ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ

ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - Add a subheading 81 - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ
ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - kitchen vibe - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ສົມເດັດ ອັນ-ຊຸນຕານ ອັບດຸນລາ ຣິ ອາຢາຕຸດິນ ອັນ-ມຸສຕາຟາ ບິນລາ ຊາ ອິບນີ ອັນ-ມາຣຸມ ຊຸນຕານ ຮາຈິ ອາມັດ ຊາ ອັນ-ມຸສຕາ ອິນ ບິນລາ ເຈົ້າຊີວິດ ແຫ່ງ ມາເລເຊຍ. ເນື່ອງໃນໂອກາດວັນປະ ກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 65 ປີ ວັນທີ 31 ສິງຫາ 2022

ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 65 ປີ, ໃນນາມ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ແລະ ປະຊາຊົນ ມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.

ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ
ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 65 ປີ ຜ່ານມາ, ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ການຮ່ວມມືໃນຂະແໜງ ການພັດທະນາຊັບພະຍາກອນມະນຸດ ແລະ ການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ປະຊາຊົນສອງຊາດໄດ້ໄປມາຫາສູ່ກັນເປັນປົກກະຕິ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ມີມາດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດ ທະນາທີ່ຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ຣາຊາທິບໍດີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ສົມເດັດ ແລະ ຂໍໃຫ້ປະຊາຊົນມາເລເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ດາໂຕະ ສຣິ ອິດສະມາອິນ ຊາບຣິ ບິນ ຢາຄ໋ອບ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບ ຮອບ 65 ປີ.
ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - 57c5bc89 d7e1 4100 bb99 8d784a5d552b - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ດາໂຕະ ໄຊຟຸດດິນ ບິນ ອັບດຸນລາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ. ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 65 ປີ ເຊັ່ນດຽວກັນ.

ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - 3 - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ
ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - 4 - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ
ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ - 5 - ຜູ້ນຳລາວ ສົ່ງສານຊົມເຊີຍ ວັນ ປະກາດເອກະລາດ ມາເລເຊຍ