ກຸ່ມສະຫະພັນ ນັກທຸລະກິດຍິງ ແຂວງອຸດົມໄຊ ມອບນ້ຳໃຈຊ່ວຍຜູ້ປະສົບໄພນ້ຳຖ້ວມຢູ່ ເມືອງຫຼາ
September 3, 2022 - 1:48 PM


ວັນທີ່ 2 ກັນຍາ 2022 ນີ້ ທີມງານ ສະຫະພັນ ນັກທຸລະກິດຍິງ ແຂວງອຸດົມໄຊ ໄດ້ລະດົມວັດຖຸປັດໄຈ ແລະ ເງິນສົດຈຳນວນໜຶ່ງ ໄປແຈກຢາຍໃຫ້ປະຊາຊົນທີ່ປະສົບກັບໄພນ້ຳຖ້ວມໃນຄັ້ງວັນທີ່ 26 ສິງຫາ ຜ່ານມາ ໂດຍສະເພາະແມ່ນປະຊາຊົນບ້ານ ສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ແຂວງອຸດົມໄຊ ເຊິ່ງສາມບ້ານດັ່ງກ່າວ ແມ່ນມີຫຼາຍຄອບຄົວທີ່ໄດ້ຮັບຜົນເສຍຫາຍໜັກ ເຂົ້າຂອງເຄື່ອງໃຊ້ ເຮືອນ ຢູ່ອາໄສ ແມ່ນໄຫຼໄປນ້ຳກະແສນ້ຳ.
ເຄື່ອງບໍລິຈາກຄັ້ງນີ້ລວມມີ ເຄື່ອງບໍລິໂພກ ອຸປະໂພກ ພ້ອມດ້ວຍວັດຖຸປັດໄຈ ເພື່ອບັນເທົາທຸກຜູ້ປະສົບໄພ ແລະ ນ້ຳດື່ມ, ອາຫານຈຳນວນໜື່ງໃຫ້ແກ່ທະຫານ ແລະ ໜ່ວຍງານອື່ນໆທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ລວມມູນຄ່າ 18.500.000 ກີບ, ໂດຍມີທ່ານເຈົ້າເມືອງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຮ່ວມ.