ເປິດສາກຢ່າງເປັນທາງການແລ້ວ, ພິທີເປີດງານມະຫະກຳຊີເກມ ຄັ້ງທີ 29 ທີ່ມາເລເຊຍ
August 20, 2017 - 2:05 PM




ໂດຍພິທີໄດ້ມີບຸກຄົນທີ່ສຳຄັນຫຼາຍຄົນເຂົ້າຮ່ວມບໍ່ວ່າຈະ ເປັນນາຍົກລັດຖະມົນຕີມາເລ ເຊຍ ທ່ານ ນາຈິບ ຣາຊັກ, ຮອງລັດຖະມົນຕີ ທ່ານ ອາມັດ ຣາມິດີ, ລັດຖະມົນວ່າການ ກະຊວງພັດທະນາໄວໜຸ່ມ ແລະ ກິລາ ທ່ານ ໄຄຣີ ຈາມາ ລັດດິນ, ປະທານສະຫະພັນ ກິລາຊີເກມ ພ້ອມດ້ວຍທັບນັກ ກິລາຈາກ 11 ປະເທດ ໃນອາ ຊີຕາເວັນອອກສ່ຽງໃຕ້.
ການແຂ່ງຂັນໄດ້ເລີ່ມຂຶ້ນຕັ້ງແຕ່ວັນທີ 14 ສິງຫາຜ່ານ ມາ ແລະ ຊີງຫຼຽນຄຳກັນໄປ ທັງໝົດ 18 ຫຼຽນແລ້ວ ຈາກ ທັງໝົດ 404 ຫຼຽນ ລວມ 51 ປະເພດກິລາ. ເຊິ່ງທີມຊາດ ລາວ ເຮົາກໍໄດ້ສົ່ງທັບນັກກິລີ ເຂົ້າຮ່ວມ 22 ປະເພດກິລາ ຈຳນວນ 195 ຄົນ.