 ຄົນ ແລະ ອັງກິດ 3,207 ຄົນ, ໂດຍຜູ້ຕິດເຊື້ອສ່ວນໃຫຍ່ຍັງຢູ່ໃນແຖບທະວີບເອີຣົບ. ສະພາບ​ການ​ເກີດ​ພະຍາດ​ໝາກສຸກລີງ​ຢູ່​ປະເທດໄທ ກວດພົບຜູ້ຕິດເຊື້ອທັງໝົດ 6 ຄົນ, ແບ່ງເປັນການຕິດເຊື້ອໃນປະເທດທີ່ມີປະຫວັດການຕິດຕໍ່ພົວພັນກັບຄົນຕ່າງປະເທດ 3 ຄົນ ແລະ ເດີນທາງມາຈາກຕ່າງປະເທດ 3 ຄົນ, ປັດຈຸບັນໄດ້ປິ່ນປົວດີແລ້ວ 4 ຄົນ, ກຳລັງປິ່ນປົວ 2 ຄົນ.

 

ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ - 4 - ກົມຄວບຄຸມພະຍາດ ແຈ້ງທາມລາຍຄົນເຈັບທີ່ເປັນພະຍາດໝາກສຸກລີງ ຄົນທີ 6 ຂອງປະເທດໄທ ເດີນທາງມາຈາກປະເທດກາຕາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!