ທ່ານ ມິຄາອິນ ກໍບາຊອບ ອະດີດຜູ້ນຳຄົນສຸດທ້າຍຂອງສະຫະໂຊຫວຽດ ເສຍຊີວິດ ອາຍຸ 91 ປີ ດ້ວຍພະຍາດຊ້ຳເຮື້ອ.
August 31, 2022 - 10:28 AM


ສຳນັກຂ່າວ Tass ຂອງ ຣັດເຊຍລາຍງານວ່າ: ໃນວັນທີ 30 ສິງຫາ 2022 ອະດີດປະທານາທິບໍດີ ມິຄາອິນ ກໍບາຊອບ ຜູ້ນຳຄົນສຸດທ້າຍຂອງສະຫະພາບໂຊຫວຽດ ທີ່ມີບົດບາດສຳຄັນໃນການຢຸດຕິສົງຄາມເຢັນ ໄດ້ເສຍຊີວິດແລ້ວ ດ້ວຍພະຍາດຂອງຜູ້ກ່ຽວທີ່ໂຮງໝໍ ເຊນທຣັລມອສໂກຄລິນິຄັລ. ທ່ານ ມິຄາອິນ ກໍບາຊອບ ອາຍຸ 91 ປີ ເປັນນັກການເມືອງທີ່ໄດ້ຮັບຊື່ສຽງຈາກໂລກຕາເວັນຕົກ ຈາກການເປັນຜູ້ນໍາທີ່ມີຄວາມກ້າວໜ້າ ແລະ ເປີດກວ້າງການເຈລະຈາເພື່ອສັນຕິພາບ ຈົນໄດ້ຮັບລາງວັນ Nobel ສັນຕິພາບໃນປີ 1990, ໂຄສົກຂອງປະທານາທິບໍດີ ວະລາດິເມຍ ປູຕິນ ເຜີຍວ່າ: ຜູ້ນຳຣັດເຊຍຄົນປັດຈຸບັນໄດ້ສະແດງຄວາມອາໄລຕໍ່ການຈາກໄປຂອງທ່ານ ມິຄາອິນ ກໍບາຊອບ ແລະ ຈະມີການສົ່ງຂໍ້ຄວາມເທເລແກຣມເຖິງຄອບຄົວແລະມິດສະຫາຍຂອງທ່ານ ມິຄາອິນ ກໍບາຊອບ ໃນມື້ນີ້.