ທາງດ່ວນເປັນຊັບສົມບັດຂອງຊາດ ເປັນສາທາລະນະປະໂຫຍດ ທຸກຄົນໃນສັງຄົມຕ້ອງຮ່ວມກັນຮັບຜິດຊອບ


ທາງດ່ວນ ແມ່ນພື້ນຖານໂຄງລ່າງ ອັນລະບົບຄົມມະນາຄົມທີ່ສະດວກສະບາຍ ໃບໜ້າໃບຕາໃນການອໍານວຍຄວາມສະດວກໃຫ້ການຄົມມະນາຄົມວ່ອງໄວ, ຮັບປະກັນ.
ແຕ່ຄວາມຈິງແລ້ວເຖິງວ່າໄດ້ຮັບການຍ້ອງຍໍຊົມເຊີຍຈາກທົ່ວສັງຄົມລາວລວມທັງຄົນຕ່າງປະເທດທີ່ໃຊ້ເສັ້ນທາງນີ້ຢ່າງຫລວງຫລາຍ, ແຕ່ກໍປະຕິເສດບໍ່ໄດ້ການເກີດມີບາງປາກົດການຫຍໍ້ທໍ້ ເຊັ່ນການເກີດອຸບັດຕິເຫດເນື່ອງຈາກຂັບຂີ່ໄວເກີນກໍານົດ (ສູງສຸດ 120 ກິໂລແມັດ/ຊົ່ວໂມງ) ຫລື ຂັບຂີ່ປະໝາດ ລວມທັງດື່ມສິ່ງມຶນເມົາແລ້ວຂັບຂີ່, ສັດລ້ຽງ ກໍທຽວແບບສະບາຍໆ…. ອີກໜຶ່ງປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະຜ່ານມາ (ທ້າຍເດືອນກໍລະກົດ) ຄືບັນຫາຮົ້ວຮາວເຫລັກກັ້ນຂອບທາງບາງຍ່ານຢ່ອນເຕື່ອຍເຕະເຊະ ຍ້ອນນ໊ອດສະຫລັກຖອນຖອດ ອາດຈະຍ້ອນຫັນບໍ່ແໜ້ນ ຫລື ອາດມີຄົນບໍ່ດີລັກຖອດ ກໍວ່າກັນໄປ…
ໃນອາທິດຜ່ານມາ ຜູ້ຂຽນໄດ້ມີໂອກາດໄປ ສສ ຫວຽດນາມ ຮ່ວມກັບສະມາຄົມນັກຂ່າວແຫ່ງສປປ ລາວ ນຳໂດຍທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວ ຊຶ່ງນອກຈາກເຮັດວຽກຢູ່ນະຄອນຫລວງຮ່າໂນ້ຍແລ້ວຍັງໄດ້ເຄື່ອນໄຫວເຮັດວຽກຢູ່ນະຄອນຮ່າຍຟອງຕື່ມອີກ ໂດຍສະເພາະການເດີນທາງຈາກຮ່າໂນ້ຍສູ່ຮ່າຍຟອງບົນເສັ້ນທາງດ່ວນ.
ເທົ່າທີ່ສັງເກດຕາມເສັ້ນທາງດ່ວນ ສິ່ງສາທາລະນະປະໂຫຍດ ບໍ່ວ່າຈະເປັນຮາວເຫລັກກັ້ນຂອບທາງແໜ້າໜາຖາວອນທີ່ສຸດ, ບໍ່ມີຮາວຮົ້ວທີ່ເປ່ເພ, ບໍ່ມີຈຸດດອກໄຟຂາດ ຈຶ່ງເກີດສົງໄສ ແລະ ໄດ້ຮັບຟັງທັດສະນະຈາກຄະນະນຳສະມາຄົມນັກຂ່າວ ຂອງ ສສ ຫວຽດນາມທ່ານໜຶ່ງວ່າ: ສາເຫດທີ່ຖະໜົນຫົນທາງມີຄວາມຈົບງາມ ແລະ ຍັງຄົງສົມບູນແບບຢູ່ ກໍເນື່ອງຈາກເສັ້ນທາງສາທາລະນະມີລົະບົບປ້ອງກັນ, ການບົວລະບັດສ້ອມແປງ ແລະ ອີກປະການໜຶ່ງຄືຄວາມີນໍ້າໃຈຮັກຊາດ ຮັກຂອງສ່ວນລວມຂອງຊາວຫວຽດນາມ ຈຶ່ງຄົງໄວ້ເຊິ່ງຄວາມສວຍງາມທັງສະດວກໃນການສັນຈອນບົນເສັ້ນທາງນີ້ ສະຫລຸບຄືທຸກຄົນມີສ່ວນຮ່ວມປົກປັກຮັກສາ ພ້ອມກັນສ້າງສາພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮືອງສີວິໄລນັ້ນເອງ.
ດັ່ງນັ້ນ, ຈຶ່ງຢາກເວົ້າວ່າ ທຸກບັນຫາລ້ວນແຕ່ເຮົາສາມາດແກ້ໄຂໄດ້ ໂດຍເລີ່ມຈາກຜູ້ສໍາປະທານຕ້ອງສືບຕໍ່ເຮັດວຽກນໍາບັນດາຮາກຖານຂັ້ນບ້ານທີ່ຢູ່ລຽບເສັ້ນທາງ ເວົ້າໃຫ້ເຂົ້າໃຈກັນເລິກເຊິ່ງ ແລະ ເຫັນຈຸດໝາຍດຽວກັນ ຄືຄວາມປອດໄພຂອງການໃຊ້ທາງ ລວມທັງການພາບພົດທີ່ດີຂອງບ້ານເມືອງ.
ພ້ອມນີ້ກໍຮຽກຮ້ອງໃຫ້ທົ່ວສັງຄົມລາວ ມີຈິດໃຈຮັກຊາດ ຮັກຊັບສິນຢູ່ດິນແດນລາວ, ຄົນລາວເປັນເຈົ້າຂອງ ພ້ອມກັນນໍາໃຊ້ ແລະ ມີພັນທະປົກປັກຮັກສາຊ່ວຍກັນ, ທຸກຄົນຄວນເອກອ້າງທະນົງໃຈ ແລະ ຮ່ວມກັນຮັບຜິດຊອບໃນຖານະພົນລະເມືອງລາວ.